ສານອີຈິບແຫ່ງນຶ່ງ ໄດ້ຕັດສິນເຫັນພ້ອມ ໃຫ້ລົງໂທດປະຫານ
ຊີວິດຈຳ ເລີຍ 21 ຄົນໃນຖານກໍ່ຄວາມວຸ້ນວາຍລະຫວ່າງການ
ແຂ່ງຂັນເຕະບານ ທີ່ເຮັດໃຫ້ມີຄົນເສຍຊີວິດ ໃນຕົ້ນປີກາຍນີ້ ທີ່
ເມືອງ Port Said.
ນອກນັ້ນ ສານຍັງໄດ້ຕັດສິນລົງໂທດ ໃນວັນເສົາມື້ນີ້ ໃຫ້ຈຳເລີຍ
ຫ້າ ຄົນຈຳຄຸກຕະຫຼອດຊີວິດ ໃນຂະນະທີ່ອີກ 19 ຄົນ ໄດ້ຮັບ
ໂທດຕິດ ຄຸກ ທີ່ເບົາລົງມາ ແລະອີກ 28 ຄົນ ພົ້ນໂທດ.
ການປະກາດໃນທ້າຍເດືອນມັງກອນກ່ຽວກັບການລົງໂທດປະ
ຫານຊີວິດ 21 ຄົນ ໄດ້ກໍ່ໃຫ້ເກີດມີການປະທະກັນຢ່າງຮ້າຍແຮງ
ລະຫວ່າງບັນດາ ຍາດຕິພີ່ນ້ອງຂອງຜູ້ທີ່ຖືກໂທດປະຫານຊີວິດ ແລະເຈົ້າໜ້າທີ່ຕໍາຫລວດ ຍາມຄຸກ ບ່ອນພວກນັກໂທດເຫຼົ່ານີ້
ຖືກຄຸມຂັງຢູ່ນັ້ນ. ຫລາຍຄົນໄດ້ຮັບ ບາດເຈັບໃນການປະທະກັນ
ທີ່ເຮັດໃຫ້ 30 ກວ່າຄົນເສຍຊີວິດໄປນັ້ນ.
ເຫດການວຸ້ນວາຍໃນຕອນທ້າຍຂອງການແຂ່ງຂັນເຕະບານ ໃນເດືອນ ກຸມພາປີກາຍນີ້ ໄດ້ເຮັດໃຫ້ 70 ກວ່າຄົນເສຍຊີວິດ.