ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດທີ 107 “To be swamped” ແປວ່າ “ວຽກລົ້ນມື” ຫລື “ມີວຽກທີ່ຕ້ອງໄດ້ເຮັດຫຼາຍເກີນໄປໂພດ”


English in a Minute: To Be Swamped
please wait

No media source currently available

0:00 0:00:59 0:00

“To be swamped” ແປວ່າ “ວຽກລົ້ນມື” ຫລື ມີວຽກທີ່ຕ້ອງໄດ້ເຮັດຫຼາຍເກີນໄປໂພດ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A swamp is an area of land that’s often covered with water. So, what do you think this idiom mean? ບຶງ ແມ່ນ​ເນື້ອ​ທີ່​ດິນ​ທີ່ມັກ​ຈະ​ເຕັມ​ໄປ​ດ້ວຍ​ນ້ຳ. ສະ​ນັ້ນຄຳ​ວ່າ “to be swamped” ມັນ​ມີ​ຄວາມ​ໝາຍ​ແນວ​ໃດ​ກັນ​ແທ້? ພວກເຮົາ ມາ​ພາ​ກັນໄປຟັງບົດສົນທະນາລະຫວ່າງອານນາ ກັບ ໂຈເນທານ ລອງເບິ່ງເນາະ, ບາງທີມັນ ອາດຊ່ວຍໃຫ້ພວກເຮົາຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ?


Jonathan: I am so tired. I don’t think I’ve slept for two days.

ໂຈນາທານ: ຂ້ອຍເມື່ອຍຫລາຍຂະ​ໜາດ​. ຂ້ອຍຄິດວ່າ ຂ້ອຍນອນບໍ່​ໄດ້​ 2 ມື້ມາ​ໜິ.

Anna: why haven’t you been sleeping?

ອານນາ: ເປັນຫຍັງເຈົ້າຈຶ່ງນອນບໍ່ໄດ້?

Jonathan: I’ve been swamped with work. It just seems like I’m never able to get everything done.

ໂຈນາທານ: ຂ້ອຍມີວຽກ​ຖ້ວມ​ຫົວໄວ້​ໝົດ. ມັນເບິ່ງຄືວ່າ ຂ້ອຍຄື​ຊິບໍ່ສາມາດເຮັດວຽກ ທຸກຢ່າງ ໃຫ້ແລ້ວໄດ້ໜີ້​ຫລະ.

Anna: Jonathan, you need your sleep! Your health is more important than work.

ອານນາ:​ ໂຈເນທານ, ເຈົ້າຕ້ອງໄດ້ນອນໄດ໋! ສຸຂະພາບຂອງເຈົ້າມັນສຳຄັນກວ່າວຽກອີກ.

Jonathan: you’re right. But what I really need is a vacation.

ໂຈນາທານ: ເຈົ້າເວົ້າຖືກ, ແຕ່ ສິ່ງທີ່ຂ້ອຍຕ້ອງການແທ້ໆ ແມ່ນການໄປພັກຜ່ອນ.

As a verb, “swamp” means to cover or fill with too much water. The idiom “to be swamped” means to have too much to do. It might feel like you’ll never finish everything you have to do.

​ໂດຍ​ຢູ່ໃນຮູຸບແບບຂອງຄຳກິລິຍາ ຄຳ​ວ່າ “swamp” ມີ​ຄ​ງາມໝາຍວ່າ ປົກຫຸ້ມ ຫຼື ເຕັມ​ໄປ​ດ້ວຍ​ນ້ຳຫຼາຍເກີນ​ໄປ. ແລ້ວສຳນວນທີ່ວ່າ “to be swamped” ໝາຍຄວາມ​ວ່າ ມີວຽກທີ່ຕ້ອງໄດ້ເຮັດຫຼາຍເກີນ​ໄປໂພດ. ເຈົ້າອາດຈະຮູ້ສຶກຄືກັນ​ກັບວ່າ ເຈົ້າຈະບໍ່​ສາ​ມາດ ເຮັດທຸກຢ່າງທີ່ຕ້ອງໄດ້ເຮັດນັ້ນໃຫ້​ແລ້ວໄປໄດ້ຈັກ​ເທື່ອເລີຍ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG