ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອີແມລໂຄສະນາຫາສຽງຂອງ ທ. Macron ຖືກຮົ່ວໄຫລໄປພິມຢູ່ ໜ້າເວັບໄຊຂອງ EMLEAKS


ໂພສເຕີທາງການ ຂອງຜູ້ສະໝັກ ປະທານາທິບໍດີຝຣັ່ງ ປີ 2017.
ໂພສເຕີທາງການ ຂອງຜູ້ສະໝັກ ປະທານາທິບໍດີຝຣັ່ງ ປີ 2017.

ທີ​ມງານຂອງງທ່ານ Emmanuel Macron ຜູ້​ສະໝັກ​ປະທານາທິບໍດີ​ຝຣັ່ງທີ່​ມີ​ແນວ
ທາງ​ປານ ​ກາ​ງ​ແລະ​ຢູ່​ແຖວໜ້າໝູ່ ກ່າວ​ໃນ​ຕອນ​ເດິກ​ຂອງ​ວັນ​ສຸກ​ວານ​ນີ້​ວ່າ ທີ​ມງານ​
ຂອງ​ຕົນ​ໄດ້​ເປັນ​ຜູ້​ຖືກເຄາະ​ຮ້າຍຂອງ​ການ​ຫລັກ​ເຈາະ​ຂໍ້​ມູນທີ່​ມີ​ “ການ​ປະສານ​ງານ
​ແລະ​ຢ່າງຮ້າຍ​ແຮງ” ທີ່ພາ​ໃຫ້​ມີ​ການ​ຮົ່ວ​ໄຫລ​ຂອງ​ອີ​ແມ​ລທີ່​ເວົ້າ​ເຖິງ​ການ​ໂຄສະນາ
​ຫາ​ສຽງ ​ແລະເອກ​ກະສາ​ນການ​ເງິນ ຂອງ​ທີ​ມງານ.

​ໂດຍ​ເອີ້ນ​ການ​ຮົ່ວ​ໄຫລ “ທີ່​ບໍ່​ມີ​ມາ​ກ່ອນ​ໃນ​ການ​ໂຄສະນາ​ຫາ​ສຽງ​ຂອງຝຣັ່ງ” ພະນັກ
ງານ​ຂອງ​ທ່າ​ນ Macron ​ເວົ້າ​ວ່າ ການ​ເຜີຍ​ແຜ່​ອີ​ແມ​ລຫລາຍ​ພັນອັນ, ​ເອກ​ກະສາ​ນ
ບັນຊີ ​ແລະ​ບັນທຶກ​ອື່ນໆ​ ​ແມ່ນ​ການ​ພະຍາຍາມ​ທີ່​ຈະ​ເຮັດ​ໃຫ້” ຂາດ​ສະຖຽນລະ​ພາບ​ທາງປະຊາທິ​ປະ​ໄຕ​ດັ່ງ​ທີ່​ໄດ້​ເຫັນຢູ່​ໃນໄລຍະ​ການໂຄ​ສະ​ນາ​ຫາ​ສຽງຂອງ​ປະທານາ
ທິບໍດີຄັ້ງຫລ້າ​ສຸດ​ຜ່ານ​ມານີ້ ຢູ່​ໃນ​ສະຫະລັດ.”

ບັນດາ​ຜູ່້ຊ່ວຍທ່ານ Macron ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງວ່າ “​ມັນ​ເປັນ​ທີ່​ຈະ
ແຈ້ງຢູ່​ແລ້ວ​ວ່າ ບັນດາ​ເອກ​ກະສາ​ນທີ່ໄດ້ມາ​ຈາກ​ການ​ເຈາະຂໍ້​ມູນ ລ້ວນ​ແລ້ວ​ແຕ່​ສະ
​ແດງ​ໃຫ້​ເຫັນ​ວ່າ ການ​ໂຄສະນາ​ຫາ​ສຽງ​ປະທານາທິບໍດີຂອງ​ເຂົາ​ເຈົ້າ ​ແມ່ນ​ຖືກ​ຕ້ອງ
ຕາມ​ກົດໝາຍ ​ແລະ​ເປັນ​ ການ​ປະຕິບັດແບບ​ທໍາ​ມະ​ດາ.​”

ບັນດາ​ເອກ​ກະສາ​ນ​ໄດ້​ຖືກພິມ​ເຜີນ​ແຜ່​ຢູ່ໃນສື່​ສັງຄົມອອນ​ລາຍ ​ໂດຍ​ຜູ້​ໃດ​ຜູ້ນຶ່ງທີ່​ຮ້ອງ
ຕົນເອງວ່າ EMLEAKS ບໍ່ພໍ​ເທົ່າ​ໃດ​ນາທີກ່ອນ​ເຖິງ​ທ່ຽງ​ຄືນ​ວັນ​ສຸກ​ວານ​ນີ້ ​ໃນ​ເວລາ
ທ່ານ Macron ອາຍຸ 39 ປີ ​ແລະ​ທ່ານ​ນາງ Marine Le Pen ຊຶ່ງ​ເປັນຄູ່​ແຂ່ງທີ່​ມີ​ແນວ
ທາງ​ຂວາ​ຈັດຂອງ​ທ່ານ ​ໄດ້​ສະຫລຸບ​ການ​ໂຄສະນາ​ຫາ​ສຽງຂອງ​ພວກ​ທ່ານ​ລົງ​ຢ່າງ​ເປັນທາງ​ການ ​ເພື່ອ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ອື່ນ​ນີ້.

ການ​ຢັ່ງ​ຫາງສຽງທີ່​ພິມ​ເຜີຍ​ແຜ່​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່າ​ນ Macron ​ໄດ້ໂອກາດ​ທີ່​ດີ ​ເພາະ​ມີ​ການຄາດ​ຄະ​ເນວ່າອະດີດ​ນັກ​ທະນາຄາ​ນທີ່​ສະໜັບ
ສະໜູນ​ຄົນຢູ​ໂຣບ ​ແລະສະໜັບສະໜູນການ​ເຮັດທຸລະ​ກິດ ​ຈະ​ໄດ້​ໄຊ​ຊະນະ​ການ​ເລືອກ​
ຕັ້ງ ​ໂດຍ​ມີ​ຄະ​ແນນ​ນຳ​ໜ້າ 62 ​ເປີ​ເຊັນ ຕໍ່ 38 ​ເປີ​ເຊັນຂອງ​ທ່ານ​ນາງ Le Pen ​ໄດ້.

ໜ້າ​ແວບ​ໄຊ WeakiLeaks ​ໄດ້​ຕິດ​ຕັ້ງ​ພົວພັນ​ຕໍ່​ກັບ Twitter ກວ່າ​ຕົນ​ບໍ່​ມີ​ຄວາມ​ຮັບຜິດ
ຊອບ​ຕໍ່​ການ​ຮົ່ວໄຫລ ​ແຕ່​ວ່າ​ໄດ້ "ທຳ​ການ​ພິສູດ” ພາກສ່ວນ​ຂອງ​ເອກ​ກະສາ​ນ ທີ່​ຮ່ວມ​ຢູ່
​ປະມານ 9 ​gigabytes ຂອງ​ຂໍ້​ມູນ​ທັງ​ໝົົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG