ລັດຖະບານສະຫະລັດໄດ້ເປີດເຜີຍລາຍງານກ່ຽວກັບການປ່ຽນແປງຂອງດິນຟ້າອາ
ກາດ ທີ່ເວົ້າວ່າ “ບໍ່ມີການອະທິບາຍຢ່າງອື່ນ ທີ່ໜ້າເຊື່ອຖືໄດ້” ສໍາລັບປະກົດການ
ໂລກຮ້ອນເອົ້າ ນອກເໜືອໄປກວ່າ ມາຈາກການກະທໍາຂອງມະນຸດ.
ການປະເມີນດິນຟ້າອາກາດໃນລະດັບຊາດ ທີ່ລັດຖະບານຖືກບັງຄັບດ້ວຍກົດໝາຍ
ໃຫ້ພິມເຜີຍແຜ່ ຜົນການປະເມີນໃນແຕ່ລະສີ່ປີນັ້ນ ໄດ້ເວົ້າໃນວັນສຸກວານນີ້ວ່າການ
ປ່ຽນແປງຂອງດິນຟ້າອາກາດແມ່ນເກືອບວ່າ ລ້ວນແລ້ວແຕ່ເກີດມາຈາກການກະທໍາ
ຂອງມະນຸດ ໂດຍທັງໝົດ. ລາຍງານສະບັບນີ້ ໄດ້ອ້າງວ່າ ລະດັບນໍ້າທະເລອາດສູງຂຶ້ນ
ຕື່ມປະມານ 2 ແມັດເຄິ່ງ ໃນປີ 2100. ນອກນັ້ນຍັງໄດ້ຂຽນບອກເຖິງເຫດການຕ່າງໆ
ທີ່ພາໃຫ້ມີການເສຍຫາຍຢູ່ທົ່ວສະຫະລັດ ຊຶ່ງບົດລາຍງານເວົ້າວ່າເກີດມາຈາກການ
ເພີ້ມຂຶ້ນຂອງອຸນນະພູມໂລກ 1 ອົງສາແຊລຊັຽສ ນັບຕັ້ງແຕ່ປີ 1900 ເປັນຕົ້ນມາ.
ລາຍງານສະບັບນີ້ ເວົ້າອີກວ່າສະຫະລັດໄດ້ປະເຊີນກັບການເພີ້ມຂຶ້ນຂອງອຸນນະພູມ,
ຂອງລະດັບຝົນ ຫລືຫິມະຕົກ ແລະຂອງໄຟໄໝ້ປ່າຫລາຍໆ ຄັ້ງມາແລ້ວ. ມັນໄດ້ຂຽນ
ວ່າ ເມືອງ ທີ່ຢູ່ໃກ້ຝັ່ງທະເລຫລາຍກວ່າ 25 ເມືອງໃນສະຫະລັດໄດ້ປະເຊີນກັບໄພ
ນໍ້າຖ້ວມມາແລ້ວ ແລະກໍເວົ້າອີກວ່າ ບໍ່ເຄີຍມີການປ່ຽນແປງທາງອຸຕຸນິຍົມວິທະຍາ
ອັນໃດຢູ່ໃນປະຫວັດສາດ ທີ່ຈະທຽບໃສ່ກັບການປ່ຽນແປງເຫລົ່ານີ້ໄດ້.
ແຕ່, ລາຍງານກໍເວົ້າເຊັ່ນກັນວ່າ ມີ "ຄວາມເຊື່ອໄດ້ຢ່າງສູງ" ວ່າລະດັບການປ່ຽນແປງ
ຂອງດິນຟ້າອາກາດ ຈະຂຶ້ນກັບຈໍານວນແກັສເຮືອນແກ້ວທີ່ປ່ອຍອອກມາໃນໂລກ
ໃນສອງສາມ ທົດສະວັດຂ້າງໜ້ານີ້.
ລາຍງານສະບັບນີ້ ແມ່ນຄັດກັບທ່າທີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ
ຄະນະລັດຖະບານສະຫະລັດຊຸດປັດຈຸບັນ ແລະທັງຂອງຫົວໜ້າອົງການປົກປ້ອງ
ສະພາບແວດລ້ອມ ຫລື EPA ອີກດ້ວຍ.
ປະທານາທິບໍດີ ດໍໂນລ ທຣໍາ, ທ່ານ Rick Perry, ລັດຖະມົນຕີກະຊວງພະລັງງານ
ແລະ ທ່ານ Scott Pruitt, ຫົວໜ້າອົງການ EPA ຕ່າງກໍຖາມວ່າ ການກະທໍາຂອງ
ມະນຸດ ມີສ່ວນເຮັດໃຫ້ເກີດການປ່ຽນແປງຂອງດິນຟ້າອາກາດ ໄດ້ຫລາຍປານໃດ.
ທ່ານປະທານາທິບໍດີ ປະກາດວ່າ ສະຫະລັດ ຈະຖອນຕົວອອກຈາກສົນທິສັນຍາ
ວ່າດ້ວຍ ດິນຟ້າອາກາດ Paris ທີ່ຈະຜູກມັດໃຫ້ສະຫະລັດຫລຸດການປ່ອຍອາຍ
ແກັສເຮືອນແກ້ວທັງໝົດລົງຢ່າງໜ້ອຍ 26 ເປີເຊັນໃນປີ 2025 ເມື່ອທຽບໃສ່
ລະດັບທີ່ປ່ອຍໃນປີ 2005.
ທ່ານ Robert Kopp ນັກວິທະຍາສາດຈາກມະຫາວິທະຍາໄລ Rutgers ຊຶ່ງເປັນ
ຜູ້ນຶ່ງໃນພວກຂຽນລາຍງານສະບັບນີ້ ກ່າວຕໍ່ໜັງສືພິມ Washington Post ວ່າ
ທ່ານຄິດວ່າ ບົດລາຍງານນີ້ "ໂດຍພື້ນຖານແລ້ວແມ່ນ ເປັນລາຍງານທາງວິທະຍາ
ສາດຢ່າງຮອບດ້ານກ່ຽວກັບດິນຟ້າອາກາດໃນໂລກປັດຈຸບັນນີ້."
ໃນການຕອບໂຕ້ຕໍ່ການເປີດເຜີຍຂອງລາຍງານດ່ັງກ່າວ ໃນວັນສຸກວານນີ້ທ່ານ
Raj Shah ຮອງໂຄສົກໃຫຍ່ປະຈໍາທໍານຽບຂາວ ໃຫ້ຄໍາເຫັນຢູ່ໃນບົດລາຍງານນັ້ນ
ແຖວນຶ່ງ ໂດຍໄດ້ເວົ້າວ່າ ມີ "ຄວາມບໍ່ແນ່ນອນ ຢູ່ໃນຄວາມຫລໍ່ແຫຼມຂອງດິນຟ້າ
ອາກາດໃນໂລກວ່າ ຈະປ່ອຍອາຍແກັສອອກມາຫລາຍປານໃດ. ດິນຟ້າອາກາດ
ແມ່ນໄດ້ປ່ຽນແປງມາຢູ່ແລ້ວ ແລະກໍຈະປ່ຽນແປງໄປຕະຫລອດ."