ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບອີຈິບ ໂຄ່ນລົ້ມ ປະທານາທິບໍດີ ແລະເຂົ້າຍຶດອໍານາດ (ສະໄລດ໌)


ພົນໂທ Abdel-Fattah el-Sissi (ກາງ) ພ້ອມກັບຜູ້ນໍາ ທະຫານແລະພົນລະເຮືອນ ທີ່ນັ່ງຢູ່ອ້ອມຂ້າງທ່ານ ກ່າວຄໍາປາໄສ ຕໍ່ປະເທດຊາດ ທາງໂທລະພາບອີຈິບ, ວັນທີ 3 ກໍລະກົດ 2013.
ພົນໂທ Abdel-Fattah el-Sissi (ກາງ) ພ້ອມກັບຜູ້ນໍາ ທະຫານແລະພົນລະເຮືອນ ທີ່ນັ່ງຢູ່ອ້ອມຂ້າງທ່ານ ກ່າວຄໍາປາໄສ ຕໍ່ປະເທດຊາດ ທາງໂທລະພາບອີຈິບ, ວັນທີ 3 ກໍລະກົດ 2013.
ກອງທັບຂອງອີຈິບໄດ້ໂຄ່ນລົ້ມ ປະທານາທິບໍດີທີ່ຖືກເລືອກຕັ້ງ
ແບບປະຊາທິປະໄຕຂອງປະເທດ ແລະແຕ່ງຕັ້ງປະມຸກຊົ່ວຄາວ
ຫລັງຈາກການປະທ້ວງຢ່າງບໍ່ລົດລະຂອງມະຫາຊົນ.

ໃນການຖະແຫລງຜ່ານໂທລະພາບ ເມື່ອຄໍ່າຄືນວັນພຸດ ຕາມ
ເວລາທ້ອງຖິ່ນນັ້ນ ຫົວໜ້າກອງທັບ ນາຍພົນໂທ Abdul Fatah
Khalil Al-Sisi ກ່າວວ່າ ລັດຖະທໍາທະນູນຂອງປະເທດໄດ້ຖືກງົດ ແລະຫົວໜ້າສານລັດຖະທໍາມະນູນ ໄດ້ຖືກແຕ່ງຕັ້ງເປັນປະມຸກຊົ່ວ
ຄາວ. ນາຍພົນ Sisi ປະກາດວ່າ ກອງທັບກໍາລັງປະຕິບັດຕາມຄໍາ
ຮຽກຮ້ອງຂອງປະຊາຊົນອີຈິບ ຫລັງຈາກທີ່ໄດ້ມີການປະທ້ວງຢ່າງ
ຂະໜານໃຫຍ່ຂອງມະຫາຊົນ ທວງໃຫ້ປະທານາທິບໍດີ Mohamed Morsi ລົງຈາກອໍານາດ.

ລຸນຫລັງຄໍາຖະແຫລງຂອງກອງທັບ ທ່ານ Morsi ໄດ້ອອກຄໍາ
ຖະແຫລງຂອງທ່ານເອງຜ່ານໜ້າ Twitter ຂອງທ່ານ ເອີ້ນການ
ກະທໍາດັ່ງກ່າວຂອງກອງທັບວ່າ ເປັນ “ການກໍ່ລັດຖະປະຫານ
ຢ່າງເປີດແປນ” ແລະທ່ານຮຽກຮ້ອງໃຫ້ຊາວອີຈິບທັງຫລາຍ
ປະຕິເສດ ບໍ່ຮັບເອົາການເຄື່ອນໄຫວດັ່ງກ່າວຂອງກອງທັບ ແຕ່ພ້ອມດຽວກັນກໍຮຽກຮ້ອງ
ໃຫ້ເຂົາເຈົ້າຢູ່ໃນຄວາມສະຫງົບ. ເວລານີ້ ບໍ່ຮູ້ວ່າທ່ານ Morsi ຢູ່ແຫ່ງໃດ.

