ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຮຽນຄຳສັບໃນຂ່າວພາສາອັງກິດ Significant


ລິງໂດຍກົງ

ເຊີນຊົມວີດີໂອ ສອນພາສາອັງກິດ ຄຳສັບໃນຂ່າວ

News Word: Significant

ພົບ​ກັນ​ອີກ​ທ່ານ​ ​ໃນ​ບົດຮຽນ​ທີ່​ມີ​ຊື່ວ່າ News Words ຫຼືຄຳ​ສັບ​ໃນ​ຂ່າວ.

This word is taken from a story about a recent climate deal reached between the U. S. and China:

Significant

ຄຳ​ທີ່​ເຮົາ​ຈະ​ຮຽນ​ກັນ​ໃນ​ມື້​ນີ້​ ແມ່ນ Significant. ຄຳນີ້ ​ແມ່​ນ​ໄດ້​ມາ​ຈາກ ​ເລື້ອງ​ກ່ຽວ​ກັບ ການ​ຕົກລົງ​ກັນ​ເມື່ອ​ບໍ່​ດົນ​ມາ​ນີ້ ລະຫວ່າງ ສຫລ ກັບ ຈີນ: Significant

“Chinese smokestacks put out more carbon dioxide than any other country’s, more even than the world’s largest economy, the United States. So Wednesday’s announcement by U.S. President Barack Obama and Chinese President Xi Jinping was significant (16) says Duke University climate policy expert Tim Profeta.” (20)



“ທ່ານ ທິມໂປຣເຟຕາ ນັກຊ່ຽວຊານ ດ້ານນະໂຍບາຍ ເລື້ອງດິນຟ້າອາກາດ ຢູ່ມະຫາວິທະຍາໄລ ດູກ ກ່າວວ່າ ຈຳພວກອຸດສາຫະກຳທີ່ໃຊ້ວິດທີການຜະລິດແບບດັ້ງເດີມຂອງຈີນໄດ້ສົ່ງອາຍຄາບອນ ໄດອັອກໄຊດ໌ ອອກມາຫຼາຍກວ່າປະເທດອື່ນໆ

ຫຼາຍ​ກວ່າແມ່ນກະທັ້ງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກຄື ສະຫະລັດ ດ້ວຍ​ຊ້ຳ. ​ເພາະສະ​ນັ້ນ​ຈຶ່ງ​ວ່າ ຄຳ​ປະກາດ​ຂອງ​ປະທານາທິບໍດີ ແຫ່ງ ສະຫະລັດ ທ່ານ ບາຣັກ​ໂອ​ບາ​ມາ ກັບ​ປະທານ​ປ​ະເທດ ຈີນ ທ່ານ ສີ ຈິ່ນ​ຜິ​ງ​ຈຶ່ງ​ມີ​ຄວາມ​ສຳຄັນ​ຫຼາຍ.”​

When you say something is significant, you mean it is important. Something significant is special, and worth noting.

ເວລາ ເຮົາເວົ້າວ່າ ອັນໃດອັນນ່ຶງ significant ເຮົາໝາຍຄວາມວ່າອັນນັ້ນມີຄວາມສຳຄັນ ມັນມີຄວາມສຳຄັນເປັນພິເສດ ທັງເປັນສິ່ງທີ່ໜ້າບັນທຶກໄວ້ດ້ວຍ.

Now, the next time you hear significant, you will know what this News Word means! ​

ເທື່ອໜ້າເວລາມທ່ານໄດ້ຍິນຄຳວ່າ significant, significant, ທ່ານກໍຈະຮູ້ຄວາມໝາຍ ຂອງຄຳສັບໃນຂ່າວຄຳນີ້.

Find us, and friend us, on Facebook at VOA Learning English.

ຢ່າ​ລືມ​ເຂົ້າ​ໄປ​ເບິ່ງ​ແລະ​ຟັງ​ບົດຮຽນ​ພາສາ​ອັງກິດ ຢູ່​ໃນ​ເວັບ​ໄຊ​ຕ໌ ຂອງ​ເຮົາອີກ.

XS
SM
MD
LG