ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງທັບອີຈິບເວົ້າວ່າ ຕົນ​ພ້ອມ​​ທີ່ຈະ ​ເສຍ​ສະລະ​ເລືອດ​ເນື້ອ ​ເພື່ອ​ປົກ​ປ້ອງ​ປະ​ເທດ (ວີດີໂອ/ສະໄລດ໌)


ພວກປະທ້ວງໄດ້ຮຽກຮ້ອງ ໃຫ້ທ່ານ Mohamed Morsi ລາອອກ
ພວກປະທ້ວງໄດ້ຮຽກຮ້ອງ ໃຫ້ທ່ານ Mohamed Morsi ລາອອກ
ໃນວັນພຸດ​ມື້ນີ້ ອີ​ຈິບ​ແມ່ນ​ມຸ່ງ​ໜ້າ​ໄປ​ສູ່​ການ​ປະ​ທະ​ກັນ​ທາງ
​ການເມືອງ ຊຶ່ງ​ທັງທາງ​ລັດຖະບານ​ທີ່​ຄວບ​ຄຸມ​ໂດ​ຍພວກນັບ
ຖື​ສາສະໜາ​ອິສລາມ ​ຫົວ​ແຂງ​ກະດ້າງ ​ແລະທາງການ​ນໍາ
ທະຫານຕ່າງ​ກໍ​ເຕືອນ​ວ່າ ພວກ​ຕົນພ້ອມ​ແລ້ວ​ທີ່​ຫຼັ່ງ​ເລືອດ ​
ເພື່ອ​ປົກ​ປ້ອງ​ປະ​ເທດ​ຊາດ.

ພຽງ​ບໍ່ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ຈະ​ຮອດກໍານົດ​ເສັ້ນຕາຍຂອງ​ທ່ານ
ສໍາລັບໃຫ້​ບັນລຸການ​ຕົກລົງກັນ ​ເພື່ອ​ແກ້​ບັນຫາ​ຂອງ​ຄວາມ​ບໍ່​
ສະ​ງົບໃນວັນພຸດ​ມື້ນີ້ ​ຫົວໜ້າ​ກອງທັບ​ອີ​ຈິບ ນາຍ​ພົນ Abdel
Fattah al-Sisi ​ ​ກ່າວ​ວ່າ ທາງ​ກອງທັບ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ
ເສຍ​ສະລະ​ເລືອດ​ເນື້ອ ​ເພື່ອ​ປົກ​ປ້ອງ​ປະ​ເທດ ຕ້ານ​ອັນ​ທີ່​ທ່ານ​
ເອີ້ນ​ວ່າ ​ ​ພວກ​ກໍ່​ການ​ຮ້າຍ​ແລະພວກ​ຄົນໂງ່.

ສັນນິຖານກັນ​ວ່າ ຄໍາເຫັນຂອງ​ທ່ານ​ແມ່ນແນໃສ່​ປະທານາທິບໍດີ Mohamed Morsi ທີ່​
ກ່ອນ​ໜ້າ​ນັ້ນ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ​ໄດ້ກ່າວ​ປ້ອງ​ກັນ​ຕໍາ​ແໜ່​ງທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​
ທ່ານ ແລະສາບານ​ທີ່​ຈະຄອງ​ອໍານາດຕໍ່​ໄປ ​ເຖິງ​ແມ່ນວ່າ ນັ້ນ​ໝາຍ​ເຖິງ​ການ​ຕາຍ​ຂອງ
ທ່ານກໍ​ຕາມ. ທ່ານ​ຍັງ​ໄດ້ທວງ​ໃຫ້​ທາງ​ກອງທັບຖອນ​ຄໍາ​ຂູ່ ທີ່​ຈະ​ເຂົ້າ​ແຊກ​ແຊງ​ໃນວິ​ກິດ
ການ​ການ​ເມືອງຂອງ​ປະ​ເທດ.

ທາງ​ກອງທັບໄດ້​ເຕືອນ​ວ່າ ​ຕົນ​ຈະ​ບັງຄັບ​ໃຫ້​ຈັດ​ຕັ້ງ​ປະຕິບັດ ແຜນ​ທີ່​ຫົນທາງ ຫຼື
“roadmap” ຂອງ​ຕົນ ສໍາລັບອະນາຄົດ​ຂອງ​ອີ​ຈິບ ຖ້າ​ຫາກ​ວ່າຄວາມ​ແຕກ​ຕ່າງລະຫວ່າງ​
ທ່ານ Morsi ​ແລະຝ່າຍຄ້ານຍັງ​ບໍ່​ໄດ້ຮັບ​ການ​ແກ້​ໄຂ​ ພາຍ​ໃນ​ເວລາ 5:00 ​ແລງ ຕາມ​
ເວລາ​ໃນ​ທ້ອງ​ຖິ່ນ​ຂອງ​ວັນ​ພຸດ​ມື້​ນີ້ ຄື​ອີກ​ປະມານສອງ​ຊົ່ວ​ໂມງ​ເຄິ່ງຂ້າງ​ໜ້າ​ນີ້.



​ແຫ​ລ່ງຂ່າວ​ທະຫານ​ກ່າວ​ວ່າ ​ຂະນະ​ນີ້ ບັນດາ​ຜູ້​ບັນ​ຊາ​ການ​ອາວຸ​ໂສ​ຂອງ​ກອງທັບ​ກໍາລັງ
ປະຊຸມ​ສຸກ​ເສີນ​ກັນຢູ່.

ກຸ່ມ ​ພາລາ​ດອນ​ພາບມຸສລິ​ມ ຫຼື Muslim Brotherhood ຂອງ​ທ່ານ Morsi ​ໄດ້ປະຕິເສດ
ດ້ວຍ​ຄວາມ​ໂມ​ໂຫຕໍ່​ກໍານົດ​ເສັ້ນ​ຕາຍ​ດັ່ງກ່າວ ແລະ​ເວົ້າ​ວ່າ​ ມັນ​ເປັນ​ຄວາມ​ພະຍາຍາມ​
ຂອງ​ທະຫານ​ ທີ່​ຈະ​ກໍ່​ລັດຖະປະຫາ​ນຂຶ້ນ. ​ໂຄສົກ​ຂອງກຸ່ມ Gehad El-Haddad ບອກ​
ກັບ VOA ວ່າ ກຸ່ມຂອງຕົນ ຈະບໍ່ລຸກຂຶ້ນມາຈັບປືນ ແລະຕໍ່ສູ້ກັບກອງທັບດອກ ແຕ່ກໍຈະ
ເຂົ້າແຊກແຊງໂດຍກົງ ​ໃນຄວາມພະຍາຍາມ​ໃດໆ​ກໍ​ຕາມ ທີ່ຈະບັງຄັບໃຫ້ທ່ານ Morsi
ອອກຈາກ​ອໍານາດ. ໃນຂະນະດຽວກັນນັ້ນ ຊາວອີຈິບຈໍານວນຫຼວງຫຼາຍ ຍັງສືບຕໍ່ປະທ້ວງ
ຢ່າງຕໍ່ເນື່ອງໃນກຸງໄຄໂຣ ເປັນມື້ທີ 4 ໃນວັນພຸດ​ມື້ນີ້. ແລະ​ເຖິງ​ແມ່ນມີຜູ້ຄົນຈໍານວນຫຼວງ ຫຼາຍ ທີ່ຍັງໜູນຫຼັງປະທານາທິບໍດີມຸສລິມ ທ່ານ Morsi ນັ້ນ​ຢູ່​ກໍ​ຕາມ ແຕ່ວ່າສ່ວນໃຫຍ່
ຂອງພວກປະທ້ວງນັ້ນ ຍັງຢືນຢັນໃຫ້ທ່ານລາອອກ.

ກະຊວງສາທາລະນະສຸກກ່າວ​ວ່າ ໃນການໂຮມຊຸມນຸມຂອງ​ພວກສະໜັບສະໜູນທ່ານ
Morsi ຢູ່ໃກ້ໆກັບມະຫາວິທະຍາໄລໄຄ​ໂຣນັ້ນ ໄດ້ມີ 16 ຄົນເສຍຊີວິດ ແລະ 200 ຄົນ
ໄດ້ຮັບບາດເຈັບ ​ໃນການປະທະກັນໃນວັນອັງຄານວານນີ້. ບໍ່ເປັນທີ່ຈະແຈ້ງເທື່ອວ່າ
ຄວາມຮຸນແຮງດັ່ງກ່າວ ​ຊຶ່ງ​ແມ່ນຮ້າຍແຮງທີ່​ສຸດ​ໃນ​ຮອບ​ຫລາຍໆ​ອາທິດ​ນັ້ນ ເກີດຂຶ້ນໄດ້
ຢ່າງໃດ.
Morsi Faces Down Egyptian Military As Deadline Looms
please wait

No media source currently available

0:00 0:02:59 0:00
ລິງໂດຍກົງ

XS
SM
MD
LG