ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Youthquake ແປວ່າ ຊາວໜຸ່ມ ຫຼື ເຍົາວະຊົນ


ຮຽນຄໍາສັບພາສາອັງກິດໃນຂ່າວ Youthquake ແປວ່າ ຊາວໜຸ່ມ ຫຼື ເຍົາວະຊົນ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

The Oxford Dictionary’s word of 2017 is…

ຄໍາສັບຂອງວັດຈະນານຸກົມ ອັອກສຝອດ ປະຈໍາປີ 2017 ແມ່ນ...

YOUTHQUAKE: YOUTHQUAKE

The editors at Oxford Dictionary said there was a 400 percent increase in the use of the word “youthquake” in 2017.

ບັນນາທິການຂອງວັດຈະນານຸກົມອັອກສຝອດ ກ່າວວ່າ ມີການໃຊ້ຄໍາສັບ “Youthquake” ເພີ້ມຂຶ້ນ 400 ເປີເຊັນ ໃນປີ 2017.

That is because of the large number of young people who voted in elections around the world.

ນັ້ນກໍເປັນ​ຍ້ອນຄົນໄວໜຸ່ມຈຳ​ນວນຫຼວງຫຼາຍ ຜູ້ທີ່ໄດ້ໃຊ້ສິດປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງຢູ່ໃນທົ່ວໂລກ.

In England, their votes gave the Labour Party a surprising increase in their seats in Parliament.

ໃນອັງກິດ, ການລົງຄະແນນສຽງຂອງພວກເຂົາເຫຼົ່ານັ້ນ ໄດ້ເຮັດໃຫ້ບ່ອນນັ່ງ ຂອງພັກແຮງງານຢູ່ໃນສະພາ ເພີ້ມຂຶ້ນແບບໜ້າປະຫຼາດໃຈ.

Youthquake comes from two words: “Youth” and “earthquake.”

Youthquake ມາຈາກສອງຄໍາສັບເຊັ່ນ: “Youth” (ຄົນໜຸ່ມ) ແລະ “Earthquake” (ແຜ່ນດິນໄຫວ).

It means big changes in culture, politics and society as a result of the actions of young people and a powerful youth culture.

ຄໍາສັບດັ່ງກ່າວນີ້ ໝາຍເຖິງການປ່ຽນແປງຂະໜາດໃຫຍ່ໃນວັດທະນະທໍາ, ການເມືອງ ແລະສັງຄົມ ຈາກຜົນຂອງການກະທໍາຂອງບັນດາໄວໜຸ່ມ ແລະ ວັດທະນະທໍາທີ່​ມີ​ອຳ​ນາດຂອງຄົນໄວໜຸ່ມ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG