ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢູ​ໂຣ 2012 ດົນໃຈໃຫ້ ຊາວຢູເຄຣນ ຮຽນເວົ້າ ພາສາອັງກິດກັນ ຢ່າງໃຫຍ່ (ວີດີໂອລາວ/ອັງກິດ)


​ໃນຂະນະ​ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ຢູ​ເຄຣນ ຍັງຖົກ​ຖຽງ​ກັນ​ເລຶ່ອງ ສະຖານະພາບ​ຂອງ​ພາສາ​ຣັດ​ເຊຍ​ຢູ່​ໃນ​ຢູ​ເຄຣນຢູ່​ນັ້ນ​ ພາສາ​ອັງກິດກໍ​ກໍາລັງ​ເປັນ​ທີ່​ນິຍົມ​​ໃຊ້ກັນ ​ຫຼາຍ​ຂຶ້ນ​​ໃນປະ​ເທດດັ່ງກ່າວ ​ໂດຍ​ບໍ່​ມີ​ຄໍາ​ສັ່ງໃດໆ​ມາ​ຈາກລັດຖະບານ​. ພະລັງ​ຂອງຕະຫຼາດ ຊຶ່ງກໍ​ຄື​ອຸບ​ປະທານ ຫລື​ປະລິມານ​ສິນ​ຄ້າ ​ເປັນ​ສິ່ງ​ກໍ​ານົດ ອຸບ​ປະສົງຫລືຄວາມ​ຮຽກຮ້ອງ​ຕ້ອງ ການສິນຄ້ານັ້ນ ພ້ອມ​ທັງ​ການ​ແຂ່ງຂັນ​ຊິງຊະນະ​ເລີດເຕະບານຂອງ​ຢູ​ໂຣບ ຫລື ​ຢູ​ໂຣ 2012 ທີ່​ປະ​ເທດ​ຢູເຄຣນ ກັບໂປ​ແລ​ນດ໌ ຮ່ວມກັນ​​ເປັນ​ເຈົ້າພາບນັ້ນ ກໍາລັງ​ສົ່ງ​ຜົນ​ໃຫ້ຊາວ​ຢູ​ເຄຣນ​ປາກ ​​ເວົ້າ​​ໄດ້​ສາມ​ພາສາ. ຜູ້​ສື່​ຂ່າວ ​ວີ​ໂອ​ເອ Anna Pudolenko ສົ່ງ​ລາຍ​ງານ​ມາ​ຈາກ​ນະຄອນ ຫລວງ Kiev ຊຶ່ງທອງ​ປານຈະ​ນໍາ​ລາຍ​ລະອຽດ​ ມາສະ​ເໜີທ່ານ.

ເບິ່ງວີດີໂອ ພາສາລາວ:

ການ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ບານ​ເຕະ​ຢູ​ໂຣ ປີ 2012 ​ໄດ້​ປ່ຽນ​ແປງ​ຊີວິດ​ປະຈໍາ​ວັນ​ຂອງ​ຊາວ​ຢູ
​ເຄຣນ ​ໂດຍ​ສະ​ເພາະ​ພວກ​ທີ່​ອາໄສ​ຢູ່​ໃນ​ເມືອງ​ທີ່​ເປັນ​ເຈົ້າພາບ​ການ​ແຂ່ງຂັນ​ນັ້ນ. ການ​ແຂ່ງ​ຂັນ
​ຊິງ​ຊະນະ​ເລີດ​ຄັ້ງ​ນີ້ ​ໄດ້​ດຶງ​ດູດ ​ເອົານັກ​ທ່ອງ​ທ່ຽວ​ ຈໍານວນ​ຫລວງຫຼາຍ ຊຶ່ງເຕືອນ​ໃຫ້ຊາວ​ຢູ
​ເຄຣນຮູ້ວ່າ ​ໃນ​ຂະນະ​ທີ່​ສພາແຫ່ງ​ຊາດ​ຂອງ​ເຂົາ​ເຈົ້າ ກໍາລັງ​ຖົກ​ຖຽງ​ກັນເພື່ອ​ພະຍາຍາມ​ຈະ​ຕັດ
ສິນ​ໃຈວ່າ​ ພາສາ​ໃດ ພາສາ​ຣັດ​ເຊຍ ຫຼື​ວ່າ​ພາສາ​ຢູ​ເຄຣນ ​ທີ່​ພວກ​ເຂົາ​ເຈົ້າຄວນ​ຈະ​ເວົ້າກັນ​ແລະ​
ໃຊ້​ເປັນ​ພາສາ​ປະ​ຈໍາຊາດ​ນັ້ນ ປັດຈຸບັນ​ນີ້ ​ແມ່ນມີຫຼາຍ​ຄົນຂຶ້ນ​ໄປ​ນັບ​ມື້​ຢູ່ໃນ​ທົ່ວ​ໂລກ​ ທີ່​ຫັນ​ມາ
​ປາກ​ເວົ້າພາສາ​ອັງກິດ​ ​ໂດຍສະ​ເພາະ​ໃນ​ດ້ານ​ທຸລະ​ກິດ​ລະຫວ່າງ​ຊາດ​ນັ້ນ. ຍ້ອນ​ສໍານຶກ​ໃນ​ສິ່ງ
​ນີ້​ ຊາວຢູ​ເຄຣນບາງ​ຄົນ ຈຶ່ງ​ຕັດສິນ​ໃຈ​ເອົາເອງ ​ແລ​ະພາກັນ​ເລີ່​ມປາກ​ເວົ້າ​ພາສາ​ອັງກິດ ແລະບໍ
ລິການ​ທຸລະ​ກິດ​ຂອງ​ເຂົາ​ເຈົ້າດ້ວຍ​ການ​ໃຊ້​ຫຼາຍ​ໆ ພາສາ.

ນາຍ Arseniy Finberg ຜູ້​ປະສານ​ງານ​ໂຄງການ “Interesting Kyiv” ຫລື “ນະຄອນ
Kyiv ທີ່​ໜ້າ​ສົນ​ໃຈ” ກ່າວ​ວ່າ:

“ພວກ​ເຮົາ​ຈັດການ​ນໍາ​ທ່ຽວ​ຫຼາຍໆ​ເທື່ອ ​ໂດຍໃຊ້ຄົນ​ນໍາ​ທ່ຽວ ທີ່​ເວົ້າພາສາ​ອັງກິດ​ ​ແຕ່​
ການ​ນໍາ​ທ່ຽວ​ເຫລົ່າ​ນັ້ນ
ສ່ວນ​ຫຼາຍ​ແມ່ນສັ່ງ​ໂດຍ​ພວກກຸ່ມ​ທ່ອງ​ທ່ຽວ​ທີ່ຈັດ​ຕັ້ງ​ຂຶ້ນ​ເອງ
ທີ່​ມາ​ທ່ຽວ​ເມືອງ Kyiv ນີ້.”

​Kyiv ເມືອງ​ຫຼວງ​ຂອງ​ຢູ​ເຄຣນກໍກໍາລັງ​ຫັນ​ປ່ຽນໄປໃຊ້​ພາສາ​ອັງກິດ​ຄືກັນ​ເປັນ​ຕົ້ນ​ວ່າ ຊື່​ຂອງ​
ສະຖານີ​ລົດ​ໄຟ​ໃຕ້​ດິນ​ ກໍ​ປະກາດ​ເປັນ​ພາສາ​ຢູ​ເຄຣນ ​ແລະ​ອັງກິດ ​ແລະປ້າຍ​ຕ່າງໆ​ທັງ​ໝົດ
​ກໍ​ເປັນ​ສອງ​ພາສາ. ແລະ​ບັນດາ​ເຈົ້າ ຂອງ​ຮ້ານອາຫານ​ທັງຫຼາຍ​ ກໍໄດ້​ເພີ່ມ​ລາຍການ​ອາຫານ
ເປັນ​ພາສາ​ອັງກິດໃສ່​ໃນ​ລາຍການ​ທີ່​ພວກ​ເຂົາ​ເຈົ້າມີ​ຢູ່​ແລ້ວ. ນາງ Karerina ນັກ​ທ່ອງ​ທ່ຽວ
ຈາກສະ​ວີ​ເດັນ ກ່າວ​ວ່າ:

“ເວລາ​ຂ້ອຍ​ມາ​ທ່ຽວ​ທີ່​ນີ້​ເມື່ອ​ປີ​ກາຍ​ນີ້ ທຸກ​ສິ່ງ​ທຸກ​ຢ່າງ​​ແມ່ນເປັນ​ພາສາ​ຢູ​ເຄຣນໝົດ.
ມາ​ດຽວ​ນີ້ ​
ຢູ່​ທຸກ​ຫົນ​ທຸກ​ແຫ່ງ ​ໂຕ​ຢ່າງຢູ່​ໃນ​ລົດໄຟ​ໃຕ້​ດິນ ປ້າຍ​ທັງ​ໝົດ​ແມ່ນ​ເປັນພາສາ​
ອັງກິດ ​ແລະ​ນອກ​ນີ້​ແລ້ວ
ສຽງ​ປະກາດ​ກໍ​ເປັນ​ທັງ​ພາສາ​ຢູ​ເຄຣນ ​ແລະ​ພາສາ​ອັງກິດ
​ແລະ​ພວກ​ເຮົາ​ກໍ​ສັງ​ເກດ​ໄດ້​ອີ​ຫຼີ
ວ່າ​ ເມືອງ​ນີ້​ແມ່ນ​ຽມ​ຕ້ອນຮັບ​ພວກ​ນັກ​ທ່ອງ​ທ່ຽວ​ໄດ້​
ຢ່າງ​ດີ ຍ້ອນ​ວ່າ​ປ້າຍ​ທັງໝົດ​ເປັນ​ສອງ​ພາສາ ​ແລະ​ອີກ​ຫຼາຍ
ຢ່າງ​

ວີດີໂອ ພາສາອັງກິດ:

ບາງ​ຄັ້ງ​ຊາວ​ຢູ​ເຄຣນ ກໍ​ປະຫຼາດ​ໃຈ​ຢູ່​ວ່າ ​ພວກ​ແຟນບານ​ເຕະ​ຈາກ​ຕ່າງປະ​ເທດ​ຄື​ເວົ້າພາສາ​ອັງ
ກິດ​ລ່ຽນ​ໄຫລ​ດີ​ແທ້ ​ເຖິງ​ແມ່ນ​ບໍ່​ແມ່ນ​ພາສາ​ປະ​ຈໍາ​ຊາດ​ເຂົາ​ເຈົ້າກໍ​ຕາມ. ພວກ​ໃດ​ທີ່​ມີ​ໂອກາດ
​ມາ​ຮ່ວມ​ງານ​ກີລາ​ແຂ່ງຂັນ​ຊິງ​ຊະນະເລີດ​ບານ​ເຕະ ​ຢູ​ໂຣປີ 2012 ນີ້ ຈະ​ເຫັນ​ວ່າ​ພະລັງ​ຕະຫຼາດ​
ນັ້ນ​ກໍາລັງ​ເຮັດ​ວຽກ​ຂອງ​ມັນ ໂດຍ​ສະ​ເພາະ​ພວກ​ທີ່​ຮູ້​ຢ່າງ​ໜ້ອຍ​ສາມ​ພາສາ​ນັ້ນ ​ແມ່ນ​ພວກ​
ນາຍຈ້າງ​ຕ້ອງການ​ຫຼາຍ​ທີ່​ສຸດ. ນາງ ຕີ​ເທຍນາ ອາສາ​ສະໝັກ​ຊ່ວຍ​ງານ ຢູ​ໂຣ 2012 ກ່າວ​ວ່າ:

“ອັງກິດ​ແມ່ນພາສາທີ່ຕ້ອງ​ຮຽນ​ຮູ້​ກັນ​ໃຫ້​ໄດ້​ໃນ​ທຸກ​ມື້​ນີ້ ບໍ່​ວ່າ​ເຮົາຈະ​ມີ​ອາຊີບ​ໃດກໍ​ຕາມ ​
ເຮົາ​ກໍຈະ​ພົບ​ວ່າ​ມີ​ການ​ເຊຶ່ອມ​ໂຍງ​ກັບ​ພາສາ​ອັງກິດ​ແທບ​ທັງ​ນັ້ນ.”

ນາງ ຄາ​ເທີຣີນາ ນັກ​ທ່ອງ​ທ໋ຽວຈາກ​ສະ​ວີ​ເດັນ ກໍກ່າວ​ວ່າ:

“ຈໍານວນ​ຄົນ​ປາກ​ເວົ້າພາສາ​ອັງກິດ​ນັ້ນ ​ແມ່ນ​ເພີ່ມ​ທະວີ​ຂຶ້ນ​ເທົ່າໆ​ກັບ​ຄວາມ​ໄວ​ຂອງ​ສຽງ
ພຸ້ນ​ແຫລະ. ຂ້ອຍ​ຮູ້​ຈັກ​ຫລາຍ​ຄົນ ທີ່​ປາກ​ເວົ້າ ພາສາ​ອັງກິດ​ບໍ່​ໄດ້ ​ເຂົາ​ເຈົ້າກໍ​ເລີ່​ມ​ໄປ​ຮຽນ
​ແລ້ວ. ດຽວ​ນີ້​ເກືອບ​ວ່າ​ທຸກໆ​ຄົນ​ເວົ້າ​ພາສາ​ອັງກິດ​ກັນ.”

ນັກທ່ອງທ່ຽວພາກັນລຸຫລັ່ງໄປຍັງຢູເຄຣນ ພາໃຫ້ທາງການຕ້ອງເອົາ
ມາດຕະການຮັກສາຄວາມປອດໄພ ຢ່າງເຄ່ງຄັດ ຕາມຊາຍແດນ:

ດ້ວຍ​ຈໍານວນ​ນັກ​ທ່ອງ​ທ່ຽວ​ທີ່​ຫຼັ່ງ​ໄຫຼ​ໄປຍັງ​ນະຄອນຫລວງ Kyiv ນັ້ນ ພວກ​ຊາວເມືອງ​ທັງ
ຫຼາຍ ພາກັນ​ຫຼິງ​ເຫັນ​ຄວາມ​ສໍາຄັນ​ຂອງ​ພາສາ​ອັງກິດຫຼາຍ​ຂຶ້ນ ​ແມ່ນ​ແຕ່​ເວລາ​ເບິ່ງ​ລາຍການ​
ແຂ່ງຂັນ​ກີລາ​ບານ​ເຕະ​ຢູ່​ພາຍ​ໃນ​ປະ​ເທດ​ຂອງຕົນເອງ ຊຶ່ງ​ມີ​ການ​ບັນ​ລະ​ຍາຍ​ອອກ​ມາ​ເປັນ​
ພາສາ​ອັງກິດ​ນັ້ນ. ດ້ວຍເຫດ​ນີ້ ຊາວ​ຢູ​ເຄຣນຫຼາຍ​ໆ​ຄົນພົບ​ວ່າ ​ພວກ​ເຂົາ​ເຈົ້າກໍາລັງ​ກັບ​ຄືນ
​ໄປຫາຕອນ​ທີ່​ກໍ​າລັງຮຽນໜັງສືຢູ່ ​ໂດຍພະຍາຍາມ​ຮຽນພາສາ​ອັງກິດ​ໃຫ້​ໄດ້​ຈັກ​ສອງ​ສາມ​ປະ
​ໂຫຍ​ກກະ​ເອົາ ພຽງ​ແຕ່​ເພື່ອໃຫ້​ສາມາດອະທິບາຍ​ໃຫ້​ຊາວ​ຕ່າງປະ​ເທດ​ຟັງວ່າ ​ເປັນ​ຫຍັງ​ທີ​ມ
ບານ​ເຕະ​ຢູເຄຣນ ທີ່​ພວກ​ເຂົາ​ເຈົ້າ​ເຊຍໃຫ້ນັ້ນ​ຈຶ່ງຈະ​ຊະນະ.

ຊາວຢູເຄຣນສະເໜີໃຫ້ຊາວຕ່າງປະເທດທີ່ໄປເບິ່ງ ຢູໂຣ 2012 ພັກເຊົາຢູ່ນໍາເຂົາເຈົ້າຟຣີ:

XS
SM
MD
LG