ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແຂວງຄຳມ່ວນ ເລັ່ງສ້າງ ແລະ ສ້ອມແປງທາງ ເຂົ້າຫາ ສະຖານທີ່ທ່ອງທ່ຽວ


ຖໍ້າກອງລໍ ໃນແຂວງຄຳມ່ວນ.
ຖໍ້າກອງລໍ ໃນແຂວງຄຳມ່ວນ.

ທາງການແຂວງຄຳມ່ວນ ເລັ່ງການພັດທະນາລະບົບພື້ນຖານໂຄງລ່າງໄປໃນສະຖານ
ທີ່ທ່ອງທ່ຽວ ທີ່ແນໃສ່ການພັດທະນາການທ່ອງທ່ຽວແບບອະນຸລັກ ລະບົບນິເວດ ທຳ
ມະຊາດ ແລະຊີວະນານາພັນເປັນສຳຄັນ ຊຶ່ງຊົງລິດ ໂພນເງິນ ມີລາຍງານ.

ລິງໂດຍກົງ

ທ່ານຂັນຕິ ໂພທິນ ຫົວໜ້າພະແນກຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ແຂວງຄຳມ່ວນ ຢືນຢັນວ່າ ການພັດທະນາການທ່ອງທ່ຽວພາຍໃນແຂວງຄຳມ່ວນ ໃນ
ຊຸມປີ ທີ່ຜ່ານມາໄດ້ເນັ້ນໜັກການພັດທະນາທາງດ້ານລະບົບພື້ນຖານໂຄງລ່າງ ໂດຍ
ສະເພາະແມ່ນການກໍ່ສ້າງ ແລະສ້ອມແປງເສັ້ນທາງ ທີ່ເຂົ້າໄປໃນສະຖານທີ່ທ່ອງທ່ຽວ
ທຳມະຊາດທີ່ສຳຄັນເຊັ່ນ ຖ້ຳຜາຊ້າງ ຂຸນກອງແລງ ຖ້ຳກອງລໍ ແລະເຂດປ່າສະຫງວນ
ແຫ່ງຊາດນາກາຍ ເປັນຕົ້ນ ທັງນີ້ໂດຍແນໃສ່ການພັດທະນາ ແລະສົ່ງເສີມການທ່ອງ
ທ່ຽວແບບອະນຸລັກ ລະບົບນິເວດ ທຳມະຊາດ ແລະຊີວະນານາພັນ ເປັນສຳຄັນ ລວມ
ເຖິງການອຳນວຍຄວາມສະດວກ ແລະຮັບປະກັນຄວາມປອດໄພໃຫ້ແກ່ບັນດານັກທ່ອງ
ທ່ຽວອີກດ້ວຍດັ່ງທີ່ທ່ານຂັນຕິ ໄດ້ໃຫ້ການຢືນຢັນວ່າ:

“ສະເພາະເສັ້ນທາງທີ່ພວກເຮົາໄດ້ມີການກໍ່ສ້າງໃໝ່ນີ້ ກະມີຂຸນກອງແລງ ແລ້ວກະ
ໄດ້ມີການສ້ອມແປງທາງເຂົ້າຖ້ຳກອງລໍ ນອກຈາກນັ້ນອີກພວກເຮົາກະໄດ້ມີການ
ປັບປຸງທາງເຂົ້າຖ້ຳຊ້າງ ສະເພາະສະຖານທີ່ພັກແຮມຕາມແຫລ່ງຕ່າງໆຕົ້ນຕໍກະສິ
ມີຢູ່ເຂດຄຸ້ມຂ້າງກອງລໍນີ້ຫລະ ທີ່ຄ້ອນຂ້າງສະດວກສະບາຍ ມີບ່ອນພັກແຮມ ເຂດ
ນອກ ຢູ່ເມືອງນາກາຍນີ້ ກະຄ້ອນຂ້າງດີ ເວົ້າງ່າຍໆ ກະຮັບປະກັນຫັ້ນແຫລະໃຫ້
ແກ່
ນັກທ່ອງທ່ຽວໄດ້ເຂົ້າມາໃຊ້ບໍລິການ ການພັກແຮມສະດວກສະບາຍ.”

ຍິ່ງໄປກວ່ານັ້ນ ທາງການແຂວງຄຳມ່ວນຍັງເຊື່ອໝັ້ນດ້ວຍວ່າ ສະພາບການທ່ອງທ່ຽວ
ໃນແຂວງຄຳມ່ວນ ຈະດີຂຶ້ນນັບມື້ ໂດຍສະເພາະແມ່ນພາຍຫລັງຈາກທີ່ໄດ້ມີການນຳ
ສະເໜີຕໍ່ UNESCO ເພື່ອໃຫ້ພິຈາລະນາຮັບຮອງເອົາເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ເປັນມໍລະດົກໂລກທາງທຳມະຊາດນັ້ນ ຊຶ່ງໃນປັດຈຸບັນ ລັດຖະບານ
ຫວຽດນາມ ກໍໄດ້ຕົກລົງໃຫ້ການຊ່ວຍເຫຼືອ ລັດຖະບານລາວ ໃນການຕຽມຄວາມ
ພ້ອມຕ່າງໆ ເພື່ອນຳສະເໜີຕໍ່ UNESCO ເພື່ອໃຫ້ການຮັບຮອງເອົາເຂດປ່າສະ
ຫງວນແຫ່ງຊາດ ພູຫີນໜາມໜໍ່ໃຫ້ເປັນມໍລະດົກໂລກທາງທຳມະຊາດພາຍໃນປີ
2019 ເປັນຢ່າງຊ້າ.

ທັງນີ້ໂດຍລັດຖະບານຫວຽດນາມ ໄດ້ຈັດສົ່ງຄະນະຜູ້ຊ່ຽວຊານທີ່ປະສົບຄວາມສຳ
ເບັດໃນການນຳສະເໜີຕໍ່ UNESCO ໃຫ້ຮັບຮອງເອົາອຸດທະຍານແຫ່ງຊາດ
Phong Nha – Ke Bang ໃນແຂວງກວາງບິງ ເປັນມໍລະດົກໂລກທາງທຳມະຊາດ ຢ່າງເປັນທາງການມາແລ້ວໃນປີ 2003 ຈຶ່ງຖືເປັນໂອກາດທີ່ດີສຳລັບຄະນະຮັບຜິດ
ຊອບຂອງທາງການລາວ ທີ່ຈະໄດ້ຮຽນຮູ້ ແລະໄດ້ຮັບການຖ່າຍທອດປະສົບການ
ຈາກຄະນະຜູ້ຊ່ຽວຊານຂອງຫວຽດນາມ ໂດຍກົງ.

ທາງດ້ານທ່ານ ແບສຕຽນ ເປີເຣ (Bastian Purer)ທີ່ປຶກສາອົງການປົກປັກຮັກສາ
ລະບົບນິເວດປ່າໄມ້ແລະຊີວະນານາພັນຂອງລັດຖະບານ ເຢຍຣະມັນ (GIZ) ປະຈຳ
ລາວ ຢືນຢັນວ່າ ການຊ່ວຍເຫຼືອລັດຖະບານລາວ ເພື່ອຕຽມຄວາມພ້ອມໃນການນຳ
ສະເໜີຕໍ່ UNESCO ເພື່ອໃຫ້ຮັບຮອງເອົາພູຫີນໜາມໜໍ່ ໃຫ້ເປັນມໍລະດົກໂລກ ທາງ
ທຳມະຊາດນັ້ນ ໄດ້ດຳເນີນການ ໃນ 3 ດ້ານ ເພື່ອເຮັດໃຫ້ໄດ້ຕາມມາດຕະຖານທີ່
UNESCO ກຳນົດໄວ້ ກໍຄືແຜນງານດ້ານການຄຸ້ມຄອງ ແຜນງານດ້ານເທັກນິກ ແລະ
ການບໍລິຫານງານພາຍໃນກົມມໍລະດົກຂອງລາວ ຊຶ່ງການດຳເນີນງານ ຈະແລ້ວເສັດ
ພາຍໃນປີ 2018 ແລະຈະສາມາດຍື່ນບັນດາເອກກະສານ ທີ່ສຳຄັນຕ່າງໆເຖິງ
UNESCO ໄດ້ຢ່າງຄົບຖ້ວນໃນຕົ້ນປີ 2019 ຢ່າງແນ່ນອນ.

ທັງນີ້ໂດຍທ່ານທອງໃບ ໂພທິສານ ຫົວໜາກົມມໍລະດົກ ກະຊວງຖະແຫລງຂ່າວ-ວັດ
ທະນະທຳ ແລະທ່ອງທ່ຽວ ກໍໄດ້ຢືນຢັນວ່າ ການຕຽມວຽກງານໃນດ້ານຕ່າງໆ ເພື່ອ
ສະເໜີໃຫ້ UNESCO ຮັບຮອງເອົາເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ ເປັນ
ມໍລະດົກໂລກທາງທຳມະຊາດນັ້ນ ໄດ້ສຳເລັດໃນຂັ້ນເບື້ອງຕົ້ນແລ້ວ ແລະໝັ້ນໃນວ່າ UNESCO ຈະຮັບຮອງເອົາເຂດປ່າສະຫງວນແຫ່ງຊາດພູຫີນໜາມໜໍ່ ໃຫ້ເປັນມໍລະ
ດົກໂລກທາງທຳມະຊາດ ເພາະເປັນເຂດທີ່ຍັງມີທຳມະຊາດສວຍງາມ ແລະປົກຫຸ້ມ
ດ້ວຍປ່າໄມ້ຢ່າງໜາແໜ້ນ ໃນເນື້ອທີ່ກວ້າງກວ່າ 82,000 ເຮັກຕາ ອັນເປັນແຫລ່ງທີ່
ຢູ່ອາໄສຂອງຊ້າງປ່າ ຫຼາຍຮ້ອຍໂຕ ແລະສັດປ່າທີ່ຫາຍາກ ແລະຫລາກຫລາຍຊະ
ນິດອີກດ້ວຍ.

ກ່ອນໜ້ານີ້ UNESCO ໄດ້ໃຫ້ການຮັບຮອງເອົາສຽງແຄນລາວ ເປັນມໍລະດົກໂລກ
ທີ່ຈັບຕ້ອງບໍ່ໄດ້ດ້ານສຽງເພງ ແລະໄດ້ມອບໃບປະກາດເມື່ອວັນທີ 15 ມີນາ 2018
ທີ່ນະຄອນປາຣີ ນອກຈາກນີ້ ທາງການລາວ ຍັງຈະສະເໜີ UNESCO ໃຫ້ຮັບຮອງ
ເອົາລຳວົງລາວ ເປັນມໍລະດົກໂລກທີ່ຈັບຕ້ອງບໍ່ໄດ້ເຊັ່ນກັນ ສ່ວນຄະນະຜູ້ຊ່ຽວຊານ
ຂອງ UNESCO ຈະເດີນທາງໄປແຂວງຊຽງຂວາງ ເພື່ອພິຈາລະນາວ່າ ຈະຮັບຮອງ
ເອົາທົ່ງໄຫຫີນເປັນມໍລະດົກໂລກຫລືບໍ່ ໃນເດືອນສິງຫາ 2018 ນີ້.

XS
SM
MD
LG