ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດ​ທີ 81 “Pick your battles ” ເລືອກ​ສຸມ​ຈິດ​ໃຈ​ໃສ່ ​​ສິ່ງ​ສຳ​ຄັນ ແລ້ວ ປ່ອຍ​​ສິ່ງບໍ່​ສຳ​ຄັນໄປ


English in a Minute: Pick Your Battles
please wait

No media source currently available

0:00 0:00:59 0:00

​ເບິ່ງວີ​ດິ​ໂອ English in a Minute: Pick Your Battles ມີ​ຄວາມ​ໝາຍ​ວ່າ ໃຫ້​ເລືອກ​ເອົາສິ່ງທີ່ສໍາຄັນແທ້ໆ ເພື່ອ​ສຸມ​ຈິດ​ໃຈ​ໃສ່ ແລະ ​ປ່ອຍໃຫ້​ສິ່ງ​ທີ່ບໍ່​ສຳ​ຄັນນັ້ນ​ຜ່ານ​ໄປ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A battle is a fight between people or groups. But what does it mean to pick your battles? Let's find out.
ການສູ້ລົບແມ່ນການຕໍ່ສູ້ກັນລະຫວ່າງຄົນກັ​ບຄົນ ຫຼື ກຸ່ມ​ກັບ​ກຸ່ມ​. ແຕ່ວ່າ ສຳ​ນວນທີ່​ວ່າ Pick your battles ມີ​ຄວາມ​ໝາຍ​ແນວ​ໃດ​ກັນ​ແທ້? ພວກ​ເຮົາ​ມາ​ຟັງ​ການ​ສົນ​ທະ​ນາ​ລະ​ຫວ່າງ Ana ກັບ Jonathan ເບິ່ງ​ເນາະ ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫາຍ​ຂຶ້ນ.

Jonathan, what is the best relationship advice you have ever been given?
Jonathan, ເຈົ້າ​ມີຄໍາແນະນໍາອັນ​ໃດທີ່ສຸດ ກ່ຽວ​ກັບສາຍພົວພັນ ທີ່ເຈົ້າເຄີຍບອກຄົນ​ມາ?

Hmm. I'd say pick your battles.
ຮືມ. ຂ້ອຍ ຖ້າຈະເວົ້າແລ້ວ ກໍ​ແມ່ນໃຫ້ເລືອກເອົາສະ​ໜາມ​ລົບຂອງເຈົ້າ.

That's a good one. Fighting over every single little thing would be so tiring.
ນັ້ນເປັນຄຳ​ແນະ​ນຳທີ່ດີ. ການຕໍ່ສູ້ໃຫ້​ໄດ້ທຸກສິ່ງທຸກ​ຢ່າງເລັກໆ ນ້ອຍໆ ມັນ​ກໍຄົງຈະເມື່ອຍຫຼາຍ ແມ່ນບໍ່.

Exactly. Save your energy to fight over the important stuff.
ຖືກ​ຕ້ອງ. ສະ​ຫງວນພະລັງງານຂອງເຈົ້າ​ໄວ້ ເພື່ອຕໍ່ສູ້ເອົາສິ່ງທີ່ສໍາຄັນຈະ​ດີກວ່າ.

Fighting takes energy and time. To pick your battles means to fight over the really major things and let the rest go. Jonathan is very wise.
ການຕໍ່ສູ້ ມັນຕ້ອງໄດ້ໃຊ້ພະລັງງານ ແລະເວລາ. To pick your battles ຖ້າ​ຈະແປ​ຕາມ​ໂຕ ​ກໍ​ແມ່ນເລືອກສະ​ໜາມລົບ ຫລື​ການ​ລົບຂອງເຈົ້າ ຊຶ່ງຫມາຍເຖິງການຕໍ່ສູ້​ເອົາສິ່ງທີ່ສໍາຄັນແທ້ໆ ແລະ ປ່ອຍສ່ວນທີ່ເຫຼືອ ຫລືບໍ່​ສຳ​ຄັນນັ້ນໄປ. Jonathan ສະ​ຫລາດຫຼາຍ.

I know. ຂ້ອຍ​ຮູ້.

and that's English in a minute.

XS
SM
MD
LG