ຕຳຫຼວດຍາມຊາຍຝັ່ງ ສະຫະລັດ ກ່າວວ່າ ຢ່າງໜ້ອຍ 8 ຄົນໄດ້ເສຍຊີວິດ ແລະ 26 ຄົນ
ຫາຍສາບສູນ ແລະ ສົງໄສວ່າໄດ້ເສຍຊີວິດແລ້ວ ຫຼັງຈາກໄຟໄດ້ໄໝ້ຢູ່ເທິງເຮືອນັກດຳນ້ຳ
ຢູ່ນອກຊາຍຝັ່ງພາກໃຕ້ຂອງລັດຄາລິຟໍເນຍ.
ບັນດາເຈົ້າໜ້າທີ່ຍາມຊາຍຝັ່ງໄດ້ກ່າວວ່າ ສະມາຊິກເຮືອ 5 ຄົນຖືກຊ່ວຍເຫຼືອໄວ້ໄດ້
ຫຼັງຈາກໄຟໄດ້ໄໝ້ເຮືອນັກດຳນ້ຳພານິດ ຊື່ວ່າ Conception, ເຊິ່ງຈອດຢູ່ໃກ້ກັບເກາະ
ແຊນຕາ ຄຣູສ (Santa Cruz) ນອກຊາຍຝັ່ງຂອງ ເມືອງ ແຊນຕາ ບາບາຣາ.
ເຂົາເຈົ້າໄດ້ກ່າວວ່າ ເຂົາເຈົ້າກຳລັງຄົ້ນຫາຜູ້ໂດຍສານຄົນອື່ນໆ ຜູ້ທີ່ຍັງບໍ່ຖືກພົບເຫັນ
ເທື່ອ.
ບັນດາເຈົ້າໜ້າທີ່ເວົ້າວ່າ ຜູ້ໂດຍສານທີ່ຫາຍສາບສູນໄດ້ນອນຢູ່ກ້ອງເຮືອ ຕອນທີ່ໄຟ
ໄດ້ໄໝ້ໃນຕອນເຊົ້າມືດຂອງວັນຈັນວານນີ້.
ຕຳຫຼວດຍາມຊາຍຝັ່ງ ຮ້ອຍເອກ ໂມນິກາ ໂຣເຈັສເຕີ ໄດ້ກ່າວຕໍ່ບັນດານັກຂ່າວໃນ
ເມືອງ ອັອກສ໌ນາດ (Oxnard) ວ່າເວລາທີ່ໄຟໄດ້ໄໝ້, “ສະມາຊິກເຮືອແມ່ນໄດ້ຕື່ນແລ້ວ
ແລະ ຢູ່ເທິງຂົວ ແລະ ເຂົາເຈົ້າໄດ້ໂດດອອກ.” ທ່ານໄດ້ກ່າວວ່າ ສະມາຊິກເຮືອສອງຄົນ
ໄດ້ຮັບບາດເຈັບເລັກນ້ອຍ.
ພາບທີ່ນຳອອກເຜີຍແຜ່ໂດຍກົມດັບເພີງ ໄດ້ສະແດງໃຫ້ເຫັນເຮືອນັກດຳນ້ຳນັ້ນຖືກໄຟ
ໄໝ້ທົ່ວລຳ. ເຈົ້າໜ້າທີ່ຍາມຊາຍຝັ່ງຕໍ່ມາໄດ້ກ່າວວ່າ ໄຟໄດ້ຖືກມອດ ແລະ ໄດ້ກ່າວວ່າ
ພື້ນທີ່ສ່ວນໃຫຍ່ຂອງເຮືອນັ້ນ ໄດ້ຈົມລົງໃນນ້ຳເລິກ 20 ແມັດ ເຫຼືອພຽງປາຍແຫຼມຂອງ
ຫົວເຮືອຊີ້ຢູ່ເທິງໜ້ານ້ຳ.
ເຮືອ Conception ໄດ້ນຳພານັກດຳນ້ຳເດີນທາງໄປໝູ່ເກາະ ຊາແນລ (Channel)
ຢູ່ນອກຊາຍຝັ່ງພາກໃຕ້ຂອງລັດ ຄາລິຟໍເນຍ ໃນທ້າຍອາທິດຂອງວັນແຮງງານ. ເຮືອ
ລຳດັ່ງກ່າວຖືກເຊົ່າໂດຍບໍລິສັດ Woldwide Diving Adventures, ເຊິ່ງແມ່ນບໍລິສັດ
ທ່ອງທ່ຽວໃນເມືອງ ແຊນຕາ ບາບາຣາ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
The U.S. Coast Guard says 34 people are missing after a fire erupted aboard a dive boat off the coast of Southern California.
Local media are reporting that several people died in the fire, but the Coast Guard could not immediately confirm any fatalities.
Coast Guard officials said five crew members were rescued after the fire broke out on the 20-meter commercial dive boat near Santa Cruz Island off the coast of Santa Barbara.
They said are searching for other passengers who have not been accounted for.
Officials say the missing passengers were sleeping below desk when the fire broke out before dawn Monday morning.
An image posted by the fire department showed the dive vessel engulfed in flames. The Coast Guard says most of the fire has now been extinguished.
The boat was on a Labor Day weekend cruise taking divers to the Channel Islands off the coast of Southern California.