ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

English in a Minute, ບົດ​ທີ 79 “Backhanded Compliment” ເວົ້າຍ້ອງ ແບບດູ​ຖູກ ສຽດສີ


English in a Minute: Backhanded Compliment
please wait

No media source currently available

0:00 0:00:59 0:00

ເບິ່ງວີ​ດິ​ໂອ ລາຍ​ການ English in a Minute: Backhanded Compliment ຊຶ່ງ​ແປ​ວ່າ ເວົ້າຍ້ອງ ແບບດູຖູກສຽດສີ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ

A compliment is something nice you say to someone, but what is a backhanded compliment?


Backhanded compliment.

ຄຳຍ້ອງຍໍເປັນສິ່ງທີ່ດີທີ່ເຈົ້າຈະເວົ້າກັບຜູ້​ໃດຜູ້ນຶ່ງ, ແຕ່ວ່າ backhanded compliment ມັນ​ມີ​ຄວາມ​ໝາຍ​ແນວ​ໃດ​ຫລະ? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Jonathan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

Jonathan, Cathy just told me, my script was good, surprisingly good.
Jonathan, Cathy ຫາກໍ່ບອກຂ້ອຍວ່າ ບົດ​ຂຽນ​ຂ່າວຂອງຂ້ອຍຫັ້ນດີ, ດີແບບບໍ່​ຄິດ​ວ່າ​ຈະ​ດີ​ປານນີ້.

That, my friend, is a backhanded compliment.
ອັນ​ນັ້ນ​ຫວາ, ໝູ່​ເອີ້ຍ, ມັນເປັນການຍ້ອງຍໍແບບເວົ້າ​ໃສ່​ຕີ​ຫັ້ນ.

Yes, she was surprised it was good. So, she expected it to be bad.
ແມ່ນແລ້ວ, ລາວແປກໃຈທີ່​ເຫັນວ່າມັນດີ. ສະ​ນັ້ນ ລາວຄາດໄວ້ວ່າ ມັນຈະບໍ່ດີ.

Oh, let it go on Anna. Backhanded or not, it's still a compliment.
ໂອ້​ຍ, ຢ່າ​ໄປ​ໃສ່​ໃຈກັບ​ມັນ​ເທາະ Anna. ຈະ​ເປັນ​ການ​ຍ້ອງ​ແບບ Backhanded ຫຼືບໍ່ ມັນ ກໍຍັງເປັນການຍ້ອງຍໍຫັ້ນ​ຫລະ.

A backhanded compliment seems like a nice comment. But it's not. it's an insult made to look like a compliment. As you saw with Anna, backhanded compliments can upset people.
ການຍ້ອງຍໍແບບ backhanded ເບິ່ງຄືວ່າເປັນການ​ໃຫ້ຄໍາຄິດເຫັນທີ່ດີ. ແຕ່ວ່າມັນບໍ່ ແມ່ນ ແນວນັ້ນ. ມັນ​ເປັນ​ການ​ເວົ້າດູ​ຖູກສຽດ​ສີ ​ທີ່​ເຮັດ​ໃຫ້​ເບິ່ງ​ຄື​ກັບວ່າ​ເປັນ​ຄຳ​ຍ້ອງ​ຍໍ. ດັ່ງ​ທີ່​ທ່ານ​ຈະ​ເຫັນໄດ້​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ນາງ​ Anna, backhanded compliments ແມ່ນ​ແປ​ວ່າ ການ​ຍ້ອງ​ແບບ​ເວົ້າ​ໃສ່ ​ຊຶ່ງອາດ​ໃຫ້​ຄົນເສຍ​ໃຈໄດ້. and that's English in a minute.

XS
SM
MD
LG