ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອີຈິບເລີ້ມ ລົງປະຊາມະຕິ ກ່ຽວກັບ ຮ່າງລັດຖະທໍາມະນູນ ເປັນຂໍ້ຖົກຖຽງກັນ (ສະໄລດ໌/ວີດິໂອ)


ໃນວັນເສົາທີ 15 ທັນວາ 2012 ຍິງສາວຊາວອີຈິບ ໄດ້ສະແດງມືທີ່ມີນໍ້າມຶກ ລຸນຫລັງທີ່ໄດ້ລົງຄະແນນສຽງ ກ່ຽວກັບຮ່າງລັດຖະທໍາມະນູນ ທີ່ເປັນຂໍ້ຖົກຖຽງກັນ
ແລະພາໃຫ້ເກີດການກໍ່ຄວາມຮຸນແຮງ ແລະການປະທ້ວງມາ ເປັນເວລາຫລາຍອາທິດນັ້ນ.
ໃນວັນເສົາທີ 15 ທັນວາ 2012 ຍິງສາວຊາວອີຈິບ ໄດ້ສະແດງມືທີ່ມີນໍ້າມຶກ ລຸນຫລັງທີ່ໄດ້ລົງຄະແນນສຽງ ກ່ຽວກັບຮ່າງລັດຖະທໍາມະນູນ ທີ່ເປັນຂໍ້ຖົກຖຽງກັນ ແລະພາໃຫ້ເກີດການກໍ່ຄວາມຮຸນແຮງ ແລະການປະທ້ວງມາ ເປັນເວລາຫລາຍອາທິດນັ້ນ.
ປະທານາທິບໍດີ Mohammed Morsi ຂອງອີຈິບໄດ້ໄປລົງຄະ
ແນນສຽງກ່ຽວກັບຮ່າງລັດຖະທໍາມະນູນ ທີ່ເປັນຂໍ້ຖົກຖຽງກັນ
ແລະພາໃຫ້ເກີດການກໍ່ ຄວາມຮຸນແຮງ ແລະການປະທ້ວງມາ ເປັນເວລາຫລາຍອາທິດນັ້ນ.

ເຄິ່ງນຶ່ງຂອງຊາວອີຈິບທີ່ມີສິດເລືອກຕັ້ງ ພາກັນໄປຍັງສະຖານທີ່
ປ່ອນບັດຕ່າງໆ ເພື່ອລົງຄະແນນສຽງ ໃນວັນເສົາມື້ນີ້.

ສ່ວນທີ່ເຫລືອນັ້ນ ຈະໄປປ່ອນບັດໃນວັນທີ 22 ທັນວາ, ວັນເສົາ
ໜ້າ. ພວກເຈົ້າໜ້າທີ່ເວົ້າວ່າ ເຂົາເຈົ້າໄດ້ເອົາທະຫານ 1ແສນ
20 ພັນຄົນ ໄປຍາມ ປ້ອງກັນສະຖານທີ່ປ່ອນບັດຕ່າງໆ ທີ່ມີ ການລຽນຄີວກັນເປັນແຖວຍາວຍືດຢູ່ ຫລາຍແຫ່ງ. ລັດຖະທໍາ
ມະນູນທີ່ນໍາມາສະເໜີນັ້ນ ແມ່ນໄດ້ຮັບການສະໜັບສະໜູນ
ຈາກພັກ ພະລາດອນພາບມຸສລິມ ຫລື Muslim Brotherhood ຊຶ່ງເປັນພັກເກົ່າຂອງ ປະທານາທິບໍດີ Morsi. ທ່ານໄດ້ລາອອກຈາກພັກດັ່ງກ່າວ ຫລັງຈາກໄດ້ຂຶ້ນເປັນປະທາ ນາທິບໍດີເມື່ອຕົ້ນປີນີ້.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:


Egyptians Vote on Controversial Constitution
please wait

No media source currently available

0:00 0:01:56 0:00


ສ່ວນສະມາຊິກຂອງກຸ່ມປະສົມຝ່າຍຄ້ານ ທີ່ປະກອບດ້ວຍຊາວຄຣິສຕຽນ ພວກຫົວເສລີ ແລະພວກນິຍົມທາງໂລກນັ້ນ ພາກັນເວົ້າວ່າ ພວກເຂົາເຈົ້າຢ້ານວ່າ ລັດຖະທໍາມະນູນສະ ບັບນີ້ ຈະຕັດທອນອິສະລະພາບຂອງພົນລະເມືອງ ເພາະວ່າມັນສົ່ງເສີມບົດບາດຂອງ ສາສະໜາອິສລາມ ແລະບໍ່ໄດ້ກ່າວເຖິງ ສິດຂອງຜູ້ຍິງແຕ່ຢ່າງໃດເລີຍ.

ປະມວນພາບສະພາບການໃນອີຈິບ 1 ມື້ ກ່ອນມີການລົງຄະແນນສຽງ:
XS
SM
MD
LG