ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວຂອງສະຖານີ ວິທະຍຸ-ໂທລະພາບ VOA.
A photograph taken at the Virunga National Park in the Democratic Republic of Congo has quickly spread on the internet.
ຮູບພາບທີ່ຖືກຖ່າຍຢູ່ປ່າສະຫງວນແຫ່ງຊາດ ສີຣຸນກາ (Virunga) ໃນສາທາ ລະນະລັດ ປະຊາທິປະໄຕຄອງໂກ ໄດ້ແຜ່ລາມຢູ່ໃນອິນເຕີເນັດຢ່າງໄວວາ.
CHEEKY: CHEEKY
The photograph was taken and shared by a park ranger. They seem to be copying human behavior.
ຮູບພາບດັ່ງກ່າວແມ່ນໄດ້ຖ່າຍແລະແບ່ງປັນໂດຍຜູ້ຮັກສາປ່າສະຫງວນ. ພວກມັນເບິ່ງຄືວ່າກໍາລັງຮຽນແບບພຶດຕິກໍາຂອງມະນຸດ.
The park’s Instagram page said, “Those gorilla gals are always acting cheeky so this was the perfect shot of their true personalities!”
ໃນໜ້າ Instagram ຂອງປ່າສະຫງວນ ກ່າວວ່າ “ນາງສາວກໍລີລລາ ເຫຼົ່ານັ້ນ ມັກສະແດງທ່າທາງຂີ້ດື້, ດັ່ງນັ້ນ ນີ້ຈຶ່ງແມ່ນພາບທີ່ສົມບູນແບບຂອງບຸກຄະລິກ ທີ່ແທ້ຈິງຂອງພວກມັນ!”
To behave in a cheeky way is to act in a way that does not show respect.
ການປະພຶດໃນທາງທີ່ຂີ້ດື້ ຄືກັບການກະທຳທີ່ບໍ່ສະແດງຄວາມເຄົາລົບນັບຖື.
But it is not a serious act of rebellion – being cheeky is just a way of being humorous and playful.
ແຕ່ ມັນກໍບໍ່ແມ່ນການກະທຳຂອງການບໍ່ເຊື່ອຟັງທີ່ຮ້າຍແຮງ – ການສະແດງ ອອກເຖິງຄວາມຂີ້ດື້ ເປັນພຽງວິທີນຶ່ງຂອງການສະແດງທ່າທາງຕະຫຼົກ ແລະ ຫຼິ້ນແບບມ່ວນໆ.
ຟໍຣັມສະແດງຄວາມຄິດເຫັນ