ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານອີຈິບ ອອກຄຳສັ່ງ ໃຫ້ດຳເນີນຄະດີ ນັກຂ່າວ 3 ຄົນ ຂອງ Al Jazeera ໃໝ່


ທ້າວ Adel ເປັນນ້ອງຊາຍຂອງ ທ່ານ Mohamed Fahmy ສັນຊາດ​ກາ​ນາ​ດາ ​ເຊື້ອສາຍ​ອີ​ຈິບ ໜຶ່ງໃນບັນດານັກຂ່າວ ທີ່ເຮັດວຽກໃຫ້ແກ່ ສະຖານີໂທລະພາບ Al Jazeera ກ່າວຖະແຫລງຕໍ່ບັນດາສື່ຂ່າວຕ່າງໆ ຕໍ່ໜ້າສານແຫ່ງໜຶ່ງໃນນະຄອນຫລວງໄຄໂຣ, ວັນທີ 1 ມັງກອນ 2015.
ທ້າວ Adel ເປັນນ້ອງຊາຍຂອງ ທ່ານ Mohamed Fahmy ສັນຊາດ​ກາ​ນາ​ດາ ​ເຊື້ອສາຍ​ອີ​ຈິບ ໜຶ່ງໃນບັນດານັກຂ່າວ ທີ່ເຮັດວຽກໃຫ້ແກ່ ສະຖານີໂທລະພາບ Al Jazeera ກ່າວຖະແຫລງຕໍ່ບັນດາສື່ຂ່າວຕ່າງໆ ຕໍ່ໜ້າສານແຫ່ງໜຶ່ງໃນນະຄອນຫລວງໄຄໂຣ, ວັນທີ 1 ມັງກອນ 2015.

ສານ​ອີ​ຈິບ​ແຫ່ງ​ໜຶ່ງ ​ໄດ້ຕັດສິນ​ວ່າ ນັກ​ຂ່າວຂອງ​ສະຖານີ​
ໂທລະພາບ Al Jazeera 3 ຄົນ ທີ່​ຖືກ​ກັກ​ຂັງ​ຢູ່​ນັ້ນ ຈະ​ໄດ້
​ຮັບ​ການພິຈາລະນາ ຄະ​ດີ​ຄືນ​ໃໝ່.

ສານໃນ​ນະຄອນຫລວງໄຄ​ໂຣ ​ໄດ້​ປະກາດຄຳ​ຕັດສິນດັ່ງ​ກ່າວ
ຫຼັງຈາກ​ທີ່​ໄດ້​ຮັບ​ຟັງ​ຄຳ​ໃຫ້ການ ​ເປັນ​ເວລາ​ສັ້ນໆ ​ໃນ​ວັນ​ພະຫັດ
​ມື້​ນີ້ ​ແຕ່​ຍັງ​ບໍ່​ໄດ້​ກຳນົດ​ມື້ ສຳ​ຫລັບ​ການ​ດຳ​ເນີນ​ຄະດີຄືນໃໝ່​ເທື່ອ.

ນັກ​ຂ່າວ​ທັງ 3 ຄົນ​ຄື ທ່ານ Peter Greste ຊາວ​ອອສ​ເຕຣ​ເລຍ
ທ່ານ Mohamed Fahmy ສັນຊາດ​ກາ​ນາ​ດາ ​ເຊື້ອສາຍ​ອີ​ຈິບ
​ແລະ ທ່ານ Baher Mohamed ຊາວ​ອີ​ຈິບ ບໍ່​ໄດ້​ມີໜ້າ​ຢູ່​ສານ ​
ໃນ​ວັນ​ພະຫັດ​ມື້​ນີ້ ​ແລະ ຈະ​ຍັງ​ຄົງ​ຖືກກັກຂັງ​ໃນ​ຄຸກ​ຢູ່ຕໍ່​ໄປ.

ພວກ​ເຂົາ​ເຈົ້າຖືກ​ຈັບ​ກຸມ ​ໃນ​ເດືອນ​ທັນວາ ປີ 2013 ຢູ່​ທີ່​ໂຮງ​ແຮງ​ແຫ່ງ​ໜຶ່ງ​ໃນນະຄອນຫລວງ​ ໄຄ​ໂຣ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ເຮັດ​ວຽກ​ຢູ່​ນັ້ນ. ​ໃນ​ເດືອນ​ກໍລະກົດ ສານ​ແຫ່ງ​ໜຶ່ງ​ ໄດ້​ຕັດສິນ​ວ່າ​ ພວກ​ເຂົາ​ເຈົ້າມີ​ຄວາມຜິດ ​ໃນ​ຖານ​ສະໜັບສະໜຸນ ພັກ​ພະລາ​ດອນ​ພາບມຸສລິ​ມ ຫຼື Muslim Brotherhood ທີ່​ທາງ​ການ​ໄດ້​ຫ້າມ​ເຄື່ອນ​ໄຫວ​ນັ້ນ ​ແລະ ​ໄດ້​ຕັດສິນ​ລົງ​ໂທດໃຫ້ ທ່ານ Greste ​ແລະ ທ່ານ Fahmy ຈຳ​ຄຸກ 7 ປີ ​ແລະ ທ່ານ Mohamed ຈຳ​ຄຸກ 10 ປີ.

​ໂຄສົກ​ຂອງສະຖານີ​ໂທລະພາບ Al Jazeera ກ່າວ​ວ່າ ບັນດາເຈົ້າ ໜ້າ​ທີ່​ອີ​ຈິບ ຄວນປ່ອຍໂຕ ​ບັນດານັກ​ຂ່າວ ​ໃຫ້​ເປັນ​ອິດສະຫຼະ ຢ່າງ​ຮີບ​ດ່ວນ ​ແທນ​ທີ່​ຈະ “ສືບ​ຕໍ່​ຄວາມ​ບໍ່​ເປັນ​ທຳ​ອັນ​ນີ້ ​ແລະ​ທຳລາຍ​ພາບ​ພົດ ປະ​ເທດຂອງ​ພວກ​ຕົນ ​ໃນ​ສາຍຕາ​ຂອງ​ໂລກນັ້ນ.”

ສະຖານີ​ໂທລະພາບດັ່ງກ່າວ ​ໄດ້​ຢືນຢັນ​ວ່າ ທັງ​ສາມ​ທ່ານ ແມ່ນ​ທຳ​ໜ້າ​ທີ່​ຂອງພວກ​ເຂົາ​ເຈົ້າ ​ເພື່ອ​ລາຍ​ງານ​ຂ່າວ ບໍ່​ແມ່ນ​ເພື່ອຊ່ວຍ​ເຫຼືອ ພັກ​ພະລາ​ດອນ​ພາບ ​ແລະ ປະທານາທິບໍດີ ທ່ານ Mohamed Morsi ຜູ້ທີ່​ຖືກ​ໂຄ່ນ​ລົ້ມນັ້ນ.

EGYPT JAILED JOURNALISTS VIDEO
please wait

No media source currently available

0:00 0:02:30 0:00

XS
SM
MD
LG