Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ.
When a person on a boat goes overboard, they fall into the water.
ເມື່ອຄົນຜູ້ນຶ່ງທີ່ຢູ່ເທິງເຮືອ ແລ້ວອອກນອກເຮືອໄປ ລາວກໍຈະຕົກລົງໄປໃນນໍ້າ.
Oh Oh, should we be worried about Jonathan and Ana?
ອຸ້ຍຕາຍ, ແລ້ວພວກເຮົາຄວນຈະເປັນຫ່ວງ Jonathan ກັບ Ana ບໍ່? ພວກເຮົາມາພາກັນໄປຟັງການສົນທະນາລະຫວ່າງຂອງເຂົາເຈົ້າເບິ່ງເນາະວ່າ ຈະເປັນແນວໃດກັນແທ້?
What all did you get at the store?
ມີຫຍັງແດ່ຫລະ ເຄື່ອງທັງໝົດທີ່ເຈົ້າໄດ້ມາແຕ່ຮ້ານຫັ້ນ?
Mayo, olive oil, rice and coffee.
ມາຢອນແນ, ນ້ໍາມັນໂອລິຟ, ເຂົ້າ, ແລະກາເຟ.
You know Anna, you didn't have to go overboard with the supplies.
ເຈົ້າຮູ້ຈັກບໍ່ Anna, ເຈົ້າບໍ່ຈໍາເປັນຕ້ອງຕື່ນຫລາຍເກີນໄປກັບເຄື່ອງຢູ່ຂອງກິນ.
This crisis isn't going to last forever.
ວິກິດການນີ້ຈະບໍ່ແກ່ຍາວໄປຕະຫຼອດເລີຍດອກ.
To go overboard means to do or say too much because you are overly excited. Go overboard ຫມາຍຄວາມວ່າ ເຮັດ ຫຼືເວົ້າຫຼາຍໂພດ ເພາະທ່ານຕື່ນເຕັ້ນຫລາຍເກີນໄປ.
Ana bought a lot of stuff at the store. In other words, she went overboard. For Anna that's not too surprising.
Ana ຊື້ເຄື່ອງຂອງຫຼາຍຢ່າງຢູ່ຮ້ານ. ຖ້າຈະເວົ້າອີກແບບນຶ່ງ ກໍແມ່ນລາວ go overboard, ເຮັດຫລືເວົ້າແບບແຕກຕື່ນ ຫລື ຕື່ນເຕັ້ນຫລາຍຈົນເກີນໄປ. ສໍາລັບ Anna ແລ້ວ ການເຮັດແນວນັ້ນ ກໍບໍ່ ເປັນເລື້ອງແປກຫລາຍເກີນໄປດອກ.
And that's English in a minute.