ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Pristine ແປວ່າ ດັ້ງເດີມ


ໃນສະພາບແວດລ້ອມ, pristine ຫມາຍຄວາມວ່າ ບໍ່ມີການປ່ຽນແປງໂດຍມະນຸດ ແລະຢູ່ໃນສະພາບທໍາມະຊາດຂອງມັນເອງ.

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This week’s news word is about climate change in the most northern part of Earth, the Arctic region.

ຄໍາສັບຂອງອາທິດນີ້ ແມ່ນກ່ຽວກັບ ການປ່ຽນແປງດິນຟ້າອາກາດໃນເຂດພາກເຫນືອສຸດຂອງໂລກ, ໃນພາກພື້ນອາກຕິກ.

PRISTINE: PRISTINE

The temperatures of the pristine Arctic are warming at twice the rate of the rest of the world.

ອຸນ​ຫະ​ພູມ​ຂອງເຂດດັ້ງເດີມອາກຕິກ ກໍາລັງອົບອຸ່ນຂຶ້ນເປັນ​ສອງ​ເທົ່າ​ຂອງ​ສ່ວນ​ທີ່​ເຫຼືອຂອງ​ໂລກທັງໝົດ​.

Scientists say if current warming rates hold, the world will see an ice-free Arctic by 2040.

ນັກວິທະຍາສາດກ່າວວ່າ ຖ້າອັດຕາຄວາມຮ້ອນໃນຂະນະນີ້ຍັງຄົງໂຕ, ໂລກຈະບໍ່ເຫັນນໍ້າກ້ອນ ຢູ່ຂົງເຂດອາກຕິກພາຍໃນປີ 2040.

In the environment, pristine means not changed by people and left in its natural state.

ໃນສະພາບແວດລ້ອມ, pristine ຫມາຍຄວາມວ່າ ບໍ່ມີການປ່ຽນແປງໂດຍມະນຸດ ແລະຢູ່ໃນສະພາບທໍາມະຊາດຂອງມັນເອງ.

Something is pristine if it is pure and in perfect condition.

ບາງສິ່ງ pristine ຖ້າຫາກວ່າມັນບໍລິສຸດ ແລະຢູ່ໃນສະພາບທີ່ຍັງສົມບູນແບບ.

Now you know the meaning of pristine.

ບັດນີ້ ທ່ານຮູ້ແລ້ວວ່າ pristine ໝາຍຄວາມວ່າຫຍັງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG