ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in Minute ​ບົດ​ທີ 82 “Rain or Shine” ​ຝົນຈະຕົກ ຫລືແດດອອກກໍຈະ​ມາ


English in a Minute: Come Rain or Shine
please wait

No media source currently available

0:00 0:01:00 0:00

ເບິ່ງວີ​ດິ​ໂອ ລາຍ​ການ​ພາ​ສາ​ອັງ​ກິດ English in a Minute: Come Rain or Shine ຊຶ່ງ​ແປ​ວ່າ ບາງ​ສິ່ງ​ບາງ​ຢ່າງ​ຈະ​ເກີດ​ຂຶ້ນ ບໍ່​ວ່າ​ຈະ​ມີ​ຫຍັງ​ກໍ​ຕາມ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ.

Every language has weather related expressions. Two common weather conditions are rainy and sunny.
ທຸກໆພາສາ ມີສຳ​ນວນທີ່ກ່ຽວຂ້ອງກັບສະພາບດິນ​ຟ້າອາກາດ. ສະ​ພາບ​ດິນ​ຟ້າ​ອາ​ກາດທີ່​ຄົນມັກເວົ້າ​ເຖິງຫລາຍ ນັ້ນ​ກໍ​ຄື ຝົນຕົກ ແລະ ແດດອອກ. ພວກ​ເຮົາ​ມາ​ຟັງ​ການ​ສົນ​ທະ​ນາ​ລະ​ຫວ່າງ Ana ກັບ Jonathan ເບິ່ງ​ເນາະບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ຄວາມໝາຍ​ຂອງສຳ​ນວນ​ນີ້ໄດ້​ຫາຍ​ຂຶ້ນ.

Jonathan, are you coming to my lawn care party? We need to mow the lawn, pull the weeds and cut down a dead tree.

Jonathan, ເຈົ້າຈະມາງານດູ​ແລ​ເດີ່ນຫຍ້າຂ້ອຍບໍ? ພວກເຮົາຕ້ອງໄດ້ຕັດຫຍ້າ, ຫລົກ ຫຍ້າ ແລະຕັດຕົ້ນໄມ້ທີ່ຕາຍອອກ.

Of course, I will be there. ແນ່ນອນ, ຂ້ອຍຈະໄປ​ຫັ້ນແທ້.

You know you also said you were coming to my paint, my kitchen party and you didn't.
ເຈົ້າຮູ້ບໍ່ ຕອນນັ້ນເຈົ້າກະ​ເວົ້າ​ວ່າ ເຈົ້າຊິ​ມາງານ​ທາ​ສີເຮືອນ​ຄົວຂ້ອຍ ແລະເຈົ້າກໍບໍ່ມາ.

This time I will come rain or shine. I will be at your place Saturday morning.
ເທື່ອນີ້ ຂ້ອຍຈະມາຝົນຕົກ ຫຼື ແດດ​ອອກ ​ຂ້ອຍ​ກໍ​ຈະໃ. ຂ້ອຍຈະມາບອນເຈົ້າຢູ່ໃນຕອນເຊົ້າວັນເສົານີ້.

Come rain or shine means something will happen no matter what. It's a promise. You can even use the phrase when talking about the actual weather. So if you invite people to an outdoor party, you can tell them it will happen, come rain or shine.
ສຳ​ນວນ Come rain or shine ແປ​ວ່າ ​ຝົນຈະຕົກ ຫລືແດດອອກກໍຈະ​ມາ. ມັນຫມາຍຄວາມວ່າ ບາງສິ່ງບາງຢ່າງຈະເກີດຂຶ້ນບໍ່ວ່າມັນຈະເປັນແນວໃດກໍ​ຕາມ. ມັນເປັນຄໍາສັນຍາ. ທ່ານຍັງສາມາດໃຊ້ປະໂຫຍກນີ້ ໃນເວລາທີ່ເວົ້າກ່ຽວກັບສະພາບອາກາດຕົວຈິງໄດ້​ອີກ. ສະນັ້ນ ຖ້າທ່ານເຊີນຄົນມາຮ່ວມງານລ້ຽງ ທີ່​ຈັດ​ຢູ່ກາງເດີ່ນ ທ່ານກໍສາມາດບອກເຂົາເຈົ້າໄດ້ວ່າມັນຈະເກີດຂຶ້ນ, ບໍ່​ວ່າຝົນຈະຕົກ ຫຼື ແດດ​ຈະ​ອອກ​ກໍ​ໃຫ້​ມາ.

And that's English in a minute.

XS
SM
MD
LG