ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

English in a Minute, ບົດ​ທີ 48 “Breath of Fresh Air” ແປ​ວ່າສິ່ງ​ທີ່​ໃໝ່, ສົດ ຫລື ສິ່ງ​ທີ່ປ່ຽນ​ແປງ​ໃໝ່


English in a Minute: Breath of Fresh Air
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ

ເບິ່ງວີ​ດິ​ໂອ English in a Minute: Breath of Fresh Air ແປ​ວ່າສິ່ງ​ທີ່​ໃໝ່, ສົດ ຫລື ສິ່ງ​ທີ່ປ່ຽນ​ແປງ​ໃໝ່

Welcome to English in a minute, where we teach you all about idiom in American English.
ກັບ​ມາພົບ​ກັນ​ອີກ​ເທື່ອ​ນຶ່ງເນາະ​ທ່ານໃນ​ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີຂອງ​ເຮົາ. ໃນ​ລາຍ​ການນີ້ ພວກ​ເຮົາຈະ​ສອນ​ໃຫ້​ທ່ານ​ຮູ້ສຳ​ນວນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ.

ລິງໂດຍກົງ

Imagine you are standing outside after a rainstorm and you take a deep breath. Oh, it's new, fresh and it smells good.

ລອງວາດ​ພາບ​ ວ່າ​ທ່ານ​ກຳ​ລັງ​ຢືນ​ຢູ່​ຂ້າງນອກ ຫລັງ​ຈາກ​ຝົນ​ຕົກ​ເຊົາ​ໃໝ່ໆ ແລ້ວ​ທ່ານ​ກໍຫາຍ​ໃຈ​ແຮງໆ ສູບ​ເອົາ​ອາ​ກາດ​ສົດ​ເຂົ້າ​ໄປ​ເລິກໆ ລອງເບິ່ງ ແລ້ວ​ທ່ານ​ຈະ​ຮູ້​ສຶກ​ແນວ​ໃດ? ມັນ​ທັງ​ໃໝ່, ສົດ​ຊື່ນ ແລະ​ຮູ້​ສຶກວ່າ ​ໄດ້​ຮັບ​ແຕ່​ກິ່ນ​ດີໆ ແມ່ນບໍ່?

But, what does this have to do with American English?

ແຕ່​ວ່າ ບັນ​ຍາ​ກາດ​ດັ່ງ​ກ່າວ ມີ​ສ່ວນ​ກ່ຽວ​ຂ້ອງ​ແນວ​ໃດ​ຫລະ ກັບ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ? ພວກ​ເຮົາລອງ​ມາ​ຟັງການ​ສົນ​ທະ​ນາ​ຕໍ່​ໄປ​ກ່ອນ​ເນາະ ບາງ​ທີ​ທ່ານ​ອາດ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ມັນ​ກໍ​ເປັນ​ໄດ້.

I love the new baseball coach. He's got great ideas for making us better players.

ຂ້ອຍ​ມັກ​ຄູ​ຝຶກ​ບານ​ບ້ວງໃໝ່​ຄົນ​ນີ້ອີ່​ຫລີ​ໄດ໋. ລາວ​ມີ​ຄວາມ​ຄິດ​ດີໆ ຫລາຍ​ຢ່າງ ທີ່​ຊ່ວຍ​ໃຫ້​ພວກ​ເຮົາ​ເປັນ​ນັກ​ຫລິ້ນບານ​ທີ່​ດີ​ຂຶ້ນ.

He does. He's like a breath of fresh air for the team.
ແມ່ນ​ແທ້. ລາວ​ເປັນຄື​ກັນ​ກັບ​ອາ​ກາດ​ສົດໆ ໃໝ່ໆ ສຳ​ລັບ​ທີມ​ຂອງ​ພວກ​ເຮົາ.

“A breath of fresh air” means something new. It's a nice change from the way things used to be. You can use this phrase to describe an event, a place or even a person, and you can use this phrase in any situation.

“A breath of fresh air” ແປ​ວ່າ​ ສິ່ງ​ທີ່​ໃໝ່ໆ ສົດໆ ເປັນ​ສິ່ງ​ທີ່​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ໃໝ່ ຈາກ​ສິ່ງ​ທີ່​ເຄີຍ​ເປັນ​ມາ. ທ່ານ​ຈະ​ສາ​ມາດ​ໃຊ້​ສຳ​ນວນນີ້​ໄດ້ ເພື່ອ​ບັນ​ລະ​ຍາຍ​ເຖິງສະ​ຖານ​ທີ່ ຫລື ​ແມ່ນ​ແຕ່​ສຳ​ລັບ​ຄົນ​ກໍ​ໄດ້. ແລະ​ທ່ານ​ກໍ​ຈະ​ໃຊ້​ສຳ​ນວນນີ້​ໃນ​ສະ​ພາບ​ໃດ​ກໍ​ໄດ້.

ຄຳ​ວ່າ breath ແປ​ວ່າ​ ການ​ຫາຍ​ໃຈ ຫລື​ ລົມ​ຫາຍ​ໃຈ. ​ເວ​ລາ​ເຮົາ​ໄປ​ໂຮງ​ໝໍ​ເພື່ອກວດ​ສຸ​ຂະ​ພາບ ທ່ານ​ໝໍ​ມັກ​ຈະ​ບອກ​ພວກ​ເຮົາ​ວ່າ “take a deep breath” ນັ້ນ​ໝາຍ​ຄວາມ​ວ່າ ຫາຍ​ໃຈ​ແຮງໆ ເບິ່ງ ຫລື​ຫາຍ​ໃຈ​ເຂົ້າ​ເລິກໆ.

ຄຳ​ວ່າ fresh ແປ​ວ່າ​ສົດ ຫລື​ສົດ​ຊື່ນ ຫລື​ຈະ​ແປ​ວ່າ​ສົດ​ຊື່ນ​ແຈ່ມ​ໃສ​ກໍ​ວ່າ​ໄດ້.

ຄຳ​ວ່າ air ແປ​ວ່າ ອາ​ກາດ

ສຳ​ນວນ “A breath of fresh air” ແປ​ວ່າ ສິ່ງ​ທີ່​ໃໝ່, ສົດ ຫລື ສິ່ງ​ທີ່ປ່ຽນ​ແປງ​ໃໝ່.

And that's English in a minute.

And that's English in a minute.

XS
SM
MD
LG