ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

ພາສາອັງກິດ ໃນນຶ່ງນາທີ, “Over the top” ແປວ່າ “ເອົາແທ້ເອົາວ່າ ເກີນໄປ/ພິລຶກເກີນໄປ/ຫຼາຍເກີນໄປ”


ພາສາອັງກິດ ໃນນຶ່ງນາທີ, “Over the Top” ແປວ່າ “ເກີນໄປ/ເກີນຄວາມຈິງ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

This is the bottom and this is the top. But what does it mean to be over the top?

ນີ້ແມ່ນດ້ານລຸ່ມ ແລະ ນີ້ແມ່ນດ້ານເທິງ. ແຕ່ ສຳນວນທີ່ວ່າ “Over the top” ມັນມີຄວາມໝາຍວ່າແນວໃດ? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງອານນາ ກັບແດນ ລອງເບິ່ງເນາະ, ບາງທີ່ມັນອາດຊ່ວຍໃຫ້ພວກເຮົາເຂົ້າໃຈສຳນວນນີ້ຫຼາຍຂຶ້ນ.

Anna: Dan, one of Caty’s pens is missing!

ອານນາ: ແດນ, ບິກກ້ານນຶ່ງຂອງ ເຄທີ ບໍ່ເຫັນ!

Dan: She probably lost it. Besides it’s just a pen.

ແດນ: ນາງ ອາດຈະເຮັດມັນເສຍໄປແລ້ວ. ນອກຈາກນີ້ ມັນກະຍັງເປັນພຽງແຕ່ບິກກ້ານດຽວ ເທົ່ານັ້ນ.

Anna: No, no, no. it’s her favorite pen. First, we interview witnesses. And then, we dust for fingerprints!

ອານນາ: ບໍ່, ບໍ່, ບໍ່. ມັນແມ່ນບິກທີ່ນາງມັກທີ່ສຸດ. ກ່ອນອື່ນ, ພວກເຮົາຕ້ອງສອບຖາມບັນດາຜູ້ເຫັນເຫດການ. ແລະຕໍ່ມາ, ພວກເຮົາຕ້ອງ ກວດສອບຫາລາຍນິ້ວມືໂດຍການໃຊ້ຜົງກວດສອບຫາລາຍນິ້ວມື!

Dan: Don’t you think that’s a bit over the top?

ແດນ: ເຈົ້າບໍ່ຄິດວ່າ ນັ້ນມັນຫຼາຍເກີນໄປບໍ?

Anna: Dan, this is the case we’ve been waiting for!

ອານນາ: ແດນ, ນີ້ແມ່ນຄະດີ ທີ່ພວກເຮົາຄອງຄອຍມາໄດ໋!

Dan: We?

ແດນ: ພວກເຮົາຫວາ?

“Over the top” is used to describe something that’s too extreme or requires too much effort for a situation. Some decorations or clothes are over the top. So it collecting fingerprints to find a pen that I borrowed!

ສຳນວນທີ່ວ່າ “Over the top” ໃຊ້ເພື່ອອະທິບາຍບາງສິ່ງບາງຢ່າງທີ່ຫຼາຍເກີນໄປ, ຫຼື ຕ້ອງໃຊ້ຄວາມພະຍາຍາມຫຼາຍເກີນໄປສຳລັບສະຖານະການໃດນຶ່ງ. ການເອ້ຍ້ອງ ຫຼື ເຄື່ອງນຸ່ງຮົ່ມບາງຢ່າງ ກໍເອົາແທ້ເອົາວ່າ ແຕ່ງຫຼາຍເກີນໄປ. ດັ່ງນັ້ນ ການເກັບລາຍນິ້ວມື ເພື່ອຊອກຫາບິກກ້ານດຽວ ທີ່ຂ້ອຍຢືມມາ ຊັ້ນຫວາ!

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG