ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a minute, ບົດ​ທີ 71 “Goose Bump” ແປ​ວ່າ ຂົນ​ໜາວ​ລຸກ ຫລື​ ຂົນຫົວ​ລຸກ​


English in a Minute: Goose Bumps
please wait

No media source currently available

0:00 0:01:00 0:00

ເຊີນ​ເບິ່ງວີ​ດິ​ໂອ​ ລາຍ​ການ​ພາ​ສາ​ອັງ​ກິດ English in a Minute: Goose Bumps

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A goose is a kind of water bird. A bump is a raised area. But what are goose bumps?
ຫ່ານເປັນສັດປະເພດຂອງນົກທີ່​ຫຼິ້ນນ້ໍາ. A bump ແມ່ນບ່ອນທີ່ພອງຂຶ້ນມາ. ແຕ່ goose bumps ແມ່ນຫຍັງ?

ແຕ່ຄຳ​ວ່າ goose bumps ເດ່​ຫລະ ມັນ​ມີ​ໝາຍ​ຄວາມວ່າ​ແນວ​ໃດ​ກັນ​ແທ້? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Dan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

Last night I saw the best movie in a movie theater. Camp Scary Stuff.

ໃນຄືນວານນີ້ ຂ້ອຍເບິ່ງຮູບເງົາທີ່ດີໜ້າ​ສົນ​ໃຈທີ່ສຸດ ເລື້ອງ Camp Scary Stuff ຢູ່ໂຮງຮູບເງົາ.

Was the movie actually scary?
ຮູບເງົາ ແທ້ໆ​ແລ້ວ​ມັນ​ກໍເປັນຕາຢ້ານອີ່​ຫລີບໍຫລະ?

The entire time I had goose bumps.
ຂົນ​ຫົວ​ຂ້ອຍ​ລຸກຕະ​ຫລອດເວ​ລາ​ເລີຍ.

Must have been pretty scary.

ມັນ​ກະ​ຊົງເປັນຕາຢ້ານຫຼາຍເນາະ.

Well, and a movie theater was really cold. Brrr
ເອິ ແລະໂຮງຮູບເງົາກະ​ເປັນ​ເອົາ​ແທ້ ເອົາ​ວ່າ. Brrr

Without feathers, the skin on a goose has lots of small bumps. Sometimes when humans are really cold or afraid, we get bumps on our skin. We call them goose bumps. It's your body's way of saying “put on a coat” or “Ahh I'm scared”.
ເມື່ອບໍ່ມີຂົນ ຫນັງຂອງຫ່ານ​ກໍ​ຈະ​ມີຕຸ່ມນ້ອຍເຕັມ​ໄປ​ທົ່ວເລີຍ. ບາງຄັ້ງເມື່ອມະນຸດເຮົາ​ໜາວ ຫຼືຢ້ານຫຼາຍ ເຮົາຈະເກີດອາ​ການ​ທີ່​ມີ​ຕຸ່ມ​ຢູ່​ຕາມຜິວໜັງ ຊຶ່ງ​ພາ​ສາ​ລາວ​ເອີ້ນ​ວ່າ ຂົນ​ໜາວ​ລຸກ ຫລື​ຂົນ​ຫົວ​ລຸກ. ພວກ​ເຮົາ​ເອີ້ນ​ມັນ​ວ່າ goose bumps. ມັນເປັນວິທີທີ່ຮ່າງກາຍຂອງເຮົາ​ຢາກບອກວ່າ "ໃສ່ເສື້ອໃຫຍ່ກັນ​ໜາວ ແມະ" ຫຼື "ໂອ່ຍ ຂ້ອຍຢ້ານຫລາຍ".

XS
SM
MD
LG