ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Monument ແປວ່າ ອານຸສາວະລີ ຫຼື ອານຸສອນສະຖານ


ຮຽນຄໍາສັບພາສາອັງກິດໃນຂ່າວ Monument ແປວ່າ ອານຸສາວະລີ ຫຼື ອານຸສອນສະຖານ.

Welcome to the Voice of America News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

The travel website TripAdvisor named top landmark for travelers.

ເວັບໄຊທ໌ທ່ອງທ່ຽວ ທຣິບແອດວາຍເຊີ້ ໄດ້ຈັດລາຍຊື່ສະຖານທີ່ສໍາຄັນໃຫ້ແກ່ນັກທ່ອງທ່ຽວ.

MONUMENT: MONUMENT

The ancient Angkor Wat in Cambodia was chosen as the top landmark in the world to visit.

ສະຖານທີ່ບູຮານ ອັງກໍ ວັດ ໃນປະເທດກໍາປູເຈຍ ໄດ້ຖືກເລືອກໃຫ້ເປັນສະຖານທີ່ ທີ່ສໍາຄັນທີ່ສຸດຂອງໂລກ ໃນການໄປທ່ອງທ່ຽວ.

It received 33,000 five-star reviews on TripAdvisor.

ສະຖານທີ່ດັ່ງກ່າວ ໄດ້ຮັບການທົບທວນດ້ວຍຄະແນນ 5 ດາວເປັນຈໍານວນ 33,000 ຄັ້ງໃນເວັບໄຊທ໌ ທຣິບແອດວາຍເຊີ້.

Angkor Wat is the world’s largest religious monument.

ອັງກໍ ວັດ ເປັນອະນຸສອນສະຖານທາງສາສະໜາທີ່ໃຫຍ່ທີ່ສຸດໃນໂລກ.

A monument serves as an honor to something or someone notable or great.

Monument ເຮັດໜ້າທີ່ອັນເປັນກຽດ ແລະສັກສີສໍາລັບບາງສິ່ງ ຫຼື ສໍາລັບ​ບຸກ​ຄົນທີ່ມີຊື່ສຽງ ຫຼື ດີເລີດ.

It can be a building, a statue or even a park area.

ຄໍາສັບດັ່ງກ່າວ ສາມາດເປັນທັງຕຶກອາຄານ, ຮູບປັ້ນ ຫຼືແມ່ນແຕ່ພື້ນທີ່ສວນ.

Sometimes a monument is a place where an important event in history took place.

ບາງຄັ້ງ monument ກໍແມ່ນສະຖານທີ່ ທີ່ເຫດການທາງປະຫວັດສາດເກີດຂຶ້ນໃນທີ່ນັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG