ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດ​ທີ 58 "Kills two Birds with One Stone” ແປ​ວ່າ “ຂ້ານົກສອງໂຕດ້ວຍກ້ອນຫີນກ້ອນດຽວ”


English in a Minute: Kill Two Birds with One Stone
please wait

No media source currently available

0:00 0:01:00 0:00

ເບິ່ງວີ​ດິ​ໂອລາຍ​ການ English in a Minute: Kill Two Birds with One Stone ຊຶ່ງແປວ່າ ຂ້ານົກສອງໂຕດ້ວຍຫີນກ້ອນດຽວ ຖ້າຈະທຽບໃສ່ສຸພາສິດແລ້ວກໍແມ່ນ “ຍິງນົກສອງໂຕດ້ວຍປືນລູກດຽວ” ຫລື “ຍິງນົກສອງໂຕດ້ວຍກ້ອນຫີນກ້ອນດຽວ”.

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Birds are lovely animals. so why would Anna and Jonathan want to kill two birds with one stone?
ນົກເປັນສັດທີ່ໜ້າຮັກ. ຊັ້ນ ເປັນຫຍັງ Anna ແລະ Jonathan ຈຶ່ງຢາກ ຂ້ານົກສອງໂຕດ້ວຍກ້ອນຫີນກ້ອນດຽວ?

“kill two birds with one stone” ຖ້າຈະ​ແປ​ຕາມ​ໂຕ​ເລີຍກໍ​ແແມ່ນ "ຂ້າ​ນົກ​ສອງ​ຕົວ ດ້ວຍ​ກ້ອນ​ຫີນ​ກ້ອນ​ດຽວ" ແລ້ວ​ສຳ​ນວນນີ້ມີ​ໝາຍ​ຄວາມວ່າ​ແນວ​ໃດ​ກັນ​ຫລະ? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ກັບ Jonathan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

Anna, where did you get that red wagon?
ແອນນາ, ເຈົ້າເອົາລົດ​ລໍ້​ນ້ອຍສີແດງນັ້ນໄປໃສ?

Jonathan I needed exercise and fruit.
Jonathan ຂ້ອຍຕ້ອງ​ການການ​ອອກ​ກໍາ​ລັງ​ກາຍ ​ແລະກໍ​ຫມາກ​ໄມ້ນຳອີກ​.

So, you kill two birds with one stone by pulling the wagon to the store.
ສະ​ນນັ້ນ ​ເຈົ້າກະ​ເລີຍ​ຂ້າ​ນົກ​ສອງ​ໂຕ​ດ້ວຍ​ກ້ອນ​ຫີນ​ກ້ອນ​ດຽວ ​ໂດຍ​ການ​ລາກ​ລົດ​ລໍ້ນ້ອຍ ​ໄປ​ຮ້ານຂາຍ​ເຄື່ອງ​ນຳ​ແມ່ນ​ບໍ.

Yes. Maybe next time I can read a book too.
ແມ່ນແລ້ວ. ບາງທີ ເທື່ອ​ໜ້າຂ້ອຍອາດ​ຈະອ່ານຫນັງສືໄປ​ນຳຄືກັນ.

Be careful! ໂອ້​ລະ​ວັງແດ່​ເດີ້!

​ສຳ​ນວນ “kill two birds with one stone” ຊຶ່ງ​ແປ​ວ່າ ຂ້ານົກສອງໂຕດ້ວຍຫີນກ້ອນດຽວ ຖ້າ​ຈະ​ທຽບ​ໃສ່​ສຸ​ພາ​ສິດ​ແລ້ວ​ກໍ​ແມ່ນ “ຍິງ​ນົກ​ສອງ​ໂຕດ້ວຍ​ປືນ​ລູກ​ດຽວ” ຫລື “ຍິງ​ນົກ​ສອງ​ໂຕ​ດ້ວຍ​ກ້ອນ​ຫີນ​ກ້ອນ​ດຽວ” ກໍ​ວ່າ​ໄດ້.

If you kill two birds with one stone, you solve two problems or finish two tasks with one action. ຖ້າທ່ານ ມັນໝາຍ​ຄວາມ​ວ່າທ່ານແກ້ໄຂບັນຫາສອງຢ່າງ ຫຼືເຮັດສໍາເລັດຫນ້າທີ່​ສອງ​ອັນ ດ້ວຍການກະ​ທຳ​ອັນ​ດຽວ.

This saves time and energy, just make sure the things you were doing at the same time are safe to do at the same time.
ນີ້ເປັນ​ການຊ່ວຍປະຢັດເວລາ ແລະພະລັງງານ, ພຽງແຕ່ ໃຫ້ແນ່ໃຈວ່າ ສິ່ງທີ່ທ່ານກໍາລັງ ເຮັດໃນເວລາດຽວກັນນັ້ນ ປອດໄພທີ່ຈະເຮັດໄດ້ໃນເວລາດຽວກັນ.

And that's English in a minute.

XS
SM
MD
LG