Welcome to the Voice of America’s News Words.
ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸ-ໂທລະພາບຂອງ VOA.
In February, the organization Freedom House released its yearly report on freedom and democracy.
ໃນເດືອນກຸມພາ, ອົງການ Freedom House ໄດ້ເປີດເຜີຍບົດລາຍງານປະຈໍາປີຂອງຕົນກ່ຽວກັບເສລີພາບ ແລະປະຊາທິປະໄຕ.
RETREAT: RETREAT
The report says that for the past 13 years, there has been a decrease in freedom around the world.
ບົດລາຍງານກ່າວວ່າ ໃນຮອບ 13 ປີທີ່ຜ່ານມາ, ເສລີພາບຢູ່ໃນທົ່ວໂລກໄດ້ຫຼຸດລົງ.
Countries have struggled with debates that are a part of democracy.
ປະເທດຕ່າງໆ ໄດ້ຕໍ່ສູ້ກັບການໂຕ້ວາທີທີ່ເປັນສ່ວນນຶ່ງກ່ຽວກັບປະຊາທິປະໄຕ.
The report says gains were made in the late 20th century but for now, democracy is in retreat.
ບົດລາຍງານກ່າວວ່າ ຜົນດັ່ງກ່າວເກີດຂຶ້ນໃນຊ່ວງທ້າຍຂອງສັດຕະວັດທີ 20. ແຕ່ສຳລັບປັດຈຸບັນ, ປະຊາທິປະໄຕຢູ່ໃນຊ່ວງຫຼຸດໜ້ອຍຖອຍລົງ.
In this example, retreat is the act or process of backing away from something.
ໃນຕົວຢ່າງນີ້, retreat ແມ່ນການກະທໍາ ຫຼື ຂະບວນການຂອງການຖອຍຫ່າງຈາກບາງສິ່ງບາງຢ່າງ.
In war, a retreat is a movement by soldiers away from enemy because the enemy is wining or has won a battle.
ໃນສົງຄາມ, a retreat ແມ່ນການເຄື່ອນໄຫວໂດຍທະຫານ ໃຫ້ຢູ່ຫ່າງຈາກສັດຕູ ເພາະວ່າ ສັດຕູຊະນະ ຫຼື ຫາກໍໄດ້ຮັບໄຊຊະນະ ໃນການສູ້ລົບ.
ຟໍຣັມສະແດງຄວາມຄິດເຫັນ