ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນ​ເລືອກ​ຕັ້ງ​ ຢູ່​ໃນ​ສະຫະລັດ ​​ແຕກ​ຕ່າງກັບ ຢູ່​ໃນ​ຫຼາຍໆ ​ປະ​ເທດ (ວີດິໂອ)


ວັນ​ເລືອກ​ຕັ້ງ​ຢູ່​ໃນ​ສະຫະລັດ ​​ແມ່ນແຕກ​ຕ່າງກັບ ຢູ່​ໃນ​ຫຼາຍໆ​ປະ​ເທດ ຍ້ອນ​ວ່າ ມັນບໍ່​ແມ່ນ​ການ​ປ່ອນບັດ​ເລືອກ​ຕັ້ງ​ ​ໃນ​ມື້ດຽວ​ກັນ ໃນ​ທົ່ວ​ປະ​ເທດ.

ວັນ​ເລືອກ​ຕັ້ງ​ຢູ່​ໃນ​ສະຫະລັດແມ່ນແຕກ​ຕ່າງກັບຢູ່​ໃນ​ຫຼາຍໆ​ປະ​ເທດ ຍ້ອນ​ວ່າ ມັນບໍ່​ແມ່ນ​ການ​ປ່ອນບັດ​ເລືອກ​ຕັ້ງ​ ​ໃນ​ມື້ດຽວ​ກັນໃນ​ທົ່ວ​ປະ​ເທດ. ​ແຕ່​ກົງກັນ​ຂ້າມ ​ແຕ່​ລະ​ລັດ​ຈະຈັດ ການ​ເລືອກ​ຕັ້ງຂຶ້ນ ຕາມກົດ​ສະ​ເພາະ​ຂອງ​ລັດໃຜ​ລາວ.

​ວັນ​ເລືອກ​ຕັ້ງຢູ່​ໃນ​ສະຫະລັດ ​ແມ່ນ​ວັນ​ອັງຄານ​ທໍາ​ອິດ ຂອງ​ເດືອນພະຈິກ. ​ແຕ່​ວ່າ ໃນ​ແຕ່ລະ 50 ລັດ ​ແລະ​ໃນນະ​ຄອນ​ຫລວງ ວໍ​ຊິງ​ຕັນ ​ດີ​ຊີ ຫຼື District of Columbia ນັ້ນ ​ແມ່ນມີ​ຕໍາ​ແໜ່​ງທາງ​ການ​ເມືອງທີ່ຈະຕ້ອງໄດ້ເລືອກເອົາ​ຄົນ​ເຂົ້າ​ນັ່ງ ມີ​ຄໍາ​ຖາມ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເພື່ອ​ໃຫ້​ປະຊາຊົນ​ລົງ​ຄວາມ​ເຫັນ​ຫາ​ທາງແກ້​ໄຂ ​ແລະ​ທຸກໆ​ສີ່​ປີ ກໍ​ແມ່ນ​ເລືອກ​ເອົາ​ຜູ້​ທີ່​ຈະ​ເຂົ້າ​ໄປ​ຄອບຄອງ​ທໍານຽບຂາວ ຫຼື​ເປັນ​ປະທານາທິບໍດີ​ຄົນ​ໃໝ່.

ລັດຖະທໍາ​ມະນູນ​ສະຫະລັດ ​ແ​ມ່ນ​ໃຫ້​ສິດທິ​ແລະ​ການ​ພິທັກ​ປົກ​ປ້ອງ​ແກ່​ພົນລະ​ເມືອງ ຫຼາຍ​ຢ່າງ​ດ້ວຍ​ກັນ ​ແຕ່​ສາສະດາຈານ Mark Rom ປະ​ຈໍາ​ມະຫາ​ວິທະຍາ​ໄລ Georgetown University ຊີ້​ອອກ​ວ່າ ການປອ່ນລັດ ​ເລືອກ​ຕັ້ງ ບໍ່​ແມ່ນ​ນຶ່ງ​ໃນສິດທິ​ຕ່າງໆ​ເຫລົ່າ​ນັ້ນ.

ທ່ານ ​ໂຣມ ​ກ່າວ​ວ່າ: “​ໃຜ​ໆ​ກໍ​ອາດ​ຈະຄິດ​ວ່າ​ ສິດທິໃນການ​ປ່ອນ​ບັດນັ້ນ ຖື​ວ່າ ​ເປັນ​ສິດທິ​ທີ່ສໍາ​ຄັນ​ອັນ​ນຶ່ງຂອງ​ພົນລະ​ເມືອງ ​ເທົ່າ​ກັບ​ຄວາມສາມາດ​ໃນ​ການ​ປາກ​ເວົ້າ​ໄດ້​ຢ່າງ​ເສລີ ​ໃນ​ການ​ນັບຖື​ສາສະໜາ​ຢ່າງ​ເສລີ ​ໃນ​ການ​ຍື່ນ ຮ້ອງ​ຮຽນ​ຕໍ່​ລັດຖະ ບານ ​ແລະອື່ນໆ ​ແຕ່ມັນ​ບໍ່​ແມ່ນ​ຈັ່ງ​ຊັ້ນ. ​ຂໍ້​ກໍານົດ​ກ່ຽວ​ກັບ ສິດທິ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ຕາມ​ປົກກະຕິ​ແລ້ວ​ ແມ່ນລັດ​ເປັນ​ຜູ້ຈັດ​ຕັ້ງ​ຂຶ້ນ ແລະແຕ່​ລະ​ລັດ​ ກໍ ສາມາດ​ນໍາ​ໃຊ້​ມາດຕະຖານ​ຂອງ​ລັດ​ຕົນ​ເອງໄດ້ບໍ່​ຫຼາຍ​ກໍ​ໜ້ອຍ.”

ກົດໝາຍ​ລັດຖະບານ​ກາງ ບົ່ງ​ໄວ້​ວ່າ ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ຕ້ອງ​ມີ​ອາຍຸ
ຢ່າງ​ນ້ອຍ 18 ປີ​. ທ່ານ ​ໂຣມ ກ່າວ​ວ່າ ນອກຈາກ​ເງື່ອນ​ໄຂ​ຂໍ້ນີ້​ແລ້ວ ​ແມ່ນ ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ໜ້ອຍ​ຫລາຍ.

ທ່ານ ​ໂຣມ ກ່າວ​ວ່າ: “ມີ​ 50 ລັດ​ທີ່​ແຕກຕ່າງ​ກັນ ມີກົດ​ໝາຍ​ລັດ​ທີ່​ແຕກ​ຕ່າງ​ກັນ​ໃນ 50 ລັດ ກ່ຽວ​ກັບ​ເວລາເປີດ​ແລະ​ປິດ​ການປ່ອນ​ບັດ ຂັ້ນ​ຕອນ​ການ​ລົງທະ​ບຽນ​ປ່ອນ​ບັດ ສະຖານ​ທີ່​ປ່ອນ​ບັດ ​ແລະວິທີປ່ອນ​ບັດໃນ​ກໍລະນີ​ເຮົາ​ບໍ່​ໄດ້​ຢູ່​ໃນ​ລັດ​ຂອງ​ເຮົາ​ເວລາ​ນັ້ນ. ລາຍ​ລະອຽດ​ຂອງ​ຂັ້ນ​ຕອນ​ຫຼື​ກົດ​ເກນ​ຕ່າງ​ໆ​ດັ່ງ​ທີ່​ກ່າວ​ມາ​ນີ້ ແມ່ນ ລັດ​ເປັນ​ຜູ້ຈັດ​ຕັ້ງຂຶ້ນ ບໍ່​ແມ່ນລັດຖະບານ​ກາງ.”

ການ​ປ່ອນ​ບັດ​ຂອງຜູ້​ທີ່ບໍ່​ຢູ່​ໃນ​ລັດ​ ຫຼື Absentee Ballots ​ທີ່ທ່ານ ​ໂຣມ ກ່າວ​ເຖິງ​ນັ້ນ ​ແມ່ນ​ສໍາລັບ​ປະຊາຊົນ​ຜູ້​ມີສິດ​ປ່ອນ​ບັດ​ທີ່​ບໍ່​ຢູ່​ໃນ​ລັດໃນ​ມື້ເລືອກ​ຕັ້ງ ​ເຊັ່ນ ​ທະຫານທີ່​ປະ​ຈໍາ​ການ​ຢູ່​ແຫ່ງ​ອື່ນ ພົນລະ​ເມືອງ​ທີ່​ເຮັດ​ການ​ຢູ່​ປະ​ເທດ​ອື່ນ ຜູ້​ທີ່ເດີນທາງ​ອອກ​ນອກ​ລັດ ​ແລະ​ໄປ​ຮຽນ​ໜັງສື​ຢູ່ແຫ່ງ​ອື່ນ ​ເປັນ​ຕົ້ນ.

​ໃນ​ບໍ່​ເທົ່າ​ໃນ​ປີຜ່ານມາ​ນີ້ ກໍ​ໄດ້​ມີ​ການ​ອະນຸຍາດ​ໃຫ້​ປ່ອນ​ບັດ​ກັນ​ໄດ້​ກ່ອນ​ມື້​ເລືອກ​ຕັ້ງ ທີ່​ເອີ້ນ​ກັນ​ວ່າ Early voting ຫຼື ​ປ່ອນ​ບັດລ່ວງ​ໜ້າ. ​ໃນ​ປັດຈຸ ບັນ​ນີ້ ປາກົດ​ວ່າ​ມີປະມານ​ສອງ​ສ່ວນ​ສາມ​ຂອງ​ລັດ​ທັງ​ໝົດ ທີ່​ອະນຸຍາດໃຫ້​ພົນລະ​ເມືອງ​ຂອງ​ຕົນ​ປ່ອນ​ບັດ​ລ່ວງ​ໜ້າ​ໄດ້​ດົນ​ເຖິງ​ນຶ່ງ​ເດືອນ​ຫຼື​ຫຼາຍກວ່າ​ນັ້ນ ​ກ່ອນວັນ​ເລືອກ​ຕັ້ງ​ຢ່າງ​ເປັນທາງ​ການໃນ​ເດືອນ​ພະຈິກ.

​ແລະມີ​ຫຼາຍ​ລັດ​ທີ່​ໄດ້​ຮັບ​ຜ່ານ​ກົດ​ໝາຍ ​ບັງຄັບ​ໃຫ້​ຜູ້​ມີ​ສິດ​ປ່ອນ​ບັດ​ ສະ​ແດງ ບັດປະ​ຈໍາ​ຕົວຂອງ​ຕົນຢູ່ທີ່​ບ່ອນ​ປ່ອນ​ບັດ ​ເພື່ອ​ຢັ້ງຢືນຊື່​ແລະ​ທີ່ຢູ່ຖືກຕ້ອງ​ຕາມທີ່​ລະບຸ​ຢູ່​ໃນ​ບັນຊີ​ຜູ້​ປ່ອນ​ບັດຂອງເຂດ​ປ່ອນ​ບັດນັ້ນ. ພວກສະໜັບສະ​ໜຸນກົດໝາຍ​ດັ່ງກ່າວ​ນີ້​ເວົ້າ​ວ່າ ມັນ​ຈໍາ​ເປັນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການສໍ້ໂກງ​ການ​ເລືອກ​ຕັ້ງ. ສ່ວນ​ຝ່າຍ​ຄັດຄ້ານ​ກໍ​ເວົ້າວ່າ ການໂກງ​ແບບ​ນັ້ນ ​ແມ່ນ​ມີ​ໜ້ອຍ​ຫລາຍ​ ​ບໍ່​ພໍທີ່​ໃຫ້​ກາຍ​ເປັນ​ບັນຫາ​ໄດ້ ​ແລະ​ກ່າວ​ຫາ​ວ່າ ກົດ ໝາຍ​ນັ້ນ ​ແມ່ນຈຸດປະສົງ​ເພື່ອ​ກົດ​ຂີ່​ການ​ປ່ອນ​ບັດຫຼາຍ​ກວ່າ.

​ນອກ​ນີ້​ແລ້ວ ກໍ​ມີອີກ​ສິ່ງ​ນຶ່ງທີ່​ເຮັດ​ໃຫ້​ການ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີນັ້ນ ແທ້ໆ​ແລ້ວ ​ເປັນການ​ແຂ່ງ​ຂັນ​ກັນ​ໃນ 50 ລັດ. ຄືອິງ​ຕາມ​ລັດຖະທໍາ​ມະນູນ​ນັ້ນ ການ​ປ່ອນ​ບັດ​ເອົາ​ປະທານາທິບໍດີ ທີ່​ຈິງ​ແລ້ວ ​ແມ່ນ​ເລືອກ​ເອົາ​ກໍາມະ ການ​ເລືອກ​ຕັ້ງຂອງ​ລັດ ທີ່​ເອີ້ນ​ວ່າ Electors ຈໍານວນ 538 ຄົນ ທີ່​ເປັນ ຜູ້ທີ່​ຕັດສິນ​ວ່າ​ຜູ້​ໃດ ຈະໄດ້​ເປັນ​ປະທານາທິບໍ​ດີ. ​ສາສະ​ດາ​ຈານ Dennis Johnson ​ແຫ່ງ​ມະຫາວິທະຍາ​ໄລ George Mason ໃຫ້​ຄວາມ​ເຫັນ​ວ່າ:

ທ່ານ ຈອນ​ສັນ ​ເວົ້າ​ວ່າ: “​ໂຕ​ເລກ​ທີ່ສໍາຄັນ​ທີ່​ສຸດ​ນັ້ນ​ ກໍ​ຄື 270 ຊຶ່ງໝາຍເຖິງຈໍາ ນວນ​ຂອງ​ກໍາມະການ​ເລືອກ​ຕັ້ງ​ຂອງລັດ​ ທີ່​ຜູ້​ສະ​ໝັກ​ຕ້ອງໄດ້​ຮັບ ​ຈຶ່ງ​ຈະໄດ້​ເປັນ ປ​ະທາ​ນາ​ທິບໍດີ. ​ຄື​ຈາກ​ທັງ 50 ລັດ​ນັ້ນ ຜູ້​ສະໝັກ​ຈະ​ຕ້ອງ​ໄດ້​ຮັບ​ສຽງ​ສະໜັບ ສະໜູນ​ຈາກ Electors 270 ສຽງ ຈາກ​ຈໍານວນ 538 ຄົນ ນັ້ນ​ຄື​ຈໍ​ານວນຕົວ​ຈິງ​ທີ່​ຜູ້​ສະໝັກ​ຕ້ອງການ​ແທ້ໆ.”

ທ່ານ ຈອນ​ສັນ ກ່າວ​ຕໍ່​ໄປ​ວ່າ ກໍ​ຍ້ອນ​ຢາກ​ໄດ້ສຽງ​ສະໜັບສະໜຸນ​ຈາກ ກໍາມະການ​ເລືອກ​ຕັ້ງ​ຂອງລັດ Electors ຫຼື Electoral College ​ໃນຈໍານວນທີ່​ຕ້ອງການນັ້ນ​ຫຼ່ະ ​ຜູ້​ສະ​ໜັກ​ທັງ​ສອງ​ທ່ານ ຈຶ່ງຕ້ອງ​ຂຸ້ນຂ້ຽວ​ໃຊ້​ເວລາ​ຫາ​ສຽງ​ຢູ່​ໃນ​ບັນດາ​ລັດ​ທີ່ໄດ້​ຮັບ​ຄະ​ແນນນິຍົມ​ທີ່ສູ​ສີ​ກັນ ຊຶ່ງ​ເປັນ​ລັດ​ທີ່​ພວກ​ຜູ້​ສະໝັກ​ທັງ​ສອງ​ເຊື່ອ​ວ່າ ​ຈະ​ຊ່ວຍ​ໃຫ້ຕົນໄດ້​ຮັບ 270 ສຽງ​ຂອງ​ກໍາມະການ​ເລືອກ​ຕັ້ງທັງ​ໝົດທີ່​ຕ້ອງການ​ນັ້ນ.

ເບິ່ງວີດິໂອ ລາຍງານນີ້ ເປັນພາສາອັງກິດ:
US Presidential Election Actually 50+ Separate Votes
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ
XS
SM
MD
LG