ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໔ ຕຸລາ ໒໐໒໔

ພາສາອັງກິດ Pamper ໝາຍຄວາມວ່າ ເອົາໃຈໃສ່ ຫຼື ເບິ່ງແຍງແບບພິເສດ


Pamper ແມ່ນຄໍາກິລິຍາ ມີໝາຍຄວາມວ່າ ການເອົາອົກເອົາໃຈ.

Welcome to the Voice of America’s News Words.

ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸກະຈາຍສຽງ VOA.

Even elephants need a vacation, or time off from work.

ຂະໜາດໂຕຊ້າງເອງ ມັນກໍຍັງຕ້ອງການວັນພັກ ຫຼືເວລາພັກ ຈາກການເຮັດວຽກ.

PAMPER: PAMPER

Elephants in central India’s Kanha Naitonal Park have day-to-day responsibilities, like guarding the park.

ຊ້າງຈໍານວນນຶ່ງໃນສວນອຸທະຍານແຫ່ງຊາດ ກັນຫາ ຂອງ ອິນເດຍ ມີໜ້າທີ່ຮັບຜິດຊອບມື້ຕໍ່ມື້ ເຊັ່ນ: ການເປັນຍາມຮັກສາສວນດັ່ງກ່າວ.

But once a year, the staff pampers the elephants for a week.

ແຕ່ວ່າ ໃນທຸກໆນຶ່ງຄັ້ງຂອງແຕ່ລະປີ, ບັນດາພະນັກງານຂອງສວນອຸທະຍານດັ່ງກ່າວ ຈະເອົາໃຈຝູງຊ້າງເຫຼົ່ານັ້ນເປັນເວລານຶ່ງອາທິດ.

They are touched gently, fed good meals and given a health exam.

ພວກມັນໄດ້ຮັບການນວດແບບນຸ້ມນວນ, ປ້ອນອາຫານທີ່ດີ, ແລະໄດ້ຮັບການກວດກາສຸຂະພາບ.

To pamper is to treat someone or something very well, with a lot of attention, care and kindness.

The pamper ແມ່ນການບົວລະບັດໃຜຜູ້ນຶ່ງ ຫຼືສິ່ງໃດນຶ່ງເປັນຢ່າງດີ ດ້ວຍການເອົາໃຈໃສ່, ເບິ່ງແຍງ ແລະຖະໜຸຖະໜອມ ເປັນພິເສດ.

Find more News Words on our website, LearningEnglish.VOANews.com

ຄົ້ນຫາຄໍາສັບໃນຂ່າວຂອງພວກເຮົາເພີ້ມເຕີມໄດ້ທີ່ LearningEnglish.VOANews.com

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG