ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, Lesson 40 “It's up to you” ແປ​ວ່າ ສຸດ​ແລ້ວ​ແຕ່​ເຈົ້າ


ລິງໂດຍກົງ

English in a Minute: It's Up to You ແປ​ວ່າ​ສຸດ​ແລ້ວ​ແຕ່​ເຈົ້າ

Welcome to English in a minute.

ກັບ​ມາພົບ​ກັນ​ອີກ​ເທື່ອ​ນຶ່ງເນາະ​ທ່ານໃນ​ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີຂອງ​ພວກ​ເຮົາ ບ່ອນ​ທີ່​ທ່ານ​ຮຽນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ.

ລິງໂດຍກົງ

Making decisions is important and it can be difficult. When you ask people to decide something, you might hear them say “it's up to you”

ການ​ຕັດ​ສິນ​ໃຈ​ແມ່ນ​ເປັນ​ເລື້ອງ​ທີ່​ສຳ​ຄັນ ແລະ​ບາງ​ຄັ້ງ​ມັນ​ກໍ​ມີ​ຄວາມ​ລຳ​ບາກ ໃນ​ເວ​ລາ​ທີ່​ທ່ານບອກ​ຂໍ​ໃຫ້​ຄົນ ຕັດ​ສິນ​ໃຈ​ເຮັດ​ອັນ​ໃດ​ອັນ​ນຶ່ງທ່ານ​ມັກ​ຈະ​ໄດ້​ຍິນ​ຄຳ​ວ່າ: “it's up to you”

To find out what this one means. Let's listen to this conversation.

ເພື່ອ​ຢາກ​ຮູ້ຄວາມ​ໝາຍ​ຂອງ​ມັນ ລອງ​ມາ​ຟັງ​ບົດ​ສົນ​ທະ​ນາ​ຕໍ່​ໄປ​ນີ້​ເບິ່ງ.

What do you want for dinner tonight? ເຈົ້າ​ຢາກ​ກິນ​ຫຍັງມື້​ແລງ​ໜິ?

I'm not sure. What do you want? ຂ້ອຍບໍ່​ແນ່​ໃຈ ແລ້ວ​ເຈົ້າ​ເດ່​ຢາກ​ກິນ​ຫຍັງ?

It's up to you Whatever you want We'll have. ສຸດ​ແລ້ວ​ແຕ່​ເຈົ້າ. ເຈົ້າ​ຢາກ​ອັນ​ໃດ​ພວກ​ເຮົາ​ກໍ​ຈະກິນ​ອັນ​ນັ້ນ.

When you say “it's up to you.” It's another way to say that You want the other person to choose?
ເວ​ລາ​ທີ່​ທ່ານເວົ້າ​ວ່າ “it's up to you.” ມັນ​ເປັນ​ອີກວິ​ທີ​ນຶ່ງ​ທີ່ບອກ​ໃຫ້​ຄົນ​ອື່ນຮູ້​ວ່າ ໃຫ້​ເຂົາ​ເຈົ້າ​ເປັນ​ຄົນ​ເລືອກ.

That might be because you can't decide or you are being nice and letting someone else choose, it's up to you.
ທັງນີ້​ກໍ​ອາດ​ເປັນ​ເພາະ​ວ່າ ທ່ານ​ຕັດ​ສິນ​ໃຈ​ບໍ່​ໄດ້ ຫລືບໍ່​ກໍ​ເປັນ​ຄົນ​ໃຈ​ດີ ແລະ​ປ່ອຍ​ໃຫ້​ຄົນ​ອື່ນ​ເລືອກ​ຕາມ​ໃຈ​ເຂົາ​ເຈົ້າ.

“it's up to you.”

And that's English in a minute.

XS
SM
MD
LG