ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

English in a Minute ບົດ​ຮຽນທີ 70 “Point Fingers” ແປ​ວ່າ ຊີ້ມື້ໃສ່ ຫລື ບົ່ງຕົວ​ຄົນໃດ ຄົນ​ນຶ່ງ


English in a Minute: Point Fingers
please wait

No media source currently available

0:00 0:01:00 0:00

English in a Minute: Point Fingers ແປ​ວ່າ ຊີ້ມື້ໃສ່ ຫລືບົ່ງຕົວ​ຄົນໃດ ຄົນ​ນຶ່ງ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Our fingers are very useful. They help us do so much. But what do you think it means to point fingers at someone.
ນິ້ວມືຂອງພວກເຮົາມີປະໂຫຍດຫຼາຍ. ມັນຊ່ວຍພວກເຮົາເຮັດໄດ້ຫຼາຍຢ່າງ.

ແຕ່​ສໍ​າ​ນວນ​ທີ່​ວ່າ point fingers at someone ຊຶ່ງ​ແປ​ວ່າ ​ຊີ້​ມື​ໃສ່​ຜູ້​ໃດ​ຜູ້​ນຶ່ງ ມັນ​ມີ​ຄວາມ​ວ່າ​ແນວໃດ​ກັນ​ແທ້? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Dan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

Anna on a someone in the office coffee club complained about you?
Anna ມີ​ບາງ​ຄົນຢູ່ໃນສະໂມສອນກາເຟຫ້ອງການເຮົາຈົ່ມກ່ຽວກັບເຈົ້າ?

What!? What did they say? ແມ່ນ​ຫຍັງ!? ພວກເຂົາເວົ້າຫຍັງ?

They said you drink way too much coffee.
ເຂົາເຈົ້າເວົ້າວ່າເຈົ້າດື່ມກາເຟຫຼາຍໂພດ.

Oh, who would say such a false terrible thing about me?
ໂອ້, ມັນແມ່ນໃຜມາເວົ້າເລື່ອງຂີ້ຮ້າຍ ທີ່ບໍ່ມີ​ຄວາມຈິງແບບນັ້ນໃຫ້ຂ້ອຍ?

I don't want to point fingers, but it's a man in accounting. It's Bob. Bob in accounting. He said it.
ຂ້ອຍບໍ່ຢາກຊີ້ມືໃສ່​ໃຜ, ແຕ່ມັນເປັນຜູ້ຊາຍໃນພະ​ແນກບັນຊີ. ມັນແມ່ນ Bob. Bob ໃນພະ​ແນກບັນຊີ. ລາວເປັນ​ຄົນເວົ້າ.

If you point fingers at someone, you accuse them of something. This idiom comes from actually pointing at someone to single them out. When we point fingers, it is usually for something small or not so serious.
ຖ້າເຈົ້າຊີ້ມືໃສ່ໃຜຜູ້​ນຶ່ງ ແມ່ນເຈົ້າກ່າວຫາເຂົາເຈົ້າກ່ຽວກັບບາງສິ່ງບາງຢ່າງ. ສຳ​ນວນນີ້ ທີ່​ຈິງ​ແລ້ວ ແມ່ນມາຈາກການຊີ້ມື້​ໃສ່ຜູ້ໃດ​ຜູ້ນຶ່ງເພື່ອໃຫ້ຮູ້​ວ່າ​ແມ່ນເຂົາເຈົ້າແທ້. ເມື່ອພວກເຮົາ ຊີ້ມື​ໃສ່​ໃຜ​ຜູ້​ນຶ່ງ ມັນມັກຈະເປັນເລື້ອງເລັກໆນ້ອຍໆ ຫຼືບໍ່ຮ້າຍແຮງ.

And that's English in a minute.

XS
SM
MD
LG