ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

English in a Minute, ບົດ​ທີ 51 “Go the extra mile” ແປ​ວ່າ ພະ​ຍາ​ຍາມ​ເຮັດ​ສຸດ​ຂີດ ຫລື ​ພະ​ຍາ​ຍາມ​ເປັນພິ​ເສດ ເພື່ອ​ບັນ​ລຸ​ເປົ້າ​ໝາຍໃຫ້​ໄດ້


English in a Minute: Go the Extra Mile
please wait

No media source currently available

0:00 0:00:59 0:00

ເບິ່ງວີ​ດິ​ໂອ ລາຍ​ການ​ English in a Minute: Go the Extra Mile ຊຶງແປ​ວ່າ ພະ​ຍາ​ຍາມ​ເຮັດ​ສຸດ​ຂີດ ຫລື ​ພະ​ຍາ​ຍາມ​ເຮັດ​ເປັນພິ​ເສດ ເພື່ອ​ບັນ​ລຸ​ເປົ້າ​ໝາຍໃຫ້​ໄດ້

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Americans use Miles as a measure of distance, but what does it mean if you go the extra mile? Let's listen to Ana and Jonathan.
ຊາວ​ອາ​ເມ​ຣິ​ກັນ​ໃຊ້​ໄມ​ລ໌ໃນ​ການ​ວັດ​ແທກ​ໄລ​ຍະ​ທາງ ແຕ່​ວ່າ ການ​ທີ່​ທ່ານ go the extra mile ​ມັນ​ແປ​ວ່າ​ແນວ​ໃດຫລະ? ພວກ​ເຮົາມາ ພາ​ກັນ​ໄປ​ຟັງບົດສົນ​ທະ​ນາ ລະ​ຫວ່າງ Ana ແລະ Jonathan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີ​ທ່ານ​ອາດ​ຈະ​ເຂົ້າ​ໃຈ​ໄດ້.

Oh, my, Anna. That is an interesting look.
ໂອ້, ພະ​ເຈົ້າຂ້ອຍເອີ້ຍ, Anna. ນັ້ນ ເບິ່ງແລ້ວ​ ເປັນຫນ້າສົນໃຈໄດ໋.

I am just trying out my Halloween costume a little early.
ຂ້ອຍພຽງ​ແຕ່ພະຍາຍາມລອງຊຸດບຸນ​ຮາ​ໂລ​ວີນ (Halloween) ຂອງຂ້ອຍ ຂ້ອນ​ຂ້າງແຕ່​ຫົວ​ທີ​ແດ່ ເລັກນ້ອຍຊື່ືໆດອກ.

I see that you sure do go the extra mile every Halloween. that must have taken time to make.
ເອີ້ ຂ້ອຍກະເຫັນ​ວ່າ ເຈົ້າ​ເຮັດ​ໃຫ້​ແນ່ໃຈ​ໄດ້ເລີຍ ວ່າເຮັດ​ໃຫ້​ມັນເຖິງ​ທີ່​ສຸດ ແທ້ໆ ​ໃນ​ບຸນ​ຮາ​ໂລ​ວີນ (Halloween) ທຸກໆ​ປີ. ແບບນັ້ນ ກໍຄົງ​ຈະ​ຕ້ອງ​ໄດ້​ໃຊ້​ເວ​ລາ​ດົນແດ່​ເພື່ອ​ຈະ​ເຮັດ​ແລ້ວ.

I just really want to win the costume contest this year.
ຂ້ອຍກໍພຽງແຕ່ຢາກຈະຊະນະການປະກວດຊຸດ​ແຕ່ງ​ກາຍຮາ​ໂລ​ວີນໃນປີນີ້.

To go the extra mile means to make a special effort at something. It can also mean to work very hard to reach a goal. Think of an athlete running an extra mile to train harder.

To go the extra mile ຊຶ່ງ​ແປ​ຕາມ​ໂຕວ່າ ການໄປເພີ້ມ​ອີກໄມລ໌ ນຶ່ງໝາຍເຖິງ ການ​ໃຊ້ຄວາມພະຍາ ຍາມພິເສດໃນການ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ. ມັນຍັງສາມາດຫມາຍຄວາມວ່າ ການເຮັດວຽກຫນັກຫຼາຍ ເພື່ອບັນລຸເປົ້າຫມາຍໄດ້. ໃຫ້ຄິດເຖິງ​ນັກ​ກິ​ລາ​ແລ່ນໄກ​ເພີ້ມ ໄມ​ລ໌ ນຶ່ງ​ເປັນ​ເສດ ​ເພື່ອ​ຝຶກ​ຊ້ອມ​ແລ່ນ​ໜັກ​ຂຶ້ນກວ່າ​ເກົ່າ.

and that's English in a minute.

XS
SM
MD
LG