ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີ​ຈິບ ​​ເລື່ອນ​ການ​ດຳ​ເນີນ​ຄະດີ ​​ພວກນັກ​ຂ່າ​ວ Al-Jazeera


President Donald Trump attends a wreath laying ceremony at Arlington National Cemetery, May 29, 2017, in Arlington, Virginia.
President Donald Trump attends a wreath laying ceremony at Arlington National Cemetery, May 29, 2017, in Arlington, Virginia.

ສານ​ອີ​ຈິບແຫ່ງ​ນຶ່ງໄດ້ເລື່ອນ​ການ​ດຳ​ເນີນ​ຄະດີ ໃນວັນ​ພະຫັດ​ມື້​ນີ້
ບ່ອ​ນທີ່​ກຳນົດວ່າ ຈະປະກາດ​ ກ່ຽວກັບການ​ຕັດສິນ ​ໃນການ​ດຳ​
ເນີນ​ຄະດີ​ຄືນ​ໃໝ່ ຂອງ​ນັກ​ຂ່າ​ວ Al-Jazeera ສາມ​ຄົນ ທີ່ໄດ້​ຖືກ
ກ່າວ​ຫາ​ວ່າ ​ໃຫ້ການ​ສະໜັບສະໜູນພັກພະລາດອນພາບມຸສລິມ​
ທີ່ຖືກທາງການຫ້າມນັ້ນ.

ອົງການຂ່າວ Al-Jazeera ກ່າວ​ວ່າ ຕົນ​ມີ​ຄວາມ “​ໂກດ​ແຄ້ນ​ທີ່​ສຸດ” ທີ່​ສານໄຄ​ໂຣ ​ໄດ້ເລື່ອນ​ການ​ຕັດສິນ​ຕໍ່ນັກຂ່າວ ສັນຊາດ​ກາ​ນາ​ດາທ່ານ Mohamed Fahmy ນັກຂ່າວສັນຊາດ
​ອີ​ຈິບ ທ່ານ Baher Hohammed ​ແລະ ນັກຂ່າວ ສັນຊາດ​ອອສ​ເຕຣ​ເລຍ ທ່ານ Peter Gresete. ການ​ດຳ​ເນີນ​ຄະດີ​ໃໝ່​ຄາດ​ວ່າ​ຈະ​ມີຂຶ້ນໃນ​ອາທິດ​ໜ້າ​.

ອົງການຂ່າວ Al-Jazeera ​ຢືນຢັດ​ວ່າ ພວກ​ນັກ​ຂ່າວເຫຼົ່ານີ້ພຽງແຕ່​ປະຕິບັດ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ ​ໃນ​ການ​ລາຍ​ງານ​ຂ່າວ ​ເວລາ​ເຂົາ​ເຈົ້າ​ໄດ້​ຖືກ​ຈັບ​ໃນ​ເດືອນ ທັນວາ​ປີ 2013. ຜູ້​ຊາຍ​ທັງ​ສາມ​ຄົນ​ຕໍ່​ມາ​ໄດ້​ຖືກ​ຈັບ ​ໂດຍ​ທີ່​ຜູ້​ພິພາກສາ ​ໄດ້​ຕັດສິນ​ລົງ​ໂທດ ທ່ານ​ Greste ​ແລະ ທ່ານ Fahmy ໃຫ້ຕິດ​ຄຸກ​ເຈັດ​ປີ ​ແລະ ທ່ານ Mohammed ໃຫ້ຕິດ​ຄຸກ 10 ປີ.

ສາ​ນອຸທອນ ​ໄດ້​ຕັດສິນ​ໃນ​ເດືອນ​ມັງກອນວ່າ ​ເຂົາ​ເຈົ້າ​ສົມຄວນ​ໄດ້​ຮັບ​ການ​ດຳ​ເນີນ​ຄະດີ​ໃໝ່ ຫລັງ​ຈາກ​ບັນ​ດາໄອ​ຍະ​ການ ບໍ່ສາມາດສະໜອງ​ຫລັກ​ຖານ​ພຽງພໍ ເພື່ອ​ສະ​ແດງ​ວ່າ​ ເຂົາ​ເຈົ້າ
ໄດ້​ໃຫ້ການ​ສະໜັບສະໜູນຕໍ່ພັກພະລາດອນພາບ ມຸສລິມ​.

ການ​ດຳ​ເນີນ​ໄດ້​ລ້າ​ຊ້າມາຫລາຍ​ເທື່ອແລ້ວ ຮວມທັງ​ການເລື່ອນການດຳເນີນຄະ ດີໃນວັນ​
ພ​ະຫັດ​ມື້​ນີ້ ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ສານ ​ໄດ້​ໃຫ້ເຫດຜົນວ່າ ຜູ້​ພິພາກສາ​ທີ່​ກຳກັບ​ຄະດີ​ວ່າ ບໍ່​ສະ
ບາຍ.

ທ່ານ Greste ​ໄດ້​ຖືກ​ປ່ອຍ​ໂຕ ​ແລະ​ສົ່ງໄປ​ຍັງອອສ​ເຕຣ​ເລຍ ​ໃນ​ເດືອນ​ກຸມພາ ​ຜ່ານມາ
ໃນ​ຂະນະ​ທີ່ ທ່ານ Mohammed ​ແລະ ທ່ານ Fahmy ໄດ້​ຖືກປະ ກັນໂຕອອກມາ ຢູ່ໃນ​ອີ​ຈິບ.

ຄະນະກຳມະການ ທີ່​ປົກ​ປ້ອງ​ນັກ​ຂ່າວ ຊຶ່ງເປັນນຶ່ງໃນບັນດາອົງການຈັດຕັ້ງເພື່ອ ສິດເສລີ ພາບໃນດ້ານການຂ່າວ ທີ່ໄດ້ຕຳນິຕິຕຽນການດຳເນີນຄະດີນີ້ ກ່າວວ່າ ບຸກຄົນທັງສາມ
ຊຶ່ງຖືກປະຫັດປະຫານມາພຽງພໍແລ້ວ ໃນການເຮັດໜ້າທີ່ຂອງ ພວກເຂົາເຈົ້າ.

XS
SM
MD
LG