ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊເລັນສກີ ເຕືອນກ່ຽວກັບການປະຕິບັດການ ທີ່ໃຫຍ່ກວ່າເກົ່າ ຂອງຣັດເຊຍ ໃນພາກຕາເວັນອອກ


ໃນພາບນີ້ຈາກວິດີໂອທີ່ສະໜອງໃຫ້ໂດຍຫ້ອງການປະທານາທິບໍດີ ຢູເຄຣນ, ສະແດງໃຫ້ເຫັນປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວຄຳປາໄສ ໃນນະຄອນຫຼວງກີຢິບ, ຢູເຄຣນ. 10 ເມສາ, 2022. (Ukrainian Presidential Press Office via AP)
ໃນພາບນີ້ຈາກວິດີໂອທີ່ສະໜອງໃຫ້ໂດຍຫ້ອງການປະທານາທິບໍດີ ຢູເຄຣນ, ສະແດງໃຫ້ເຫັນປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວຄຳປາໄສ ໃນນະຄອນຫຼວງກີຢິບ, ຢູເຄຣນ. 10 ເມສາ, 2022. (Ukrainian Presidential Press Office via AP)

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ເຕືອນວ່າ ກອງທະຫານ ຣັດເຊຍ “ຈະຫັນໄປທຳການປະຕິບັດການທີ່ໃຫຍ່ກວ່າເກົ່າອີກ” ໃນພາກຕາເວັນອອກຂອງ ຢູເຄຣນ, ໃນຂະນະທີ່ເວົ້າວ່າກອງກຳລັງຂອງທ່ານຈະຕຽມພ້ອມ ແລະ “ຈະຕອບໂຕ້.”

ໃນການກ່າວລະຫວ່າງຄຳປາໄສທາງວິດີໂອປະຈຳວັນເມື່ອແລງວັນອາທິດວານນີ້, ທ່ານ ເຊເລັນສກີໄດ້ກ່າວວ່າຫຼາຍວັນຂ້າງໜ້າຈະເປັນວັນ​ທີ່ສຳຄັນຄືືທຸກວັນໃນສົງຄາມທີ່ແກ່ຍາວມາໄດ້ 6 ອາທິດແລ້ວນັ້ນ.

ທ່ານຍັງໄດ້ກ່າວໃນລະຫວ່າງການສຳພາດກັບລາຍການ “60 Minutes” ຂອງໂທລະພາບ CBS ທີ່ອອກອາກາດ ໃນຄືນວັນອາທິດວານນີ້ວ່າ ການຢູ່ລອດຂອງ ຢູເຄຣນ ແມ່ນຂຶ້ນກັບການເພີ່ມການຂົນສົ່ງອາວຸດຂອງ ສະຫະລັດ ແລະ ວ່າ ທ່ານໄດ້ມອບລາຍຊື່ ຂອງສິ່ງທີ່ຢູເຄຣນຕ້ອງການ ໃຫ້ປະທານາທິບໍດີ ສະ ຫະລັດ ທ່ານ ໂຈ ໄບເດັນ.

ທ່ານເຊເລັນສກີໄດ້ກ່າວວ່າ “ເພິ່ນມີລາຍຊື່ແລ້ວ. ປະທານາທິບໍດີ ໄບເດັນ ສາມາດເຂົ້າສູ່ປະຫວັດສາດໃນຖານະເປັນຄົນຜູ້ທີ່ໄດ້ຢືນຄຽງບ່າຄຽງໄຫຼ່ກັບປະຊາຊົນ ຢູເຄຣນ ຜູ້ທີ່ໄດ້ຊະນະ ແລະ ໄດ້ເລືອກສິດທິທີ່ຈະມີປະເທດເປັນຂອງຕົນເອງ.

ບັນດາລັດຖະມົນຕີການຕ່າງປະເທດສະຫະພາບຢູໂຣບໄດ້ປະຊຸມກັນໃນວັນຈັນມື້ນີ້ ເພື່ອທຳການປຶກສາຫາລືຮອບໃໝ່ ກ່ຽວກັບ ມາດຕະການລົງໂທດຕໍ່ຣັດເຊຍ.

ໃນນະຄອນຫຼວງມົສກູ, ນາຍົກລັດຖະມົນຕີປະເທດ ອອສເຕຣຍ ທ່ານ ຄາລ ເນແຮມເມີ ໄດ້ໄປຢ້ຽມຢາມຜູ້ນຳຣັດເຊຍ ທ່ານວລາດິເມຍ ປູຕິນ, ເຊິ່ງເປັນການຢ້ຽມຢາມຄັ້ງທຳອິດໂດຍຜູ້ນຳຢູໂຣບ ນັບຕັ້ງແຕ່ທ່ານ ປູຕິນ ໄດ້ເປີດການບຸກລຸກຢູເຄຣນໃນທ້າຍເດືອນກຸມພາ.

ທ່ານໄບເດັນ ຈະຈັດການເຈລະຈາທາງໄກໃນວັນຈັນມື້ນີ້ກັບນາຍົກລັດຖະມົນຕີອິນເດຍ ທ່ານ ນາເຣັນດຣາ ໂມດີ. ໃນຂະນະທີ່ ສະຫະລັດ ພະຍາຍາມທີ່ຈະກົດດັນຣັດເຊຍດ້ວຍມາດຕະການລົງໂທດ, ລວມທັງອຸດສາຫະກຳພະລັງງານທີ່ສຳຄັນຂອງປະເທດດັ່ງກ່າວ, ອິນເດຍໄດ້ເອົາທ່າທີເປັນກາງ, ໂດຍສືບຕໍ່ຊື້ນໍ້າມັນຂອງຣັດເຊຍ ແລະ ແກັສໃນຂະນະທີ່ບໍ່ໄດ້ອອກສຽງໃນການລົງຄະແນນສຽງເພື່ອຫ້າມຣັດເຊຍຈາກສະພາສິດທິມະນຸດອົງການສະຫະປະຊາຊາດດ້ວຍ.

ໂຄສົກທຳນຽບຂາວທ່ານນາງເຈັນ ຊາກີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງເມື່ອວັນອາທິດວານນີ້ວ່າ ທ່ານ ໄບເດັນ ຈະໃຊ້ກອງປະຊຸມດັ່ງກ່າວເພື່ອປຶກສາຫາລື ກ່ຽວກັບ “ຜົນທີ່ຕາມມາຂອງສົງຄາມ ທີ່ໂຫດຮ້າຍຂອງຣັດເຊຍຕໍ່ຢູເຄຣນ ແລະ ບັນເທົາຜົນກະທົບທີ່ຍືນຍົງຂອງມັນຕໍ່ການສະໜອງອາຫານໃນໂລກ ແລະ ຕະ ຫຼາດສິນຄ້າຕ່າງໆ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG