ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໖ ເມສາ ໒໐໒໕

ຄໍາສັບພາສາອັງກິດໃນຂ່າວ Susceptible ແປວ່າ ຫວັ່ນໄຫວງ່າຍ ໄດ້ຮັບຜົນກະທົບງ່າຍ


Susceptible ແມ່ນຄໍາຄຸນນາມ ມີຄວາມໝາຍວ່າ ອ່ອນໄຫວງ່າຍ ຫຼື ໃຈອ່ອນ.

Welcome to the Voice of America’s News Words.

ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸ-ໂທລະພາບຂອງ VOA.

Two years ago, hundreds of thousands of Rohingya people escaped Myanmar army attacks by fleeing to Bangladesh.

ສອງ​ປີ​ກ່ອນ, ຊາວ​ໂຣຮິງ​ຢາ​ຫຼາຍ​ຮ້ອຍ​ພັນ​ຄົນ​ໄດ້​ຫລົບ​ໜີ​ຈາກ​ການ​ໂຈມ​ຕີ​ຂອງ​ກອງທັບ​ມຽນມາ​ ໂດຍ​ໄດ້​ໜີ​ໄປ ປະເທດ​ບັງ​ກລາ​ແດັສ.

ໃນຄ່ຳຄືນນີ້ ເຮົາຈະມາຮຽນຄຳສັບໃນຂ່າວ, ມາອ່ານອອກສຽງນຳກັນເບິ່ງເນາະ:

SUSCEPTIBLE: SUSCEPTIBLE

ຄຳວ່າ SUSCEPTIBLE ແປ່ວ່າຫຍັງ? ມາຟັງຄຳອະທິບາຍນຳກັນ.....

As the refugees arrived, trees were cut down to build shelters.

ໃນຂະນະທີ່ຊາວອົບພະຍົບມາຮອດ, ຕົ້ນໄມ້ຫຼາຍຕົ້ນຖືກຕັດລົງເພື່ອສ້າງທີ່ພັກອາໄສ.

The shelters grew into large camps. The camps in low-lying areas are susceptible to flooding.

ທີ່ພັກອາໄສທັງຫຼາຍກໍເພີ່ມຫຼາຍຂຶ້ນ ກາຍເປັນສູນອົບພະຍົບ ຫຼື camps ຂະຫນາດໃຫຍ່. ສູນອົບພະຍົບຕັ້ງ​ຢູ່​ເຂດ​ລູ່ມທົ່ງພຽງ ​ເຊິ່ງ​ມີ​ຄວາມ​ສ່ຽງ​ຕໍ່​ໄພ​ນ້ຳ​ຖ້ວມ.

Aid workers and refugees are working to protect the camps.

ພະນັກງານຊ່ວຍເຫຼືອ ແລະຊາວອົບພະຍົບ ກໍາລັງເຮັດວຽກເພື່ອປົກປ້ອງ ສູນແຫ່ງນີ້.

If something is described as susceptible, it is in a position of risk or threat.

ຖ້າບາງສິ່ງບາງຢ່າງຖືກອະທິບາຍວ່າ ມີຄວາມອ່ອນໄຫວ, ມັນຢູ່ໃນທ່າທີທີ່ມີຄວາມສ່ຽງ, ໄພຂົ່ມຂູ່ ຫຼື ທີ່ເປັນໄປໄດ້ສູງ.

If someone is said to be susceptible, it means easily affected, influenced, or harmed by something, like a virus or crime.

ຖ້າຜູ້ໃດຜູ້ນຶ່ງ ຖືກກ່າວເຖິງວ່າ ມີຄວາມອ່ອນໄຫວ, ມັນໝາຍຄວາມວ່າ ຈະໄດ້ຮັບຜົນກະທົບໄດ້ງ່າຍ, ມີອິດທິພົນ, ຫຼືເປັນໄພອັນຕະລາຍຈາກບາງສິ່ງບາງຢ່າງເຊັ່ນ: ເຊື້ອໄວຣັສ ຫຼື ອາດຊະຍາກໍາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG