ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

English in a Minute, ບົດ​ທີ 42 "Wild goose Chase" ​ແປ​ວ່າ ການຊອກຫາສິ່ງທີ່ເປັນໄປບໍ່ໄດ້


English in a Minute: Wild Goose Chase
please wait

No media source currently available

0:00 0:00:59 0:00

English in a Minute: Wild Goose Chase ແປ​ວ່າ ການຊອກຫາສິ່ງທີ່ເປັນໄປບໍ່ໄດ້.

Welcome to English in a minute. ກັບ​ມາພົບ​ກັນ​ອີກ​ເທື່ອ​ນຶ່ງເນາະ​ທ່ານໃນ​ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີຂອງ​ພວກ​ເຮົາ.

ລິງໂດຍກົງ

This is a goose. ນີ້ແມ່ນຫ່ານ

Wild goose chase.

Oh boy. Why are Ana and Jonathan chasing waterfowl?

ໂອ່ຍເນາະ. ເປັນ​ຫຍັງ​ອານາ ​ແລະ​ໂຈນາທານ​ຈຶ່ງພາ​ກັນ​ໄລ່​ຝູງ​ນົກນ້ຳ?

​ຄຳ​ວ່າ Wild goose chase ໃນພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນມັນມີ​ຄວາມໝາຍ​ແນວໃດ? ພວກ​ນ້ອງໆ ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ພໍ​ຈະ​ຮູ້ບໍ? ພວກ​ເຮົາ​ມາ​ຟັງ​ສອງ​ຄົນ​ນີ້​ລົມ​ກັນເບິ່ງ​ເນາະ. ບາງ​ເທື່ອ​ພວກ​ເຮົາ​ອາດ​ຈະ​ເຂົ້າ​ໃຈ​ໄດ້.

Hey how was your weekend?
ເຮີຍ, ເຈົ້າເປັນຈັ່ງໃດໃນທ້າຍ​ອາ​ທິດ​ທີ່​ຜ່ານ​ມາໜີ້?

Well I spent it with my friends who are trying to find the perfect spot for their wedding.
ເອີ່ ຂ້ອຍ​ກໍ​ໃຊ້​ເວ​ລາ​ຢູ່​ກັບ​ເພື່​ອນ​ຂອງ​ຂ້ອຍທີ່​ພະ​ຍາ​ຍາມພາ​ກັນ​ຊອກຫາ​ບ່ອນ ​ທີ່​ສົມ​ບູນ​ແບບສຳ​ລັບ​ຈັດງານ​ແຕ່​ງ​ງານ​ຂອງ​ເຂົາ​ເຈົ້າ.

That sounds fun. Or maybe not.
ຟັງໆ ແລ້ວກໍ​ຄື​ຊິມ່ວນຢູ່. ຫຼື ອາດຈະບໍ່ມ່ວນ​ເນາະ.

It was a wild goose chase.
ມັນເປັນການທີ່​ເອີ້ນ​ວ່າ a wild goose chase.

He wants a big place. She wants a small place. He wants city. She wants country.
ລາວ ຝ່າຍຊາຍຢາກ​ຈັດ​ຢູ່ສະຖານທີ່ໃຫຍ່. ສ່ວນນາງຜັດ ຢາກ​ເຮັດ​ຢູ່​ໃນສະ ຖານທີ່ນ້ອຍ. ລາວຢາກ​ເຮັດ​ຢູ່​ໃນເມືອງ. ນາງ​ຜັດ​ຢາກ​ເຮັດຢູ່​ເຂດ​ຊົນ​ນະ​ບົດ.

So did they find a place?
ຄັນ​ຊັ້ນ ເຂົາເຈົ້າກໍຊອກຫາສະຖານທີ່ໄດ້​ແລ້ວ​ບໍ?

No. In fact they decided to wait.
ບໍ່, ຄວາມຈິງແລ້ວເຂົາເຈົ້າຕັດສິນໃຈວ່າລໍໄປ​ກ່ອນ.

A wild goose chase is a search for the impossible.
ສຳ​ນວນ A wild goose chase ແປ​ວ່າ ການຊອກຫາສິ່ງທີ່ເປັນໄປບໍ່ໄດ້.

The expression comes from Shakespeare Play, Romeo and Juliet.
ສຳ​ນວນນີ້ແມ່ນໄດ້ມາຈາກບົດ​ລະ​ຄອນ​ຂອງ Shakespeare ທີ່​ມີ Romeo ແລະ Juliet

ໃນ​ຕອນນັ້ນ ມັນໃຊ້​ເພື່ອອະທິບາຍປະເພດຂອງການແຂ່ງມ້າ, ແຕ່ວ່າ ໃນສູ່ມື້ນີ້ ມັນຫມາຍເຖິງການຊອກ ຫາສິ່ງ​ໃດ​ສິ່ງທີ່ບໍ່​ມີ​ຄວາມ​ຫວັງຈະ​ໄດ້​ພົບ ແລະອຸກອັ່ງໃຈເທົ່າ​ນັ້ນ.

goose ແປ​ວ່າ ຫ່ານ​ທີ່​ເປັນ​ສັດ​ປະ​ເພດ​ທີ່ບິນ​ຂຶ້ນ​ບິນລົງ ແລະ​ລົງ​ໄປ​ຫລິ້ນ​ນ້ຳກໍ​ໄດ້

wild ແປ​ວ່າ ສິ່ງ​ທີ່​ເກີດ​ຕາມ​ທຳ​ມະ​ຊາດ ຫລື​ຢູ່​ປ່າ

chase ແລ່ນ​ໄຫລ່ນຳ ຫລື​ໄລ່​ຕາມ​ສິ່ງ​ໃດ​ສິ່ງ​ນຶ່ງ

ສະ​ນັ້ນສຳ​ນວນ A wild goose chase ຈຶ່ງ​ແປ​ວ່າ ການຊອກຫາສິ່ງທີ່ເປັນໄປບໍ່ໄດ້.

​And that's English in a minute.

XS
SM
MD
LG