ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂຄສົກ ແລະນັກບວດ ກຸ່ມພະລາດອນພາບ ມຸສລິມ ໃນອີຈິບ ຖືກຈັບ (ວີດິໂອ)


ທ່ານ Safwat Hegazy ນັກບວດສັງກັດໃນກຸ່ມພະລາດອນພາບມຸສລິມຮ້ອງຄໍາຂວັນ ໃນລະຫວ່າງການປະທ້ວງຕໍ່ການທີ່ອິສຣາແອລ ດໍາເນີນການທະຫານ ຢູ່ເຂດ Gaza ຫລັງການ ສວດມົນຢູ່ວັດ Al Azhar ໃນກຸງໄຄໂຣເກົ່າ ໃນວັນທີ 16 ພະຈິກ 2012.
ທ່ານ Safwat Hegazy ນັກບວດສັງກັດໃນກຸ່ມພະລາດອນພາບມຸສລິມຮ້ອງຄໍາຂວັນ ໃນລະຫວ່າງການປະທ້ວງຕໍ່ການທີ່ອິສຣາແອລ ດໍາເນີນການທະຫານ ຢູ່ເຂດ Gaza ຫລັງການ ສວດມົນຢູ່ວັດ Al Azhar ໃນກຸງໄຄໂຣເກົ່າ ໃນວັນທີ 16 ພະຈິກ 2012.
ບັນດາເຈົ້າໜ້າທີ່ອີຈິບ ໄດ້ຈັບໂຄສົກຂອງກຸ່ມພະລາດອນ
ພາບມຸສລິມ ແລະນັກບວດຫົວຮຸນແຮງທ່ານນຶ່ງ ທີ່ມີສ່ວນ
ພົວພັນກັບກຸ່ມດັ່ງກ່າວ ໃນຂະນະທີ່ລັດຖະບານຊົ່ວຄາວ
ຂອງອີຈິບສືບຕໍ່ກົດດັນ ຕໍ່ພັກຂອງປະທານາທິບໍດີທີ່ຖືກ
ໂຄ່ນລົ້ມ ທ່ານ Mohamed Morsi.

ທ່ານ Mourad Ali ໂຄສົກດ້ານການເມືອງຂອງກຸ່ມພະລາ
ດອນພາບມຸສລິມ ຖືກຈັບໄປ ຂັງໃນວັນພຸດມື້ນີ້ ຢູ່ສະໜາມ
ບິນຂອງນະຄອນໄຄໂຣໃນຂະນະທີ່ນັກບວດ Safwat
Hegazy ຖືກຈັບຢູ່ໃກ້ຊາຍແດນຕິດກັບລີເບຍ. ພວກເຈົ້າ
ໜ້າທີ່ເວົ້າວ່າ ທັງສອງທ່ານກໍາ ລັງຈະຫລົບໜີອອກຈາກ
ປະເທດໄປ.

ການຈັບກຸມດັ່ງກ່າວ ມີຂຶ້ນໃນນຶ່ງມື້ ລຸນຫລັງທີ່ພວກເຈົ້າໜ້າທີ່ໄດ້ຂັງຜູ້ນໍາທາງດ້ານຈິດໃຈ ຂອງກຸ່ມພະລາດອນພາບມຸສລິມ ທ່ານ Mohamed Badie.

ສານໄດ້ອອກຄໍາສັ່ງໃຫ້ຂັງ ທ່ານໄວ້ 15 ມື້ ໃນຂະນະທີ່ບັນດາໄອຍະການ ພວມດໍາເນີນ
ການສືບສວນກ່ຽວກັບການ ກ່າວຫາທີ່ວ່າ ທ່ານໄດ້ຍຸຍົງໃຫ້ມີການທໍລະມານ ແລະສັງຫານ
ພວກປະທ້ວງ ໃນເດືອນມິ ຖຸນາຜ່ານມາ.

ໃນຂະນະດຽວກັນ ສານແຫ່ງນຶ່ງພວມຮັບຟັງຄຳຮ້ອງຮຽນເພື່ອໃຫ້ປ່ອຍອະດີດປະທາ
ນາທິ ບໍດີ Hosni Mubarak ທີ່ຖືກຄຸມຂັງມາໄດ້ ດົນກວ່າສອງປີແລ້ວ ຫຼັງຈາກການລຸກ
ຮືຂຶ້ນ ຂອງປະຊາຊົນ ທີ່ຂັບໄລ່ທ່ານໃຫ້ອອກຈາກຕຳແໜ່ງ.

ນອກນັ້ນແລ້ວ ໃນວັນພຸດມື້ນີ້ ຫົວໜ້າກິດຈະການດ້ານການເມືອງຂອງອົງການສະຫະ
ປະຊາຊາດ ພວມຢູ່ທີ່ກຸງໄຄໂຣ ເພື່ອເຈລະຈາຫາລືແນໃສ່ຍຸຕິວິກິດການທາງການເມືອງ
ຂອງອີຈິບ.

ທ່ານ Jeffrey Feltman ຜູ້ຊ່ວຍເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ພວມຢ້ຽມຢາມປະເທດອີຈິບ ເພື່ອປະຕິບັດງານເປັນເວລາສາມມື້ ໃນອັນທີ່ໂຄສົກປະ
ຈໍາອົງການດັ່ງກ່າວອະທິບາຍວ່າ ເປັນການ “ຊຸກຍູ້ໃຫ້ມີການຟື້ນຟູສັນຕິພາບແລະສ້າງ
ຄວາມຖືກຕ້ອງ ປອງຊາດ.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດິໂອ-ວິກິດການ ຢູ່ອີຈິບ
please wait

No media source currently available

0:00 0:01:28 0:00
XS
SM
MD
LG