ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ພາສາອັງກິດ ໃນນຶ່ງນາທີ, “The more the merrier” ແປວ່າ “ຄົນຫຼາຍເທົ່າໃດ ຍິ່ງມ່ວນຫຼາຍເທົ່ານັ້ນ”


ພາສາອັງກິດ ໃນນຶ່ງນາທີ, “The more the merrier” ແປວ່າ “ຄົນຫຼາຍເທົ່າໃດ ຍິ່ງມ່ວນຫຼາຍເທົ່ານັ້ນ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Merry means happy! So, what might it mean if someone says, the more the merrier?

Merry ແປວ່າ ມີຄວາມສຸກ! ແລ້ວມັນໝາຍຄວາມວ່າແນວໃດ, ຖ້າໃຜຄົນນຶ່ງເວົ້າວ່າ the more the merrier?


Anna: Dan, do you mind if I bring some friends to your party?

ອານນາ: ແດນ, ເຈົ້າຈະວ່າຫຍັງບໍ່ ຖ້າຂ້ອຍພາໝູ່ຈຳນວນນຶ່ງໄປງານລ້ຽງຂອງເຈົ້າ?

Dan: Not at all. The more the merrier!

ແດນ: ບໍ່ເລີຍ. ຍິ່ງຄົນຫຼາຍເທົ່າໃດ ກໍຍິ່ງມ່ວນຫຼາຍເທົ່ານັ້ນ!

Anna: Awesome! They’re in my amateur accordion group. We want to play music at our party!

ອານນາ: ສຸດຍອດເລີຍ! ພວກເຂົາຢູ່ໃນ ກຸ່ມ ອາ​ກໍ​ດິ​ອົງ ສະໝັກຫຼິ້ນ ຂອງຂ້ອຍ. ພວກເຮົາຢາກຫຼິ້ນດົນຕີ ໃນງານລ້ຽງຂອງເຈົ້າ!

Dan: Oh, they can’t come.

ແດນ: ໂອ, ຄັນຊັ້ນພວກເຂົາມາບໍ່ໄດ້.

Anna: You just said, “The more the merrier!”

ອານນາ: ເຈົ້າຫາກໍເວົ້າວ່າ ‘ຫຼາຍເທົ່າໃດ ກໍຍິ່ງມ່ວນຫຼາຍເທົ່ານັ້ນ!’

Dan: I didn’t say, “The more amateur accordion players the merrier.”

ແດນ: ຂ້ອຍບໍ່ໄດ້ເວົ້າວ່າ, ‘ຍິ່ງມີນັກຫຼິ້ນອາ​ກໍ​ດິ​ອົງ ສະໝັກຫຼິ້ນຫຼາຍເທົ່າໃດ ຍິ່ງມ່ວນຫຼາຍເທົ່ານັ້ນ!’

The more the merrier means that the more people who are at an event, the more fun the event will be. We can use this expression to talk about things too, not just people. For example, the more music the merrier! Usually.

“The more the merrier” ໝາຍຄວາມວ່າ ຍິ່ງມີຄົນຢູ່ທີ່ງານ ຫຼາຍເທົ່າໃດ, ງານກໍຍິ່ງຈະມ່ວນຫຼາຍເທົ່ານັ້ນ. ພວກເຮົາສາມາດໃຊ້ສຳນວນນີ້ ເພື່ອເວົ້າເຖິງເລື້ອງຕ່າງໆໄດ້ ເຊັ່ນກັນ ບໍ່ແມ່ນພຽງແຕ່ກ່ຽວກັບຄົນ. ຍົກຕົວຢ່າງ ຍິ່ງມີສຽງເພງຫຼາຍເທົ່າໃດ ຍິ່ງມ່ວນຫຼາຍເທົ່ານັ້ນ! ຖ້າຕາມປົກະຕິແລ້ວ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG