ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບ, ເອທິໂອເປຍ ແລະຊູດານ ບໍ່ມີຄວາມຄືບໜ້າ ໃນການເຈລະຈາ ເພື່ອແກ້ໄຂຂໍ້ຂັດແຍ້ງ ກ່ຽວກັບເຂື່ອນ ຢູ່ໃນແມ່ນໍ້າໄນລ໌


ພາບຖ່າຍທາງດາວທຽມໂດຍບໍລິສັດ Maxar Technologies ໃນວັນທີ 21 ກໍລະກົດ, 2020 ສະແດງໃຫ້ເຫັນພາບຂອງເຂດຕາເວັນອອກສຽງເໜືອຂອງເອທິໂອເປຍທີ່ມີເຂື່ອນໄຟຟ້າ Grand Ethiopian Renaissance ກໍາລັງສ້າງຢູ່ ແລະ ແມ່ນໍ້າໄນລ໌
ພາບຖ່າຍທາງດາວທຽມໂດຍບໍລິສັດ Maxar Technologies ໃນວັນທີ 21 ກໍລະກົດ, 2020 ສະແດງໃຫ້ເຫັນພາບຂອງເຂດຕາເວັນອອກສຽງເໜືອຂອງເອທິໂອເປຍທີ່ມີເຂື່ອນໄຟຟ້າ Grand Ethiopian Renaissance ກໍາລັງສ້າງຢູ່ ແລະ ແມ່ນໍ້າໄນລ໌

ອີຈິບ, ເອທິໂອເປຍແລະຊູດານບໍ່ສາມາດຕົກລົງກັນໄດ້ໃນການເຈລະຈາຄັ້ງໃໝ່ກ່ຽວກັບວິທີແກ້ໄຂຂໍ້ຂັດແຍ້ງ ທີ່ມີມາໄດ້ຫຼາຍປີຂອງພວກເຂົາເຈົ້າກ່ຽວກັບເຂື່ອນທີ່ເປັນເລື້ອງຖົກຖຽງກັນທີ່ເອທິໂອເປຍກໍາລັງສ້າງຢູ່ໃນແມ່ນໍ້າໄນລ໌ຢູ່ນີ້, ນັ້ນຄືຄຳ ຂອງສາມປະເທດທີ່ໄດ້ກ່າວໃນວັນພຸດວານນີ້. (ອີງຕາມລາຍງານຂອງອົງການ
ຂ່າວເອພີ.)

ໃນທ້າຍເດືອນຕຸລາຜ່ານມາ, ສາມປະເທດດັ່ງກ່າວມີການພົບປະກັນຄືນອີກຜ່ານທາງອອນລາຍ ກ່ຽວກັບການບັນຈຸນ້ຳ ແລະການດຳເນີນງານຂອງເຂື່ອນໄຟຟ້າ Grand Ethiopia Renaissance ຂອງເອທິໂອເປຍ. ການເຈລະຈາກັນຄືນ ໃໝ່ ໄດ້ມີຂຶ້ນຫລັງຈາກມີຄຳເຫັນ ຂອງປະທານາທິບໍດີ ດໍໂນລ ທຣຳຊຶ່ງໃນນັ້ນທ່ານກ່າວວ່າ ອີຈິບຊຶ່ງເປັນປະເທດຢູ່ເຂດລຸ່ມແມ່ນໍ້າໃນທີ່ສຸດກໍອາດຈະ “ລະເບີດ” ໂຄງການນັ້ນ ເຊິ່ງໄຄໂຣເອີ້ນວ່າ ເປັນໄພຂົ່ມຂູ່ທີ່ມີຢູ່ແທ້ຈິງນັ້ນໄດ້. ຄຳເຫັນດັ່ງກ່າວໄດ້ເຮັດໃຫ້ປະເທດເອທິໂອເປຍໂກດແຄ້ນ.

