ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Catastrophic ແປວ່າ ບາງສິ່ງທີ່ສ້າງຄວາມຫຍຸ້ງຍາກເສຍຫາຍທີ່ສຸດ


ຮຽນຄໍາສັບພາສາອັງກິດໃນຂ່າວ Catastrophic ແປວ່າ ບາງສິ່ງທີ່ສ້າງຄວາມຫຍຸ້ຍາກເສຍຫາຍທີ່ສຸດ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This news word is used during terrible situations.

ຄໍາສັບໃນຂ່າວນີ້ ແມ່ນໃຊ້ໃນລະຫວ່າງສະຖານະການທີ່ຮ້າຍແຮງ.

CATASTROPHIC: CATASTROPHIC

The U.N Children’s agency, UNICEF, says the situation is catastrophic.

ອົງ​ການເດັກນ້ອຍແຫ່ງສະຫະປະຊາຊາດ ຫຼື UNICEF ກ່າວວ່າ ສະຖານະການດັ່ງກ່າວແມ່ນໄພພິພັດ.

We estimate nearly 1.4 million children in Nigeria, Somalia, Yemen and South Sudan, where famine was just declared, to be severely malnourished and at imminent risk of death.

ພວກເຮົາຄາດການວ່າ ມີເດັກນ້ອຍເກືອບ 1,400,000 ຄົນ ໃນປະເທດໄນຈີເຣຍ, ໂຊມາເລຍ, ເຢເມນ ແລະ ຊູດານໃຕ້, ເຊິ່ງເປັນສະຖານທີ່ ທີ່ໄດ້ປະກາດພາວະຄວາມອຶດຫິວ, ຂາດສານອາຫານຢ່າງຮຸນແຮງ ແລະມີຄວາມສ່ຽງໃກ້ເສຍຊີວິດທີ່ສຸດ.

Catastrophic describes something involving great damage or suffering.

Catastrophic ອະທິບາຍບາງສິ່ງ ທີ່ພົວພັນກັບຄວາມເສຍຫາຍ ຫຼືຄວາມຫຍຸ້ງຍາກທີ່ສຸດ.

It also means something that is extremely tragic or unsuccessful.

ຄໍາສັບດ່ງກ່າວນີ້ ຍັງໝາຍເຖິງບາງສິ່ງທີ່ເສົ້າໂສກທີ່ສຸດ ຫຼື ບໍ່ປະສົບຜົນສໍາເລັດ.

Catastrophic is the adjective form of the noun “catastrophe.”

Catastrophic ແມ່ນຄໍາຄຸນນາມ ທີ່ມາ​ຈາກຄໍານາມ ທີ່ມີຄວາມໝາຍວ່າ “ຄວາມຫາຍານະ.”

Go to our website for more News Words.

ໄປເບິ່ງຄໍາສັບໃນຂ່າວເພີ້ມຕື່ມ ຢູ່ໃນເວັບໄຊທ໌ຂອງພວກເຮົາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG