ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Satire ແປວ່າ ການສຽດສີ


ຮຽນຄໍາສັບພາສາອັງກິດໃນຂ່າວ Satire ແປວ່າ ການສຽດສີ.

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າກ່ຽວກັບຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This week’s news word is about humor.

ຄໍາສັບໃນຂ່າວຂອງອາທິດນີ້ ແມ່ນກ່ຽວກັບອາລົມທີ່ຕະຫຼົກ.

SATIRE: SATIRE

I am the most presidential person you will ever see.

ຂ້າພະເຈົ້າຄືປະທານາທິບໍດີ ທີ່ດີທີ່ສຸດ ເທົ່າທີ່ທ່ານເຄີຍເຫັນມາ.

A new president means new jokes from this comedy group.

ປະທານາທິບໍດີຄົນໃໝ່ ໝາຍເຖິງເລື້ອງຕະຫຼົກໃໝ່ ຈາກກຸ່ມສະແດງຕະຫຼົກກຸ່ມນີ້.

I met with so many foreign leaders, like Barack Obama.

ຂ້າພະເຈົ້າໄດ້ພົບກັບບັນດາຜູ້ນໍາຕ່າງປະເທດຫຼາຍຄົນ ເຊັ່ນ: ທ່ານບາຣັກ ໂອບາມາ.

Elaina Newport is a member of the Capitol Steps.

ນາງເອເລນາ ນິວຜອດ ແມ່ນສະມາຊິກຂອງກຸ່ມ ຄາພິໂຕລ ສເຕັບ.

Political satire can make us all relax and get along better.

ການສຽດສີທາງການເມືອງ ສາມາດເຮັດໃຫ້ພວກເຮົາທັງໝົດຜ່ອນຄາຍ ແລະຢູ່​ຖືກກັນດີກວ່າ.

And even if you disagree with the person sitting next to you at the show, you can laugh at the same jokes.

ແລະເຖິງແມ່ນວ່າ ທ່ານຈະບໍ່ເຫັນດີກັບບຸກຄົນທີ່ນັ່ງຢູ່ຂ້າງທ່ານ ໃນລະຫວ່າງການສະແດງ, ພວກທ່ານ ຍັງສາມາດຫົວອອກມາໃນເລື້ອງຕະຫຼົກອັນດຽວກັນ.

Satire is a kind of humor.

Satire ແມ່ນລັກສະນະຂອງຄວາມຕະຫຼົກ.

It brings to light and criticizes the wrongdoings or bad qualities of a person, government or society.

ມັນເຮັດໃຫ້ເຫັນຄວາມແຈ່ມແຈ້ງ ແລະການວິພາກວິຈານໃນສິ່ງທີ່ກະທໍາຜິດ ຫຼືບຸກຄົນ, ລັດຖະບານ ແລະສັງຄົມ ທີ່ມີຄຸນນະພາບທີ່ບໍ່ດີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG