ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດ​ທີ 44 “Make Up Your Mind” ແປ​ວ່າ ຈົ່ງ​ຕັດ​ສິນ​ໃຈໂລດ


Make up your mind.mp4
please wait
Embed

No media source currently available

0:00 0:01:01 0:00
ລິງໂດຍກົງ

“Make Up Your Mind” ແປ​ວ່າ ຈົ່ງ​ຕັດ​ສິນ​ໃຈໂລດ

Welcome to English in a minute, where we teach you all about idiom in American English.
ກັບ​ມາພົບ​ກັນ​ອີກ​ເທື່ອ​ນຶ່ງເນາະ​ທ່ານໃນ​ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີຂອງ​ພວກ​ເຮົາ ບ່ອນ​ທີ່​ພວກ​ເຮົາ​ສອນ​ໃຫ້​ທ່ານ​ຮູ້​ກ່ຽວ​ກັບ​ສຳ​ນວນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ.

If people tell you that you need to make up your mind, what do you think they mean? Let's listen.
ຖ້າທ່ານໄດ້ຍິນຄົນ​ບອກ​ທ່ານເປັນ​ພາ​ສາ​ອັງ​ກິດ​ວ່າ “you need to make up your mind,” ແລ້ວທ່ານຈະ​ເຂົ້າ​ໃຈ​ວ່າ​ແນວ​ໃດ? ພວກ​ເຮົາລອງ​ມາ​ຟັງການ​ສົນ​ທະ​ນາ​ຕໍ່​ໄປ​ກ່ອນ​ເນາະບາງ​ທີ​ທ່ານ​ອາດ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ມັນ​ກໍ​ເປັນ​ໄດ້.

I want to go to France to see the Eiffel Tower or Italy for the awesome the awesome food, or maybe Spain for the amazing beaches.
ຂ້ອຍ​ຢາກ​ໄປ​ຫລິ້ນ​ເມືອງ​ຝ​ຣັ່ງ​. ​ຢາກ​ເບິ່ງ​ໄປຕຶກ​ຊີ້​ຟ້າແອ​ຟ​ແຟ​ລ (Eiffel) ​ ຫລື ບາງ​ທີ​ກໍ​ໄປກິນ​ອາ​ຫານ​ແຊບໆ ຢູ່​ອີ​ຕາ​ລີ ຫລື​ບາງ​ເທື່ອ​ກໍ​ໄປ​ປະ​ເທດ​ສະ​ເປນ ໄປ​ຫລິ້ນ​ໄປ​ຊົ​ມ​ຊາຍ​ທະ​ເລທີ່​ສວຍ​ງາມ.

OK, Ok, make up your mind.
ໂອ​ເຄ, ໂອ​ເຄ, ໃຫ້​ຕັດ​ສິນ​ໃຈໂລດ​ນະ ຢູ່​ເວົ້າ​ຍາວ​ຫລາຍ.

Make up your mind. ຕັດ​ສິນ​ໃຈ​ໂລດ.

“Make up your mind.” is a way of saying make a decision or pick something.
“Make up your mind” ເປັນ​ວິ​ທີ​ເວົ້າ​ອີກ​ແບບ​ນຶ່ງ​ທີ່​ຢາກບອກວ່າ ໃຫ້​ຕັດ​ສິນ​ໃຈ ຫລື ໃຫ້​ເລືອກ​ເອົາ​ອັນ​ໃດ​ອັນ​ນຶ່ງ.

It might mean making a choice from two or more things.
ມັນ​ອາດ​ຈະໝາຍ​ຄວາມ​ວ່າ ໃຫ້​ເລືອກ​ເອົາ​ລະ​ຫວ່າງ​ສອງ​ອັນ ຫລື​ສອງ​ຢ່າງ, ຫລື​ຫລາຍ​ຢ່າງກວ່ານັ້ນ.

Some people have trouble making a decision, so others might tell them, make up your mind and pick one, make up your mind, and that's English in a minute.
ບາງຄົນ​ອາດ​ມີ​ບັນ​ຫາ ຫລື​ຄວາມ​ຫຍຸ້ວ​ຍາກໃນ​ການ​ຕັດ​ສິນໃຈ. ສະ​ນັ້ນ​ຄົນ​ອື່ນ​ອາດ​ຈະ​ບອກ​ໃຫ້ລາວ​ຕັດ​ສິນ​ໃຈກັນ ແມ້, ເລືອກ​ເອົາ​ອັນ​ໃດ​ອັນ​ນຶ່ງ​ແມ້​ດັ່ງ​ນີ້​ເປັນ​ຕົ້ນ.

ຄຳ​ວ່າ Mind, m-i-n-d =mind ແປ​ວ່າ​ໃຈ ຫລື ຈິດ​ໃຈ

ຄຳ​ວ່າ Decision, d-e-c-i-s-i-o-n =decision ແປ​ວ່າ​ການ​ຕັດ​ສິນ​ໃຈ

ຄຳ​ວ່າ Pick, p-i-c-k =pick ແປ​ວ່າ ເລືອກ​ເອົາ

And that's English in a minute.

XS
SM
MD
LG