ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ຄໍາສັບພາສາອັງກິດໃນຂ່າວ Trend ແປວ່າ: ທິດທາງ ຫຼື ແນວທາງແບບສະໄໝນິຍົມ


Trend ແມ່ນການປ່ຽນແປງທົ່ວໄປ, ມັນແມ່ນທິດທາງຂອງພຶດຕິກໍາທີ່ມີການ ພັດທະນາ ແລະກາຍມາເປັນເລື້ອງທໍາມະດາຫຼາຍຂຶ້ນ.

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

Millions of people in cities across Asia and other parts of the world are sharing bicycles for local travel.

ປະຊາຊົນຫຼາຍຄົນໃນຫຼາຍໆເມືອງທົ່ວຂົງເຂດເອເຊຍ ແລະພາກສ່ວນອື່ນໆຂອງ ໂລກ ກໍາລັງແບ່ງປັນລົດຖີບສຳ​ລັບ​ການທ່ອງທ່ຽວ​ໃນທ້ອງຖິ່ນ.

TREND: TREND

China’s Ministry of Transport reports that the two-year bike sharing trend has put more than 16 million bikes in China.

ກະຊວງຂົນສົ່ງຂອງຈີນລາຍງານວ່າ ການແບ່ງປັນລົດຖີບເປັນເວລາສອງປີ ມີແນວໂນ້ມເຮັດໃຫ້ລົດຖີບໃນຈີນເພີ້ມສູງຂຶ້ນຫຼາຍກວ່າ 16 ລ້ານຄັນ.

It says that more than 100 million Chinese have signed up for bike sharing.

ພວກເຂົາເຈົ້າກ່າວວ່າ ຊາວຈີນຫຼາຍກວ່າ 100 ລ້ານຄົນ ໄດ້ລົງ​ທະ​ບຽນ​ສຳ​ລັບ ການແບ່ງປັນໃຊ້ລົດຖີບ.

A trend is a general change. It is a way of behaving that is developing and becoming more common.

Trend ແມ່ນການປ່ຽນແປງທົ່ວ​ໄປ. ມັນແມ່ນທິດທາງຂອງພຶດຕິກໍາທີ່ມີການ ພັດທະນາ ແລະກາຍມາເປັນເລື້ອງທໍາມະດາຫຼາຍຂຶ້ນ.

Often, a trend is something currently popular or fashionable, such as hair styles and clothing.

ສ່ວນຫຼາຍແລ້ວ, trend ແມ່ນບາງສິ່ງທີ່ກໍາລັງເປັນທີ່ນິຍົມ ແລະ ທັນ​ສະ​ໄໝ ໃນປັດຈຸບັນນີ້ ເຊັ່ນວ່າ ຊົງຜົມ ແລະເສື້ອຜ້າ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG