ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດາ​ລາ​ ສະ​ແດງ​ລະ​ຄອນ ສ​ຫລ ທີ່ຖືກຈັບ​ ຍ້ອນ​ຂໍ​້​​ຫາ​ ລາຍ​ງານ​ເທັດ ​ຕໍ່​ຕຳ​ຫຼວດ ຖືກ​ປ່ອຍ​ຕົວ ຫລັງຈາກ​​ວາງ​ເງິນ​ປະ​ກັນ


ທ້າວ ຈັດ​ຊີ ສມອລ​ແລດ, ດາ​ລາ​ສະ​ແດງ​ລະ​ຄອນ ເລືອງ "Empire" (ຜູ້ຢູ່ເຄິ່ງ​ກາງ​ທາງ​ຫລັງ) ອອກ​ຈາກ​ຄຸກ​ຂອງສານ​ໃນ​ເຂດຄາວ​ຕີ ຄຸກ (Cook) ໄປ​ຫລັງຈາກ​ຖື​ກ​ປ່ອຍ​ຕົວ ​ໃນ​ວັນ​ທີ 21 ກຸມ​ພາ, 2019 ໂດຍ​ມີ​ການ​ວາງ​ເງິນ​ປະ​ກັນ​ໂຕ 1 ແສນ​ໂດ​ລາ
ທ້າວ ຈັດ​ຊີ ສມອລ​ແລດ, ດາ​ລາ​ສະ​ແດງ​ລະ​ຄອນ ເລືອງ "Empire" (ຜູ້ຢູ່ເຄິ່ງ​ກາງ​ທາງ​ຫລັງ) ອອກ​ຈາກ​ຄຸກ​ຂອງສານ​ໃນ​ເຂດຄາວ​ຕີ ຄຸກ (Cook) ໄປ​ຫລັງຈາກ​ຖື​ກ​ປ່ອຍ​ຕົວ ​ໃນ​ວັນ​ທີ 21 ກຸມ​ພາ, 2019 ໂດຍ​ມີ​ການ​ວາງ​ເງິນ​ປະ​ກັນ​ໂຕ 1 ແສນ​ໂດ​ລາ

ທ້າວ ຈັດ​ຊີ ສມອລ​ແລດ, ດາ​ລາ​ສະ​ແດງ​ລະ​ຄອນສະ​ຫະ​ລັດ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ ໃນ​ວັນ​ພະ​ຫັດ​ວານນີ້ ພາຍ​ຫລັງ​ທີ່​ໄດ້​ວາງ​ເງິນ​ປະ​ກັນ 100,000 ໂດ​ລາ​ແລ້ວ.

​ນັກ​ສະ​ແດງລະ​ຄອນຄົນ​ນີ້ ໄດ້​ໄປ​ປາ​ກົດ​ໂຕ​ຢູ່​ສານ​ໃນ​ນະ​ຄອນ​ຊີ​ຄາ​ໂກ, ລັດ​ອີ​ລີ​ນອຍ, ບ່ອນ​ທີ່​ຜູ້​ພິ​ພາກ​ສາໄດ້​ກຳ​ນົດ​ເງິນ​ປະ​ກັນ​ໂຕ ແລະ​ຮຽກ​ຮ້ອງ​ໃຫ້​ລາວຍອມ​ມອບ​ໜັງ​ສື​ຜ່ານ​ແດນໃຫ້ ​ກ່ອນ​ຈະ​ຖືກ​ປ່ອຍ​ ອອກ​ຈາກ​ບ່ອນ​ຄຸມ​ຂັງ​ໄປ. ທ້າວ ສມອລ​ແລດ ແລະ​ສະ​ມາ​ຊິກ​ຂອງ​ຄອບ​ຄົວ​ລາວໄດ້ຍ່າງ​ອອກ​ຈາກ​ສານ​ໄປ ໂດຍ​ມີ​ການ​ຫ້ອມ​ລ້ອມ ​ຂອງ​ພວກ​ນັກ​ຂ່າວ​ຢ່າງ​ຖ້ວມ​ລົ້ນ ແຕ່​ລາວ​ກໍ​ບໍ່​ໄດ້​ໃຫ້​ຄຳ​ເຫັນ​ຫຍັງ​ແຕ່​ຢ່າງ​ໃດ​ເລີຍ.

ທ້າວ ສມອລ​ແລດ ໄດ້​ເຂົ້າ​ມອບ​ຕົວ​ໃນ​ເວ​ລາ​ປະ​ມານ 5 ໂມງ​ເຊົ້າ​ຂອງວັນ​ພະ​ຫັດ​ວານນີ້ ຫລັງ​ຈາກ​ຖື​ກກ່າວ​ຫາໂດຍ​ຕຳ​ຫລວດ​ນະ​ຄອນ​ຊີ​ຄາ​ໂກ​ວ່າ ໄດ້​ກະ​ທຳໃຫ້​ມີ​ຄວາມ​ສັບ​ສົນ ​ທີ່​ເປັນອາດ​ຊະ​ຍາ​ກຳອັນ​ຮ້າຍ​ແຮງ ແລະ​ໃຫ້​ລາຍ​ງານ ເທັດ.

​ດາ​ລາ​ສະ​ແດງຄົນຜິວ​ດຳທີ່​ເປັນ​ຄົນ​ຮັກ​ຮ່ວມ​ເພດ ຫລື​ເກຢ່າງ​ເປີດ​ເຜີຍອາ​ຍຸ 36 ປີ ຄົນ​ນີ້ຢູ່ໃນ​ລະ​ຄອນໂທ​ລະ​ພາບເລື້ອງ "Empire" ໄດ້​ສ້າງ​ໃຫ້​ມີ​ພາ​ຍຸ​ທາງ​ສື່​ສັງ​ຄົມ​ອອນ​ລາຍ​ຂຶ້ນ​ ໃນ​ເດືອນ​ແລ້ວນີ້ ເມື່ອ​ລາວບອກ​ຕຳ​ຫລວດ​ໃນ​ວັນ​ທີ 29 ມັງ​ກອນວ່າ ສອງ​ຄົນ​ທີ່​ປາ​ກົດ​ວ່າ​ເປັນ​ຜູ້​ສະ​ໜັບ​ສະ​ໜຸນ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ໂຈມຕີລາວ, ເອົາ​ບ້ວງ​ໃສ່​ຄໍ​ລາວ ແລະ​ກໍ​ເອົາ​ຢາ​ຊັກ​ຜ້າ​ຂາວຖອກ​ໃສ່​ລາວ ພາຍ​ຫລັງ​ທີ່​ລາວ ​ໄດ້​ໄປ​ແວ່​ຮ້ານ​ຂາຍເຂົ້າ​ຈີ່​ປາ​ເຕ ຫລື sandwich ຢູ່​ໃນນະ​ຄອນ​ຊີ​ຄາ​ໂກ.

ໃນຂໍ້​ຄວາມ​ທີ່​ຂຽນ​ລົງ​ໃນ​ທວີດ​ເຕີ້​ໃນ​ວັນ​ພະ​ຫັດ​ວານນີ້ ທ່ານ​ທ​ຣຳ ໄດ້​ປະ​ນາມ ທ້າວ ສມອ​ລ​ແລດ. “ແລ້ວ ສຳ​ລັບ MAGA ແລະ​ຄົນ​ຫລາຍ​ສິບ​ລ້ານ​ຄົນ ທີ່​ເຈົ້າ​ໄດ້​ໂຈມ​ຕີ​ໂດຍ​ໃຊ້​ຄຳ​ເວົ້າ​ທີ່​ມີ​ລັກ​ສະ​ນະ​ຈຳ​ແນກ​ຜິວ​ພັນ ແລະ​ເປັນ​ອັນ​ຕະ​ລາຍນັ້ນ​ເດ່​ຫລະ!?” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທີ່​ໝາຍ​ເຖິງ​ຄຳ​ຂວັນ​ທີ່​ໃຊ້​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ໃນ​ປີ 2016 ທີ່​ເວົ້າ​ວ່າ "Make America Great Again" ຊຶ່ງ​ແປ​ວ່າ “ເຮັດ​ໃຫ້​ອາ​ເມ​ຣິ​ກາ​ກັບ​ມາ​ສູ່​ການ​ເປັນ​ປະ​ເທດ​ຍິ່ງ​ໃຫຍ່​ຄືນ​ອີກ.”

Police Charge Empire Actor for Staging Racist Attack
please wait

No media source currently available

0:00 0:01:46 0:00

​ທ້າວ ສມອ​ລ​ແລ​ດ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜັບ​ຢ່າງ​ຖ້ວມ​ລົ້ນ​ຈາກ ພວກ​ນັກ​ສະ​ແດງ ແລະ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ ແຕ່​ວ່າ ຕຳ​ຫລວດ​ໄດ້​ພົບ​ເຫັນ​ວ່າ ມີ​ຄຳ​ເວົ້າ​ທີ່ບໍ່​ກົງ​ກັນ​ ໃນ​ການບອກ​ເລົ່າຂອງ​ລາວ.

ໃນ​ສ່ວນ​ນຶ່ງ​ຂອງ​ການ​ສືບ​ສວນ​ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ ສາມ​ອາ​ທິດນັ້ນ ຕຳຫຼວດ​ເວົ້າ​ວ່າ ພວກ​ເພິ່ນ​ໄດ້​ກວດ​ເບິ່ງ​ກ້ອງວົງ​ຈອນ​ປິດ​ທີ່​ໄດ້​ຕິດ​ຕັ້ງ​ໄວ້​ຢູ່​ທົ່ວ ຂົງ​ເຂດ​ທີ່​ ມີ​ການ​ໂຈມ​ຕີ​ທີ່ຢູ່ໃນ​ການກ່າວ​ຫາວ່າ​ໄດ້ເກີດ​ຂຶ້ນນັ້ນ. ຕຳ​ຫລວດໄດ້​ຮຽກ​ຕົວ​ນ້ອງ​ຊາຍ​ຂອງ​ລາວ​ສອງ​ຄົນ ມາສອບ​ປາກ​ຄຳ ແຕ່​ວ່າ ​ພວກ​ເຂົາ​ໄດ້​ຖືກ​ປ່ອຍ​ຕົວ ໃນ​ສອງມື້​ຕໍ່​ມາ ແລະ​ກໍ​ບໍ່​ໄດ້​ຖືກ​ຖື​ວ່າ​ເປັນ​ຜູ້​ຕ້ອງ​ສົງ​ໄສ​ອີກ​ຕໍ່​ໄປ. ຕຳ​ຫລວດ​ເວົ້າ​ວ່າ ທ້າວ​ສມອ​ລ​ແລດ ໄດ້​ເອົາ​ເງິນ​ໃຫ້​ພວກ​ນ້ອງ​ຊາຍ​ຂອງ​ລາວ 3,500 ໂດ​ລາ ເພື່ອ​ເຮັດ​ທຳການ​ໂຈມ​ຕີ ທີ່​ເປັນ​ການ​ສະ​ແດງ​ເອົາ​ນັ້ນ.

ພາບ​ຂອງທ້າວ ຈັດ​ຊີ ສມອລ​ແລດ, ດາ​ລາ​ສະ​ແດງ​ລະ​ຄອນເລືອງ "Empire" ທີ່​ຖືກເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ທີ 21 ກຸມ​ພາ, 2019 ໂດຍ​ຫ້ອງ​ການ​ຕຳ​ຫລວດ​ນະ​ຄອນຊີ​ຄາ​ໂກ
ພາບ​ຂອງທ້າວ ຈັດ​ຊີ ສມອລ​ແລດ, ດາ​ລາ​ສະ​ແດງ​ລະ​ຄອນເລືອງ "Empire" ທີ່​ຖືກເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ທີ 21 ກຸມ​ພາ, 2019 ໂດຍ​ຫ້ອງ​ການ​ຕຳ​ຫລວດ​ນະ​ຄອນຊີ​ຄາ​ໂກ

ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ໃນ​ວັນ​ພະ​ຫັດ​ວານນີ້ ທ່ານ ແ​ອດ​ດີ ຈອນ​ສັນ (Eddie Johnson) ​ຜູ້​ບັນ​ຊາ​ການຕຳ​ຫລວດ​ນະ​ຄອນ​ບານ​ຂອງ​ຊີ​ຄາ​ໂກ ກ່າວ ​ຕໍ່​ພວກນັກຂ່າວ​ວ່າ ຕຳ​ຫລວດ​ເຊື່ອ​ວ່າ ທ້າວ ສມອ​ລ​ແລດໄດ້ເຮັດ​ຄື​ວ່າ ມີ​ການ​ໂຈມ​ຕີ ເພື່ອ​ເປັນ​ການ​ສະ​ແດງ​ໃຫ້​ຄົນ​ຮູ້​ແບບໂລດ​ໂຜນ ເພາະ​ລາວບໍ່​ພໍ​ໃຈ​ຕໍ່​ເງິນ​ເດືອນ​ທີ່​ລາວ​ໄດ້​ຮັບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG