ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດ​ທີ 63 “Drinking from a Fire Hose” ແປ​ວ່າ ຮູ້​ສຶກ​ວ່າບໍ່​ໄຫວ ຫລື​ ໜັກ​ໜ່ວງ​ຫລາຍ


English in a Minute: Drinking from a Fire Hose
please wait

No media source currently available

0:00 0:01:00 0:00

ເຊີນ​ເບິ່ງວີ​ດິ​ໂອ English in a Minute: Drinking from a Fire Hose ແປ​ວ່າ​ຮູ້​ສຶກບໍ່​ໄຫວ, ໜັກ​ໜ່ວງ​ຫລາຍ, ຮຽນ ຫລື ເຮັດ​ບໍ່​ທັນ​ຕາມ​ຄວາມ​ຕ້ອງ​ການ

Welcome to English in a minute, where we teach you all about idioms in American English.
ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າ​ສູ່​ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A fire hose releases huge amounts of water to help put out fires. So why would someone be drinking from a fire hose?
ທໍ່ນ້ຳ​ດັບ​ເພີງ​ປ່ອຍ​ນ້ຳໃນ​ປະ​ລິ​ມານ​ຫຼວງ​ຫຼາຍເພື່ອ​ຈະ​ຊ່ວຍ​ດັບ​ໄຟ​ໄດ້. ສະນັ້ນ ເປັນຫຍັງບາງຄົນຈຶ່ງໄປດື່ມນ້ຳ​ຈາກທໍ່ນ້ຳ​ດັບ​ເພີງ? ພວກ​ເຮົາ​ມາ​ພາ​ກັນ​ໄປ​ຟັງ​ການ​ສົນ​ທະ​ນາ​ກັນ​ລະ​ຫວ່າງ Anna ກັບ Dan ລອງເບິ່ງ​ເນາະ ​ບາງ​ທີມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ.

So how has work training been going Dan? ເອີ້ ການຝຶກອົບຮົມກ່ຽວ​ກັບ​ວຽກຂອງ​ເຈົ້າ​ເປັນ​ແນວ​ໃດ​ຫລະ Dan?

I feel like I'm drinking from a fire hose. Ten hours straight every single day. It’s a lot.
ຂ້ອຍຮູ້​ສຶກ​ວ່າ​ຂ້ອຍ​ກຳ​ລັງ​ດື່ມ​ຈາກ​ທໍ່​ດັບ​ເພີງໜີ້​ຫລະ. 10 ຊົ່ວ​ໂມງ​ເຮັດ​ວຽກ​ຕະ​ຫລອດ​ເລີຍ​ໃນ​ແຕ່​ລະ​ມື້. ມັນ​ຫຼາຍອີ່​ຫລີ​ໄດ໋.

Wow. Things sure are different from when I started back then, training was more like drinking from a little small straw.
ວ້າວ. ແນ່ນອນ​ເຮັດ​ສິ່ງ​ຕ່າງທີ່​ຕ້ອງ​ເຮັດ​ແມ່ນແຕກຕ່າງຈາກຕອນທີ່ຂ້ອຍເລີ່ມຕົ້ນໃນ ເມື່ອກ່ອນ, ການຝຶກອົບຮົມຕອນນັ້ນ ແມ່ນຄ້າຍຄືກັບການດື່ມນ້ຳຈາກ​ຫລອດ​ດູດອັນ​ນ້ອຍໆ.

Wow. Must have been nice. That sounds a lot easier.
ວ້າວ. ຈັ່ງ​ຊັ້ນ​ມັນ​ກະ​ດີ​ຫລະ​ບໍ້. ຟັງ​ແລ້ວມັນ​ກໍງ່າຍກວ່າຕັ້ງ​ຫລາຍ​ເນາະ.

If someone says they are drinking from a fire hose, they feel overwhelmed. They don't feel like they can keep up with everything they must do or learn.
ຖ້າຜູ້ໃດຜູ້ນຶ່ງເວົ້າວ່າພວກເຂົາດື່ມນ້ຳຈາກທໍ່ດັບເພີງແມ່ນເຂົາເຈົ້າຮູ້ສຶກບໍ່​ໄຫວ ຫລື​ບໍ່​ສາ​ມາດ​ເຮັດ​ໄດ້, ຮູ້​ສຶກ​ໜ​ັກ​ໜ່ວງ​ຫລາຍ. ເຂົາເຈົ້າຮູ້ສຶກວ່າຕົນ​ເອງບໍ່ສາມາດນຳ​ທັນ ຫລື​ເຮັດ​ໄດ້ຕາມ​ຂໍ້​ກໍ​ນົດທຸກຂໍ້ທີ່ເຂົາເຈົ້າຕ້ອງໄດ້ເຮັດ ຫຼື ຮຽນ.

And that's English in a minute.

XS
SM
MD
LG