ລັດຖະມົນຕີຕ່າງປະເທດແລະຊົນລະປະທານຂອງສາມປະເທດໄດ້ພົບປະກັນໃນອາທິດແລ້ວນີ້ ແລະໄດ້ແຕ່ງຕັ້ງຜູ້ຊ່ຽວຊານຈາກປະເທດຂອງພວກເຂົາເຈົ້າເພື່ອປຶກສາຫາລື ແລະຕົກລົງກັນກ່ຽວກັບວິທີການ ເພື່ອຈະເຮັດໃຫ້ການເຈລະຈາສາ ມາດໄດ້ຮັບໝາກຜົນ. ທ່ານ ໂມຮໍາເມດ ແອລ-ຊາບາຍ (Mohammed el-Sebaei), ໂຄສົກກະຊວງຊົນລະປະທານຂອງອີຈິບກ່າວວ່າ, ແຕ່ຄວາມເຫັນທີ່ແຕກຕ່າງຍັງສືບຕໍ່ມີຢູ່, ແລະກອງປະຊຸມໃນວັນພຸດວານນີ້ບໍ່ສາມາດເຮັດໃຫ້ຊ່ອງຫວ່າງນັ້ນໝົດໄປໄດ້.

ລັດຖະມົນຕີກະຊວງຊົນລະປະທານຊູດານ, ທ່ານ ຢາດເຊີ ແອບບາສ (Yasser Abbas) ກໍກ່າວວ່າ ການເຈລະຈາບໍ່ໄດ້ບັນລຸຄວາມຄືບໜ້າ ທີ່ໜັກ ແໜ້ນເຊັ່ນກັນ, ແລະອີຈິບຄັດຄ້ານຕໍ່ຂໍ້ສະເໜີຂອງຊູດານທີ່ໄດ້ຮັບການສະໜັບສະໜູນຈາກເອທິໂອເປຍ ເພື່ອເສີມຂະຫຍາຍບົດບາດຂອງຜູ້ຊ່ຽວຊານສະຫະ ພາບອາຟຣິກາໃຫ້ສູງທີ່ສຸດ.

ເອທິໂອເປຍກ່າວວ່າບັນດາປະເທດທີ່ວ່ານີ້ "ບໍ່ສາມາດບັນລຸຂໍ້ຕົກລົງທັງໝົດໄດ້" ກ່ຽວກັບບັນດາຫົວຂໍ້ຕ່າງໆເຊັ່ນ "ພື້ນຖານໃຫ້ແກ່ການເຈລະຈາທີ່ຈະມາເຖິງແລະກຳນົດເວລາ." ປະເທດນີ້ໄດ້ກ່າວວ່າ ພວກເຂົາເຈົ້າຈະຫັນໜ້າໄປຫາປະທານສະພາບໍລິຫານຂອງສະຫະພາບອາຟຣິກາ ຫລື AU ແລະລັດຖະມົນຕີກະຊວງການຕ່າງປະເທດອາຟຣິກາໃຕ້ເພື່ອປຶກສາຫາລືກ່ຽວກັບບາດກ້າວຕໍ່ໄປ.”

ຄຳຖາມສຳຄັນຍັງຄົງສືບຕໍ່ມີຢູ່ກ່ຽວກັບເລື້ອງປະລິມານນໍ້າທີ່ປະເທດເອທິໂອເປຍຈະປ່ອຍອອກໄປ ຫາເຂດລຸ່ມແມ່ນໍ້າຫລາຍປານໃດ ຖ້າເກີດມີໄພແຫ້ງແລ້ງມາເປັນເວລາຫຼາຍປີ ແລະວິທີການທີ່ສາມປະເທດຈະແກ້ໄຂຂໍ້ຂັດແຍ່ງ ໃນອະນາ ຄົດ. ເອທິໂອເປຍປະຕິເສດການໄກ່ເກ່ຍແບບຜູກມັດຢູ່ໃນຂັ້ນຕອນສຸດທ້າຍຂອງໂຄງການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG