ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດ​ທີ 73 “Bag of trick” ຊຸດແຜນການເພື່ອ​ໃຫ້​ບັນ​ລຸເປົ້າ​ໝາຍ ບາງຢ່າງ


English in a Minute: Bag of Tricks
please wait

No media source currently available

0:00 0:01:00 0:00

ເຊີນ​ເບິ່ງວີ​ດິ​ໂອລາຍ​ການ​ພາ​ສາ​ອັງ​ກິດ English in a Minute: Bag of Tricks A bag of tricks ຊຶ່ງ​ແປ​ວ່າ ຊຸດຂອງແຜນການສໍາລັບການເຮັດບາງສິ່ງບາງຢ່າງ ຫຼື ເພື່ອ​ໃຫ້ບັນລຸເປົ້າຫມາຍບາງ​ຢ່າງ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Magicians perform tricks. But what can you do with a whole bag of them?
ພວກ​ນັກຫຼິ້ນ​ກົນ ສະ​ແດງ​ກົນໃຫ້​ເບິ່ງ. ແຕ່ວ່າ ທ່ານສາມາດເຮັດແນວ​ໃດໄດ້ ຖ້າ​ທ່ານ​ມີ a whole bag of them ຫລື ​ມີກົນ​ນັ້ນ​ເຕັມຖົງ? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Dan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

I have a date tonight.
ຂ້ອຍມີນັດກັບ​ຜູ້​ສາວມື້​ແລງໜິ.

Wow, what are you going to do?
ວ້າວ, ເຈົ້າຊິເຮັດຫຍັງແດ່​ຫລະ?

I thought we'd start at a karaoke club and then go bowling.ຂ້ອຍຄິດວ່າພວກເຮົາຈະເລີ່ມຕົ້ນຢູ່ທີ່ການ​ໄປສະໂມສອນຄາ​ຣະ​ໂອ​ເກະ ແລະຈາກນັ້ນ​ກໍໄປຫຼິ້ນ​ໂບ​ລິງ.

And if it's still going well, ice skating.
ແລະຖ້າຫາກວ່າມັນຍັງໄປໄດ້ດີຢູ່ ກໍ​ໄປ​ແລ່ນ​ສະ​ເກັດ​ນຳ​ກ້ອນ​ອີກ.

Well Dan. Should you be using up your whole bag of tricks on date number one?
ເອີ່ Dan. ເຈົ້າຄວນຈະໃຊ້ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ແຜນຂອງ​ເຈົ້າໃນການ​ອອກ​ນັດ​ຄັ້ງທີ 1 ໝົດ​ເລີຍ​ຫວະ?

Well, I'm saving axe-throwing for date number two.
ເອີ່, ຂ້ອຍກໍາລັງເອົາການແຂ່ງ​ດຶກ​ຂັວນສັບ​ຝາໄວ້​ຫລິ້ນສຳ​ລັບ​ການ​ນັດ​ຄັ້ງທີສອງ.

Oh, ໂອ້ ຊັ້ນ​ຫວາ.

A bag of tricks is a set of plans for getting something done or reaching a goal.

A bag of tricks ຖ້າ​ແປ​ຕາມ​ໂຕ​ກໍ​ແມ່ນ ຖົງຂອງກົນທີ່​ມີ​ທັງ​ໝົດ. ແຕ່​ສຳ​ນວນນີ້​ໃນ​ພາ​ສາ​ອັງ​ກິດແມ່ນຊຸດຂອງແຜນການສໍາລັບການເຮັດບາງສິ່ງບາງຢ່າງ ຫຼື ເພື່ອ​ໃຫ້ບັນລຸເປົ້າຫມາຍ.

For Dan, his bag of tricks is meant to impress his date. Make sure you let her win at Bowling, Dan.
ສໍາລັບ Dan ແລ້ວ bag of tricks ຂອງລາວແມ່ນຫມາຍເຖິງການເຮັດໃຫ້​ຜູ້​ສາວ ຫລື​ແຟນຂອງ​ລາວມີ​ຄວາມ​ປະ​ທັບ​ໃຈ. ແຕ່​ວ່າ ຈົ່ງ​ເຮັດ​ໃຫ້ແນ່ໃຈວ່າເຈົ້າປ່ອຍໃຫ້ນາງຊະນະການ​ລິ້ນ​ໂບ​ລິງແດ່​ໄດ໋​ເດີ້, Dan

and that's English in a minute.

XS
SM
MD
LG