ຜູ້ນໍາຊົ່ວຄາວຂອງອີຈິບ ທ່ານ Adly Mansour, ອາຍຸ 68 ປີ, ຊຶ່ງເປັນຫົວໜ້າສານລັດ
ຖະທໍາມະນູນສູງສຸດນັ້ນ ຈະສາບານໂຕເຂົ້າຮັບຕໍາແໜ່ງ ໃນວັນພະຫັດມື້ອື່ນ.

ພ້ອມດຽວກັນ ນາຍພົນ Sisi ໄດ້ປະກາດ ແຜນທີ່ຫົນທາງ ສໍາລັບໃຫ້ປະເທດຊາດກ້າວ
ເດີນຕາມໄປ ຊຶ່ງທ່ານໄດ້ຮຽກໃຫ້ຈັດການເລືອກຕັ້ງ ປະທານາທິບໍດີແລະສະພາຂຶ້ນ,
ຈັດຄະນະກໍາມະການນຶ່ງຂຶ້ນມາ ເພື່ອທົບທວນຄືນເບິ່ງລັດຖະທໍາມະນູນ ແລະຈັດຕັ້ງ
ຄະນະກໍາມະການສ້າງຄວາມປອງດອງຊາດ. ທ່ານກ່າວວ່າ ແຜນທີ່ຫົນທາງຂອງປະ
ເທດສະບັບນີ້ ແມ່ນໄດ້ຮັບການເຫັນດີເຫັນພ້ອມນໍາ ຈາກກຸ່ມການເມືອງຫລາຍໆກຸ່ມ.

ທາງການສະຫະລັດໄດ້ສັ່ງໃຫ້ ພວກພະນັກງານສະຖານທູດຢູ່ນະຄອນຫລວງໄຄໂຣ
ຍົກຍ້າຍໜີ ຍ້ອນຢ້ານວ່າ ຈະມີການເຄື່ອນໄຫວຕໍ່ຕ້ານຊາວອາເມຣິກັນ.

ທ່ານ Sisi ໄດ້ຮຽກຮ້ອງໄປຍັງປະຊາຊົນອີຈິຍທຸກຖ້ວນໜ້າ ໃຫ້ຫລີກເວ້ນຈາກການກໍ່
ຄວາມຮຸນແຮງ.


ກອງທັບໄດ້ຢື່ນຄໍາຂາດ ໃຫ້ເວລາທ່ານ Morsi 48 ຊົ່ວໂມງ ເພື່ອໃຫ້ແກ້ໄຂສະພາບການ
ບໍ່ໄປບໍ່ມາທາງການເມືອງ ຖ້າບໍ່ດັ່ງນັ້ນແລ້ວ ກອງທັບກໍຈະເຂົ້າແຊກແຊງ. ທ່ານ Morsi ໄດ້
ປະຕິເສດ ແລະບໍ່ຍອມລາອອກ.

ຫລັງຈາກການປະກາດຂອງຫົວໜ້າກອງທັບ ພວກປະທ້ວງທີ່ຕໍ່ຕ້ານທ່ານ Morsi ຈໍານວນ
ຫລາຍລ້ານຄົນ ໃນທົ່ວປະເທດ ພາກັນກະໂດດໂລດເຕ້ນ ສົ່ງສຽງຮ້ອງອອກມາວ່າ “ພະເຈົ້າ
ເປັນຜູ້ຍິ່ງໃຫຍ່” ແລະ “ອີຈິບຈົ່ງໝັ້ນຍືນ.” ປະຊາຊົນພາກັນເຕ້ນລໍາ ແລະໂບກທຸງຊາດອີຈິບ
ສະແດງຄວາມປິຕິຍິນດີຢ່າງລົ້ນເຫລືອ ແລະມີການຈຸດໝາກກະໂພກ“ ແລະບັ້ງໄຟດອກຂຶ້ນ
ເໜືອບໍລິເວນຈະຕຸລັດ Tahrir ໃນນະຄອນຫລວງໄຄໂຣ ບ່ອນເປັນຈຸດໃຈກາງຂອງການ
ລຸກຮືຂຶ້ນ ເມື່ອປີ 2011 ທີ່ໄດ້ໂຄ່ນລົ້ມ ອະດີດປະທານາທິບໍດີ Hosni Mubarak ນັ້ນ.

XS
SM
MD
LG