ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທະຫານອີຈິບເຂົ້າແຍກ ພວກປະທ້ວງ ທີ່ປະທະກັນ


ທະຫານອີຈິບ ເຂົ້າແຍກພວກປະທ້ວງສະໜັບສະໜຸນລັດຖະບານ ແລະພວກຕໍ່ຕ້ານ ທີ່ນະຄອນຫຼວງໄຄໂຣ (3 ກຸມພາ 2011)
ທະຫານອີຈິບ ເຂົ້າແຍກພວກປະທ້ວງສະໜັບສະໜຸນລັດຖະບານ ແລະພວກຕໍ່ຕ້ານ ທີ່ນະຄອນຫຼວງໄຄໂຣ (3 ກຸມພາ 2011)

ທະຫານອີຈິບໄດ້ເຂົ້າສະກັດກັ້ນຢູ່​ລະຫວ່າງ​ກາງພວກ
ປະທ້ວງທີ່ສະໜັບສະໜຸນ ແລະຕໍ່ຕ້ານລັດຖະບານທີ່
ນະຄອນຫຼວງໄຄໂຣບ່ອນທີ່ສຽງປືນໄດ້ລະເບີດຂຶ້ນໃນ
ຕອນເຊົ້າຂອງວັນພະຫັດມື້ນີ້ຫຼັງຈາກໄດ້ເກີດການປະ
ທະກັນຢ່າງຮຸນແຮງ ລະຫວ່າງ 2 ຝ່າຍ.

ລົດຖັງຫຼາຍໆຄັນ ໄດ້ເຂົ້າປະຈຳການ ຢູ່ໃກ້ໆຈະຕຸລັດ
ປົດປ່ອຍຫຼືຈະຕຸລັດ Tahrir ຂະນະທີ່ພວກປະທ້ວງຕໍ່
ຕ້ານລັດຖະບານຈຳນວນຫຼາຍພັນຄົນ ໄດ້ໂຮມຊຸມນຸມ
ກັນ ແລະສ້າງເຄື່ອງກີດຂວາງຂຶ້ນຢູ່ທີ່ນັ້ນ.

ລົດຖັງຄັນນຶ່ງໄດ້ເຂົ້າປະຈຳການຢູ່ເທິງທາງຫຼວງ ທີ່ເນງ
ຂ້າມຜ່ານບ່ອນທີ່ ໃນຕອນເຊົ້າຂອງວັນພະຫັດມື້ນີ້ ພວກ
ສະໜັບສະໜຸນປະທານາທິບໍດີ Hosni Mubarak ໄດ້ພາ
ກັນແກວ່ງກ້ອນຫີນ ໃສ່ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ຢູ່ທາງລຸ່ມ.

ລາຍງານຂ່າວໄດ້ອ້າງຄຳເວົ້າພວກເຫັນເຫດການທີ່ກ່າວວ່າ ມີຢ່າງນ້ອຍ 4 ຄົນ ເສຍຊີວິດ
ໃນຄວາມຮຸນແຮງລ່າສຸດ ທີ່ລະເບີດຂຶ້ນໃນຕອນເຊົ້າມືດມື້ນີ້.

ນອກນັ້ນ ທາງກອງທັບອີຈິບຍັງໄດ້ຈັບກຸມຫຼາຍໆຄົນຢູ່ໃນບໍລິເວນຈະຕຸລັດ ແຕ່ ຍັງບໍ່ທັນ
ເປັນທີ່ຈະແຈ້ງເທື່ອວ່າ ພວກທີ່ຖືກຈັບ ເປັນພວກໃດແທ້.

ໃນມື້ວານນີ້ ການປະທະກັນຢ່າງຮຸນແຮງໄດ້ລະເບີດຂຶ້ນເວລາພວກສະໜັບສະໜຸນປະທາ
ນາທິບໍດີ Mubarak ພາກັນບຸກເຂົ້າໄປ ໃນບໍລິເວນຈະຕຸລັດປົດປ່ອຍ ແລະປະທະກັນກັບ ພວກທີ່ຮຽກຮ້ອງໃຫ້ສິ້ນສຸດການປົກຄອງເປັນເວລາເກືອບ 30 ປີຂອງທ່ານ.

ພວກນາຍໝໍໄດ້ຕັ້ງບ່ອນໃຫ້ການພະຍາບານຊົ່ວຄາວຂຶ້ນ ທີ່ວັດແຫ່ງນຶ່ງຂອງສາສະໜາ
ອິສລາມ ທີ່ຢູ່ໃກ້ໆກັບຈະຕຸລັດ ເພື່ອໃຫ້ການປິ່ນປົວໃຫ້ແກ່ພວກທີ່ໄດ້ຮັບບາດເຈັບ 640
ກວ່າຄົນ.

ກະຊວງສາທາລະນະສຸກຂອງອີຈິບກ່າວວ່າ ໂຕເລກຜູ້ເສຍຊີວິດຂອງທາງການໃນໄລຍະ
24 ຊົ່ວໂມງ ຜ່ານມານີ້ແມ່ນມີຢູ່ 5 ຄົນ.

ພວກປະທ້ວງຕໍ່ຕ້ານລັດຖະບານໄດ້ກ່າວຫາລະບອບການປົກຄອງຂອງທ່ານ Mubarak
ວ່າ ເປັນຜູ້ສົ່ງພວກອັນທະພານທີ່ໄດ້ຮັບການວ່າຈ້າງ ແລະຕຳຫຼວດນອກເຄື່ອງແບບ ໄປ
ໂຈມຕີການລຸກຮືຂຶ້ນ ຂອງປະຊາຊົນ ແບບບໍ່ເຄີຍມີມາກ່ອນ ທີ່ດຳເນີນມາໄດ້ນຶ່ງອາທິດ
ກວ່າໆແລ້ວນັ້ນ. ພວກປະທ້ວງໄດ້ນຳເອົາບັດປະຈຳຕົວຂອງຕຳຫຼວດອອກມາສະແດງໃຫ້
ເບິ່ງ ທີ່ເຂົາເຈົ້າເວົ້າວ່າຢຶດໄດ້ຈາກພວກໂຈມຕີ ຊຶ່ງຫຼາຍໆຄົນມີໄມ້ຄ້ອນ ມີດແລະອາວຸດ
ຊະນິດອື່ນອີກ.

ໂທລະພາບຂອງທາງການອີຈິບໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ກະຊວງພາຍໃນ ທີ່ໄດ້ປະຕິ
ເສດວ່າ ບໍ່ມີຕຳຫຼວດນອກເຄື່ອງແບບພົວພັນນຳກການກໍ່ຄວາມຮຸນແຮງ.

ທ່ານ Mubarak ໄວ 82 ປີ ໄດ້ປະກາດໃນຕອນແລງຂອງວັນອັງຄານຜ່ານມານີ້ວ່າ ທ່ານ
ຈະບໍ່ສະມັກເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທິບໍດີອີກ ໃນເດືອນກັນຍາ ປີນີ້ ແຕ່ທ່ານກໍ
ເວົ້າວ່າ ທ່ານຈະເຮັດໜ້າທີ່ຕໍ່ໄປຈົນເທົ່າສະໄໝການດຳລົງຕຳແໜ່ງຂອງທ່ານສິ້ນສຸດລົງ.


XS
SM
MD
LG