ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນແລະຟີ​ລິບ​ປິນ ມີ​ການ​ຕົກ​ລົງ ທີ່ຈະ​ທຳ​ການ ​ສຳ​ຫລວດ ​ຫາ​ພະ​ລັງ​ງານ ​ໃນ​ທະ​ເລຈີນ​ໃຕ້ ຮ່ວມ​ກັນ

ປະ​ທານ​ປະ​ເທດຈີນ, ທ່ານ ສີ ຈິ້ນ​ຜິງ ແລະ ປະ​ທາ​ນາ​ທິ​ບໍ​ດີຟີ​ລິບ​ປິນ, ທ່ານ ໂຣດ​ຣິກໂກ ​ດູເຕີ​ເຕ ພາ​ກັນ​ຍົກ​ຈອກ​ດື່ມອວຍ​ພອນ​ກັນ ຢູ່​ໃນ​ງານ​ລ້ຽງ​ຮັບ​ຮອງຂອງ​ລັດ​ຖະ​ບານ ໃນ​ທຳ​ນຽບ ປະ​ທາ​ນາ​ທິ​ບໍ​ດີ ມາ​ລາ​ກາ​ນັງ (Malacanang) ໃນ​ນະ​ຄອນ​ມະ​ນີ​ລາ ໃນ​ວັນ​ທີ 20 ພະ​ຈິກ, 2018

ຂໍ້​ຕົກ​ລົງ​ທາງ​ດ້ານ​ການ​ສຳ​ຫລວດ​ຫາ​ພະ​ລັງ​ງານ​ໃນ​ທະ​ເລ ໄດ້​ຖືກມອງ​ໂດຍ​ບາງ​ຄົນ​ວ່າ
ເປັນ​ຄວາມ​ພະ​ຍາ​ຍາມ​ສືບ​ຕໍ່​ປັບ​ປຸ​ງ​ສາຍ​ສຳ​ພັນ​ລະ​ຫວ່າງ​ກັນ​ຂອງ​ຈີນ​ກັບ ຟີ​ລິບ​ປິນ,
ທີ່​ເປັນປະ​ເທດຊຶ່ງ​ຄັ້ງ​ນຶ່ງ​ ໄດ້​ຄັດ​ຄ້ານບໍ່​ໃຫ້​ມີ ຍ້ອນ​ຄວາມບໍ່​ລົງ​ລອຍ​ກັນໃນ​ເລື້ອງ​ອະ​
ທິ​ປະ​ໄຕຂອງ​ປະ​ເທດ ຢູ່​ໃນ​ທະ​ເລ ທີ່​ໄດ້​ຖືກ​ນຳ​ຂຶ້ນສານໄກ່​ເກ່ຍ​ຂອງ​ໂລກ.

ເຈົ້າ​ໜ້າ​ທີ່ຟີ​ລິບ​ປິນ ແລະ​ຈີນໄດ້​ພາ​ກັນ​ລົງ​ນາ​ມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈນຳ​ກັນ
ໃນ​ວັນ​ທີ 20 ພະ​ຈິກ​ຜ່ານ​ມາ ເພື່ອ​ຮ່ວມ​ກັນ​ຊອກ​ຫາ​ນ້ຳ​ມັນ ຫລືອາຍ​ແກັ​ສ ຢູ່​ພື້ນ​ທະ
​ເລ​ຈີນ​ໃຕ້. ທັງ​ສອງ​ປະ​ເທດແຂ່ງ​ກັນ​ອ້າງ​ເອົາ​ເຂດ​ອະ​ທິ​ປະ​ໄຕ ຢູ່​ໃນ​ຫລາຍ​ສ່ວນ​ຂອງ
​ທະ​ເລ​ດັ່ງ​ກ່າວ, ຊຶ່ງ​ພາ​ໃຫ້​ຟີ​ລິບ​ປິນ ຍື່ນ​ຄຳ​ຟ້ອງ​ຮ້ອງ​ໄປ​ຫາ​ສານ​ໄກ່​ເກ່ຍ ແລະ​ໄດ້​ຊະ​
ນະ​ຄະ​ດີ​ດັ່ງ​ກ່າວ ທີ່​ມີ​ຕໍ່​ຈີນ.

ພວກນັກ​ສຶກ​ສາຟີ​ລິບ​ປິນ ຈູດ​ທຸງ​ຊາດ​ຈີນ ໃນ​ຂະ​ນະ​ທີ່​ເດີນ​ຂະ​ບວນ​ຢູ່ນອກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ເພື່ອຄັດ​ຄ້ານ ​ການ​ໄປ​ຢ້ຽມ​ຢາມ ປະ​ທານ​ປະ​ເທດ​ຈີນ, ທ. ສີ ຈິ້ນ ​ຜິງ,ໃນ​ວັນ​ທີ 20 ພະ​ຈິກ 2018
ພວກນັກ​ສຶກ​ສາຟີ​ລິບ​ປິນ ຈູດ​ທຸງ​ຊາດ​ຈີນ ໃນ​ຂະ​ນະ​ທີ່​ເດີນ​ຂະ​ບວນ​ຢູ່ນອກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ເພື່ອຄັດ​ຄ້ານ ​ການ​ໄປ​ຢ້ຽມ​ຢາມ ປະ​ທານ​ປະ​ເທດ​ຈີນ, ທ. ສີ ຈິ້ນ ​ຜິງ,ໃນ​ວັນ​ທີ 20 ພະ​ຈິກ 2018

ໃນ​ໄລ​ຍະ​ສອງ​ປີ​ຜ່ານ​ມາ, ຈີນ​ໄດ້​ເອົາ​ການ​ຊ່ວຍ​ເຫລືອ​ທາງ​ເສດ​ຖະ​ກິດ​ໃຫ້​ແກ່ຟີ​ລິບ​ປິນ
ທີ່​ເປັນ​ປະ​ເທດ​ຂ້ອນ​ຂ້າງ​ທຸກ​ຈົນ​ນັ້ນ. ປະ​ທາ​ນາ​ທິ​ບໍ​ດີຟີ​ລິບ​ປິນ, ທ່ານ ໂຣດ​ຣິກໂກ ​ດູເຕີ​
ເຕ, ໃນ​ຂະ​ນະ​ດຽວ​ກັນ​ໄດ້​ເອົາ​ຄວາມ​ຂັດ​ແຍ້ງ​ກັນ​ໃນ​ດ້ານ​ເຂດ ນ້ຳ​ແດນ​ດິນ​ອອກ​ໄປ,
ເພື່ອ​ເປັນ​ການ​ຕອບ​ກັບ ໂດຍ​ໄດ້​ເວົ້າ​ວ່າ ບໍ່​ມີ​ທາງ ທີ່​ປະ​ເທດ ຂອງ​ທ່ານ​ຈະ​ເອົາ​ຊະ​ນະ
​ໃນ​ການ​ເຮັດ​ສົງ​ຄາມກັບຈີນ​ໄດ້.

ເຮືອ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຈີນແລ່ນ​ໄປ​ໃກ້ກັບ​ເຮືອ​ຫາ​ປາ​ຂອງ​ຊາວ​ຟີ​ລິບ​ປິນ ຢູ່ນອກ​ຝັ່ງ​ເກາະນ້ອຍ Scarborough ໃນ​ທະ​ເລ​ຈີນ​ໃຕ້ (ວັນ​ທີ 23, 2015)
ເຮືອ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຈີນແລ່ນ​ໄປ​ໃກ້ກັບ​ເຮືອ​ຫາ​ປາ​ຂອງ​ຊາວ​ຟີ​ລິບ​ປິນ ຢູ່ນອກ​ຝັ່ງ​ເກາະນ້ອຍ Scarborough ໃນ​ທະ​ເລ​ຈີນ​ໃຕ້ (ວັນ​ທີ 23, 2015)

​ແຕ່​ວ່າ ລັດ​ຖະ​ບານຟີ​ລິບ​ປິນ ກໍ​ເວົ້າ​ວ່າ ຕົນ​ຈະ​ບໍ່​ຍອມ​ຮັບບ​ເອົາ ການ​ຄົ້ນ​ຫາ​ເຊື້ອ​ໄຟຈາກ
​ຊາກ​ສັດ ແລະ​ພືດ​ໃດໆ ທີ່​ໄດ້​ຮັບ​ສ່ວນ​ໜ້ອຍກວ່າ 60 ເປີ​ເຊັນ, ແລະ​ຈີນ​ກໍ​ຍິນ​ດີ​ທີ່​ຈະ​ຕົກ
ລົງ​ຕາມນັ້ນ ເພື່ອ​ເປັນ​ການ​ສ້າງ​ສາຍ​ສຳ​ພັນ​ໃຫ້​ແຂງ​ແກ່ນ​ວິ​ທີ​ນຶ່ງ ກັບ​ປະ​ຊາ​ຊົນຟີ​ລິບ​ປິນ​
ທີ່​ມີ​ຄວາມ​ສົງ​ໄສ​ບໍ່​ເຊື່ອ​ຈີນ​ນັ້ນ.ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG