ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດອີຈິບ 8 ຄົນ ຖືກ ສັງຫານ ຢູ່ໃກ້ໆກັບ ນະຄອນຫຼວງ ໄຄໂຣ


ຕຳຫຼວດອີຈິບ ແລະ ພົນລະເຮືອນ ຈຳນວນນຶ່ງ ເຕົ້າໂຮມກັນ ຢູ່ອ້ອມ ລົດຕູ້ໜ້ອຍ ທີ່ເຕັມໄປດ້ວຍ ຮູຂອງລູກປືນ ຢູ່ໃນຄຸ້ມ Helwan ທາງພາກໃຕ້ ຂອງນະຄອນຫຼວງໄຄໂຣ, ວັນທີ 8 ພຶດສະພາ 2016.
ຕຳຫຼວດອີຈິບ ແລະ ພົນລະເຮືອນ ຈຳນວນນຶ່ງ ເຕົ້າໂຮມກັນ ຢູ່ອ້ອມ ລົດຕູ້ໜ້ອຍ ທີ່ເຕັມໄປດ້ວຍ ຮູຂອງລູກປືນ ຢູ່ໃນຄຸ້ມ Helwan ທາງພາກໃຕ້ ຂອງນະຄອນຫຼວງໄຄໂຣ, ວັນທີ 8 ພຶດສະພາ 2016.

ກະຊວງພາຍໃນຂອງອິຢິບໄດ້ກ່າວໃນຖະແລງການຕອນນຶ່ງວ່າ ພວກມືປືນທີ່ບໍ່ຮູ້ຊື່ຫຼາຍ ຄົນ ໄດ້ສັງຫານຕຳຫຼວດນອກເຄື່ອງແບບອິຢິບຕາຍ 8 ຄົນ ໃນການໂຈມຕີຢູ່ ແຮນວັນ ນອກ ນະ ຄອນຫຼວງ ໄຄໂຣ.

ອິງຕາມ ກະຊວງ ດັ່ງກ່າວແລ້ວ ແມ່ນວ່າ ພວກມືປືນທີ່ວ່ານັ້ນ ຂັບລົດພິກອັບນ້ອຍໆ ຄັນນຶ່ງ ເຂົ້າໄປໄກ້ລົດຕຳຫຼວດ ພາກັນອອກມາຈາກລົດ ແລ້ວກໍເປີດສາກຍິງໃສ່ລົດຕຳຫຼວດ ແລ້ວ ກໍຂັບລົດໜີໄປ.

ເຖິງແມ່ນຈະຍັງບໍ່ທັນມີໃຜອ້າງເອົາຄວາມຮັບຜິດຊອບໃນການໂຈມນີ້ກໍຕາມ ແຕ່ພວກກຸ່ມ ຈິຮາດ ກໍແມ່ນໄດ້ສັງຫານພວກຕຳຫຼວດແລະພວກທະຫານເປັນປະຈຳ​ ໃນການໂຈມຕີ ທີ່ຄ້າຍຄືກັນນີ້ ຢູ່ແຫຼມຊີນາຍ ແລະໄກ້ໆກັບນະຄອນໄຄໂຣ ເຊັ່ນກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG