ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນຫາຄວາມໝັ້ນຄົງ ດ້ານພະລັງງານ ​ສາ​ທາ​ລະ​ນະ​ສຸກ ຂອງໂລກ ລ້ວນແຕ່ເປັນ ບູລິມະສິດ ໃນກອງປະຊຸມ ສະມັດຊາໃຫຍ່ ສປຊ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 73, ຢູ່ທີ່ສຳນັກງານໃຫຍ່ ຂອງ ສປຊ ໃນນະຄອນ ນິວ ຢອກ, ວັນທີ 25 ກັນຍາ 2018.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 73, ຢູ່ທີ່ສຳນັກງານໃຫຍ່ ຂອງ ສປຊ ໃນນະຄອນ ນິວ ຢອກ, ວັນທີ 25 ກັນຍາ 2018.

ບັນດາຜູ້ນຳຂອງໂລກ ຈາກທົ່ວປະຊາຄົມນານາຊາດ ກຳລັງເຂົ້າປະຊຸມຮ່ວມກັນ ໃນ
ສັບປະດານີ້ ຢູ່ ກອງປະຊຸມສະມັດຊາໃຫຍ່ ປະຈຳປີ ຂອງສະຫະປະຊາຊາດ ໃນ
ນະຄອນ ນິວ ຢອກ ຂອງສະຫະລັດ. ຢູ່ໃນລາຍການ Plugged In ຂອງວີໂອເອ ຊຶ່ງ
ທ່ານນາງ ເກຣັດຕາ ແວນ ຊັດເຕີເຣນ ຜູ້ຈັດລາຍການ ກໍໄດ້ໂອ້ລົມກັບບັນດາເຈົ້າໜ້າທີ່
ຜູ້ອອກນະໂຍບາຍ ກ່ຽວກັບ ຫົວຂໍ້ເລື້ອງຕ່າງໆ ທີ່ສຳຄັນສຸດຂອງໂລກ ຢູ່ໃນວາລະ
ກອງປະຊຸມດັ່ງກ່າວ. ແອລີຊາເບັດ ເຊີຣເນັຟ ນັກຂ່າວຂອງວີໂອເອ ມີລາຍອຽດຕື່ມອີກ
ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນຫາຕ່າງໆຂອງໂລກ ແມ່ນມີ​ຢ່າງ​ຫຼວງ​ຫຼາຍ ຢູ່ໃນວາລະກອງປະຊຸມ ສະມັດຊາໃຫຍ່
ສະຫະປະຊາຊາດ ສຳລັບປີນີ້ ໃນນະຄອນ ນິວຢອກ.

ແລ້ວກໍຍັງມີຮ່ອງຮອຍ ຂອງຄວາມເປັນໄປໄດ້ ທີ່ຈະມີການຕົກລົງກັນ ຢູ່ໃນ ແຫຼມເກົາຫຼີ
ຫຼັງຈາກມີການພົບປະກັນຄັ້ງຫຼ້າສຸດ ລະຫວ່າງ ຜູ້ນຳຂອງເກົາຫຼີເໜືອ ແລະ ເກົາຫຼີໃຕ້.

ກ່ອນໜ້ານີ້ ກໍມີການເຈລະຈາ ທີ່ພວມດຳເນີນໄປຢູ່ ກ່ຽວ​ກັບຄວາມເປັນໄປໄດ້ ຂອງ
ກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງ ປະທານາທິບໍດີ ດໍໂນລ ທຣຳ ກັບ ຜູ້ນຳຂອງ
ເກົາຫຼີເໜືອ ທ່ານ ກິມ ຈົງ-ອຶນ.

ບັນຫາເລື້ອງຄວາມໝັ້ນຄົງ ທາງດ້ານນິວເຄລຍ ກໍຍັງເປັນ​ບັນ​ຫາ​ແຖວໜ້າ​ຢູ່. ບັນດາ
ຜູ້ນຳຂອງອີຣ່ານ ແລະ ສະຫະລັດ ໄດ້​ຕ້ອງ​ຕິ​ກັນ​ແລະ​ກັນ ຢ່າງຮ້ອນແຮງ ຢູ່ໃນຄຳປາໄສ
ຂອງພວກເພິ່ນ ຕໍ່ອົງການສະຫະປະຊາຊາດ.

ນັບຕັ້ງແຕ່ ສະຫະລັດ ໄດ້ຖອນໂຕ ອອກຈາກຂໍ້ຕົກລົງນິວເຄລຍ ກັບ ອີຣ່ານ ໃນເດືອນ
ພຶດສະພາ ເປັນຕົ້ນມາ ປະທານາທິບໍດີ ທຣຳ ໄດ້ວາງມາດຕະການລົງໂທດ ທາງດ້ານ
ເສດຖະກິດ ທີ່ໄດ້ຖືກຍົກເລີກໄປ ໃນເມື່ອກ່ອນນັ້ນ ຄືນອີກ ແຕ່ຄວາມທ້າທາຍທັງຫຼາຍ
ກໍຍັງຄົງມີຢູ່ຄືເກົ່າ.

ທ່ານ ໄມຄ໌ ພຣີເຈັນ ຢູ່ທີ່ສະຖາບັນ ຮັດສັນ ກ່າວວ່າ “ມັນກໍຍັງຫຍຸ້ງຍາກຢູ່ ແຕ່ກໍມີທາງ
ອ້ອມ ມາດຕະການລົງໂທດ​ຢູ່. ຈີນແມ່ນເກັ່ງຫຼາຍໃນເລື້ອງ​ນີ້ ສ່ວນ ຣັດເຊຍ ກໍເກັ່ງ
ຫຼາຍ ເຊັ່ນກັນ ແຕ່ບັນດາປະເທດຢູໂຣບຂອງພວກເຮົານັ້ນ ໃຊ້ ເງິນໂດລາສະຫະລັດ
ພວກເຂົາເຈົ້າໃຊ້ SWIFT ຊຶ່ງເປັນລະຫັດ ທີ່ລະບຸເຖິງ ທະນາຄານສາກົນ. ສະນັ້ນ
ມັນກໍຍັງແຕກຕ່າງກັນຢູ່. ບາງລັດຖະບານທີ່ເປັນ ເຈົ້າຂອງບໍລິສັດຕ່າງໆ ບາງບໍລິສັດ
ທີ່ນ້ອຍກວ່ານັ້ນ ແມ່ນຍັງຍິນຍອມທີ່ຈະ ເຮັດທຸລະກິດ ກັບອີຣ່ານ. ແຕ່ມັນພຽງເປັນ
ຍ້ອນວ່າ ແສງໄຟຍັງບໍ່ທັນສ່ອງ ໃຫ້ເຫັນພວກເຂົາເຈົ້າເທື່ອ.”

ນອກນັ້ນ ບັນ​ຫາ​ສາ​ທາ​ລະ​ນະ​ສຸກຂອງໂລກ ກໍຍັງເປັນຈຸດເພັ່ງເລັງອີກ​ເລື້ອງນຶ່ງ. ສຳລັບ
ນາງ ແທມຣິນ ກຣິນ ແລ້ວ ຜູ້ທີ່ລອດຊີວິດຈາກວັນນະໂຣກ ຊຶ່ງນາງໄດ້ ຮັບຕຳແໜ່ງ ນາງ
ງາມແຫ່ງອາຟຣິກາໃຕ້ ປະຈຳປີ 2018 ແລະນາງໄດ້ເອົາບັນຫານີ້ ມາເປັນເລື້ອງສ່ວນຕົວ.

ນາງ ແທມຣິນ ເວົ້າວ່າ “ມັນເປັນພະຍາດທີ່ໜ້າລັງກຽດ ເຊິ່ງຄົນທົ່ວໄປຄິດວ່າ ເຈົ້າຕ້ອງ
ມີເຊື້ອ HIV ກ່ອນຈະມີ ວັນນະໂຣກ. ແລະໃນຖານະເປັນນັກສຶກສາແພດສາດ ຂ້າພະ
ເຈົ້າ ແມ່ນຢູ່ປີທີສາມແລ້ວ ຂ້າພະເຈົ້າເລີຍໄດ້ຕິດ ວັນນະໂຣກ ແລະ ຂ້າພະເຈົ້າ ຄິດ
ແທ້ໆວ່າ ໃນຖານະທີ່ເປັນແມ່ຍິງ ທີ່ໄດ້ຮັບການສຶກສາ ກຳລັງຮ່ຳຮຽນວິຊາແພດສາດ
ຂ້າພະເຈົ້າ ຈະບໍ່ຮູ້ສຶກຖືກລັງກຽດ ແຕ່ກໍບໍ່ເລີຍ. ຂ້າພະເຈົ້າ ຍັງມີຄວາມກັງວົນຢູ່ວ່າ
ພວກຄົນທັງຫຼາຍ ຈະເຮັດໃຫ້ຂ້າພະເຈົ້າໂດດດ່ຽວ.”

ສ່ວນສະຕີໝາຍເລກນຶ່ງ ທ່ານນາງ ເມີລາເນຍ ທຣຳ ກໍຍັງເຂົ້າຮ່ວມໃນກອງ ປະຊຸມ
ສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດ ນຳດ້ວຍ. ທ່ານນາງ ໄດ້ປະກາດ ວ່າ
ເພິ່ນຈະເດີນທາງໄປຍັງອາຟຣິກາ ໃນເດືອນໜ້ານີ້ ອັນເປັນ ການເດີນທາງພຽງຜູ້ດຽວ ຄັ້ງທຳອິດຂອງທ່ານນາງ ໄປຕ່າງປະເທດ ໃນຖາ ນະເປັນສະຕີໝາຍເລກນຶ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

World leaders from across the international community are meeting this week at the annual U.N. General Assembly in New York.On this week's Plugged In, VOA Contributor Greta Van Susteren speaks with policy makers about the top global topics on the agenda.VOA's Elizabeth Cherneff has more which Saychareunsouk will bring rest of the report to you.

There is no shortage of global issues on the agenda at this year's U.N. General Assembly in New York.

There are signs of a possible deal on the Korean peninsula, following the latest meeting between the leaders of North and South Korea.

Early negotiations are underway for a possible second summit between President Donald Trump and North Korean leader Kim Jong-un.

Nuclear security is also at the forefront. The leaders of Iran and the United States are trading sharp criticisms in their U.N. speeches.

Since pulling out of the Iranian nuclear deal in May, President Trump has re-imposed economic sanctions that were previously lifted, but challenges remain.

Mike Pregent at Hudson Institute says "It is still difficult, there is a way to skirt sanctions.China's very good at that, Russia's very good at that, but our European countries use the U.S. dollar, they use SWIFT (the international bank Identifier codes).So it is still a deterrent.Some of the government-owned companies, some of the smaller companies are still willing to do business with Iran.But it is just because the spotlight has not been shown on them yet."

World health is also a focus. For Tamryn Green, a tuberculosis survivor who was crowned this year's Miss South Africa, the issue is personal.

Tamryn Miss South Africa 2018 says "It is an ugly disease-people think that you have to have HIV to have TB.And as a medical student, I was in my third year and I contracted the disease and I really thought that as an educated woman studying medicine I would not feel the stigma, but no.I was still worried people were going to isolate me."

First Lady Melania Trump, is also in attendance at the U.N. General Assembly. She announced she will travel to Africa next month in her first solo trip abroad as First Lady.

XS
SM
MD
LG