ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

English in a minute, ບົດ​ທີ 68 “Wild Card” ແປ​ວ່າ ເປັນ​ຄົນ ທີ່ບໍ່​​ສາ​ມາດຄາດເດົາ​ ຫລື ​ເຊື່ອ​ໄດ້​ວ່າ​ ຈະ​ເວົ້າ ຫລື​ເຮັດ​ຫຍັງ


English in a Minute: Wild Card
please wait

No media source currently available

0:00 0:01:00 0:00

ເຊີນ​ຊົມ​ວີ​ດິ​ໂອລາຍ​ການ English in a Minute, Wild Card ​ແປ​ວ່າ ເປັນ​ຄົນທີ່ບໍ່​​ສາ​ມາດຄາດເດົາ​ ຫລື ​ເຊື່ອ​ໄດ້​ວ່າ​ ຈະ​ເວົ້າ ຫລື ​ເຮັດ​ຫຍັງ ໃນ​ສະ​ຖາ​ນະ​ການ​ໃດ​ນຶ່ງ

Welcome to English in a minute, where we teach you all about idioms in American English.
ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າ​ສູ່ລ​າຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ນາ​ທີ.​

ລິງໂດຍກົງ

In many card games, some cards have an unknown value. They are called wild cards. But what else can wild card mean?

ໃນເກມການ​ຫລິ້ນ​ໄພ້ຫຼາຍຢ່າງນັ້ນ, ໄພ້​ບາງ​ອັນທີ່​ຄົນ​ຖື​ໄວ້ເຮົາ​ກໍບໍ່ຮູ້ວ່າ​ແມ່ນໄພ້​ຫຍັງ ຊຶ່ງມັນ ເອີ້ນວ່າ wild card.

ຄຳ​ວ່າ wild ແປ​ວ່າ ບໍ່​ມີ​ການ​ຢັບ​ຢັ້ງຊັ່ງ​ໃຈ ຫລື​ ຄາດ​ເດົາ​ໄດ້ ແລະ​ຄຳ​ວ່າ card ໃນ​ນີ້​ແປ​ວ່າໄພ້ ແຕ່ວ່າສຳ​ນວນ wild card ເດ່​ ມັນຫມາຍຄວາມວ່າແນວໃດກັນ​ແທ້? ພວກ​ເຮົາ​ມາ​ຟັງ​ການສົນ​ທະ​ນາ​ລະ​ຫວ່າງ Anna ກັບ Dan ລອງເບິ່ງ​ເນາະ ​ບາງ​ທີມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້.

I invited Ralph to our fundraising meeting.
ຂ້ອຍໄດ້ເຊື້ອເຊີນຣາ​ລຟ (Ralph) ໄປກອງຮ່ວ​ມປະຊຸມລະດົມທຶນຂອງພວກເຮົາ.

Great idea! He's rich! He can help us raise money for our pickleball team.
ເປັນຄວາມຄິດທີ່ດີ​ເລີດ! ລາວຮັ່ງ! ລາວສາມາດຊ່ວຍພວກເຮົາຫາເງິນໃຫ້ທີມຫລິ້ນບານ pickleball ຂອງພວກເຮົາໄດ້.

But he's also a wild card. You never know what he's going to say.
ແຕ່ວ່າ​ລາວ​ກໍເປັນ wild card ຄື​ກັນ​ໄດ໋. ເຈົ້າບໍ່ຮູ້ໄດ້​ດອກວ່າລາວຈະເວົ້າຫຍັງ.

If he says something unhelpful, we just unplug his microphone.
ຖ້າລາວເວົ້າສິ່ງທີ່ບໍ່ມີປະໂຫຍດ, ພວກເຮົາກະ​ມີແຕ່ຖອດໄມໂຄຣໂຟນຂອງລາວອອກ ຊັ້ນ​ແຫລ້ວ.

If someone is a wild card, they are unpredictable. You don't exactly know how they might affect a situation or what they might do. Lots of situations can have a wild card, even a pickleball fundraising meeting.

ຖ້າໃຜຜູ້ຫນຶ່ງເປັນແບບ wild card, ພວກເຂົາແມ່ນບໍ່ສາມາດຄາດເດົາໄດ້. ທ່ານບໍ່ຮູ້ແທ້ໆວ່າ ເຂົາເຈົ້າອາດຈະສົ່ງຜົນກະທົບຕໍ່ສະຖານະການ ຫຼືວ່າພວກເຂົາອາດຈະເຮັດແນວ​ໃດ. ໃນຫຼາຍໆສະຖານະການແມ່ນ​ອາດມີຄົນ​ທີ່ບໍ່​ສາ​ມາດ​ຄາດ​ເດົາ​ໄດ້, ແມ່ນແຕ່ວ່າ ຢູ່ກອງປະຊຸມລະດົມທຶນ ສຳ​ລັບ ຊຸກ​ຍູ້ກິ​ລາ pickleball ກໍ​ຕາມ.

And that's English in a minute.

XS
SM
MD
LG