ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບ ປະກາດ ພາວະສຸກເສີນ 30 ມື້ (ສະໄລດ໌/ວີດິໂອ)


ຜູ້ປະທ້ວງຄົນນຶ່ງແກວ່ງ ລະເບີດນໍ້າຕາ ຄືນໃສ່ ເຈົ້າໜ້າທີ່ຕໍາຫລວດ ທີ່ ກຸງໄຄໂຣ.
ຜູ້ປະທ້ວງຄົນນຶ່ງແກວ່ງ ລະເບີດນໍ້າຕາ ຄືນໃສ່ ເຈົ້າໜ້າທີ່ຕໍາຫລວດ ທີ່ ກຸງໄຄໂຣ.
ປະທານ​າທິບໍດີ ອີ​ຈິບ ທ່ານ Mohamed Morsi ໄດ້ປະກາດ​
ພາວະ​ສຸກ​ເສີນ ​ເປັນ​ເວລາ 30 ມື້ ຢູ່​ໃນ​ສາມແຂວງ ທີ່ເປັນ​ຈຸດ
ສູນກາງການ ກໍ່ຄວາມວຸ້ນວາຍຕໍ່ຕ້ານລັດຖະບານ ທີ່ໄດ້​ເຮັດ
ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປຈໍາ​ນວນ 50 ຄົນ​ ໃນ​ບໍ່​ເທົ່າ​ໃດ​ວັນ​ມໍ່ໆ​ມາ​ນີ້.

ຢູ່​ໃນ​ຄໍ​າຖະ​ແຫລງຜ່ານ​ທາງ​ໂທລະພາບ ​ໃນຕອນ​ແລງ​ວັນ​ອາ
ທິດ​ວານ​ນີ້ ທ່ານ Morsi ກ່າວ​ວ່າ ​ບັນດາ​ເຈົ້າ​ໜ້າ​ທີ່ ຈະ​ນໍາໃຊ້​ມາດ​ຕະການພາວະ​ສຸກ​ເສີນ ​ແລະ​ຫ້າມ​ອອກນອກບ້ານ​ຍາມ​ກາງຄືນ ທີ່ເມືອງ Port Said, Ismailia ​ແລະ Suez ​ເລີ້ມ​ແຕ່​ວັນ​ຈັນ​ມື້​ນີ້ໄປ.ທ່ານຍັງ​ຮຽກຮ້ອງ​ໃຫ້​ມີ​ການ​ສົນທະນາ​ກັນ​ລະດັບ​ຊາດ ແລະ​ເຊີນ​ບັນດາ​ກຸ່ມຝ່າຍ​ຄ້ານ ​ແລະ​ນັກ​ການ​ເມືອງ ​ເຂົ້າຮ່ວມ​ສົນທະນາ​ກັບ​ທ່ານ ​ໃນ​ວັນ​ຈັນ​ມື້​ນີ້.

ຫລັງ​ຈາກການ​ຖະ​ແຫລ​ງຂອງທ່ານ ພວກ​ປະ​ທ້ວງ​ພາກັນໄປ​ເຕົ້າ​ໂຮມ​ຢູ່​ໃນ​ເມືອງ Ismailia ​ແລະ Suez ​ເພື່ອ​ເດີນ​ຂະ​ບວນຕໍ່ຕ້ານ ທ່ານ Morsi.


ຢູ່ໃນ​ເມືອງ Ismailia ພວກ​ປະ​ທ້ວງ​ໄດ້ປະ​ທະ​ກັບ​ ຕໍາ​ຫລວດ​ ​ທີ່​ຕ​ອບ​ໂຕ້​ດ້ວຍແກ້​ສນໍ້າ​ຕາ. ຄວາມ​ວຸ້ນວາຍ​ອັນ​ຮ້າຍ​ແຮງ​ໃນ​ຕອນ​ເຊົ້າ​ວັນ​ອາທິດ ທີ່​ພາກ​ເໜືອ​ຂອງເມືອງ Port Said ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ສາມ​ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບຢ່າງ​ໜ້ອຍ 400 ຄົນ. ຄວາມ​
ບໍ່​ສະຫງົບ​ໄດ້​ເກີດ​ຂື້ນ ​ໃນ​ຂະນະ​ທີ່ ​ ​ຊາວ​ເມືອງ Port Said ຫລາຍ​ພັນ​ຄົນ ທໍາພິທີ​ສົ່ງສະ
ການໝູ່ໃຫ້ແກ່ ​ຢ່າງ​ໜ້ອຍ 33 ຄົນ​ທີ່​ໄດ້​ເສຍ​ຊີວິດ​ໄປໃນ​ມື້ກ່ອນ ໃນການຕໍ່ສູ້ກັນຢູ່​ຕາມ​ຖະໜົນ ​ລະຫວ່າງພວກ​ຕໍ່​ຕ້ານ​ລັດຖະບານ ​ແລະ​ຕໍາຫລວດ.

XS
SM
MD
LG